Home ຂ່າວໜ້າໜຶ່ງ ກະຊວງ ຖວທ ມອບອຸປະກອນຊຸດໂທລະໂຄ່ງ ຈຳນວນ 60 ຊຸດ ຂອງໂຄງການປັບປຸງຂະຫຍາຍຕາໜ່າງໂທລະໂຄ່ງທົ່ວປະເທດ (ໄລຍະ 2) ໃຫ້ແກ່ແຂວງວຽງຈັນ

ກະຊວງ ຖວທ ມອບອຸປະກອນຊຸດໂທລະໂຄ່ງ ຈຳນວນ 60 ຊຸດ ຂອງໂຄງການປັບປຸງຂະຫຍາຍຕາໜ່າງໂທລະໂຄ່ງທົ່ວປະເທດ (ໄລຍະ 2) ໃຫ້ແກ່ແຂວງວຽງຈັນ

0

ວັນທີ 19 ພຶດສະພາ 2023 ທີ່ຫ້ອງວ່າການປົກຄອງເມືອງວັງວຽງ, ແຂວງວຽງຈັນ. ກົມສື່ມວນຊົນ ກະຊວງ ຖວທ ໄດ້ຈັດພິທີ ມອບ-ຮັບອຸປະກອນຊຸດໂທລະໂຄ່ງ ຂອງໂຄງການປັບປຸງຂະຫຍາຍຕາໜ່າງໂທລະໂຄ່ງທົ່ວປະເທດ (ໄລຍະ 2) ໃຫ້ແຂວງ ວຽງຈັນ ໂດຍການເປັນປະທານ ຂອງທ່ານ ໂພສີ ແກ້ວມະນີວົງ ຄະນະປະຈຳພັກກະຊວງ ຮອງລັດຖະມົນຕີກະຊວງ ຖວທ ຫົວໜ້າຄະນະຮັບຜິດຊອບໂຄງການ ມີທ່ານ ນາງ ຈັນທະບູນ ໂພສະລາດ ຄະນະປະຈໍາພັກແຂວງ ຫົວໜ້າຄະນະຈັດຕັ້ງ ແຂວງວຽງຈັນ, ທ່ານ ຫົວໜ້າກົມສື່ມວນຊົນ, ກົມກວດກາ, ຫົວໜ້າພະແນກ, ຮອງພະແນກ ຖວທ, ຫົວໜ້າ-ຮອງຫົວໝ້າ ຫ້ອງການ ຖວທ  ແລະ ພະນັກງານວິຊາການ, ຄູຝຶກຈາກກະຊວງ ຖວທ ເຂົ້ົ້າຮ່ວມ.

ອຸປະກອນຊຸດໂທລະໂຄ່ງທີ່ນໍາມາມອບໃນຄັ້ງນີ້້ປະກອບມີ 60 ຊຸດ ໃນນີ້ປະກອບມີເຄື່ອງຂະຫຽາຍສຽງ 60 ໜ່ວຍ, ດອກປາກເລີ 240 ຊຸດ, ສາຍໂທລະໂຄ່ງ 120 ກໍ້ (24,000ແມັດ) ໄມໂຄໂຟນ 60 ອັນ, ປັກສຽບໄຟຟ້າ 60 ອັນ, ຢູເອັດບີ 32 ກີກ 60 ອັນ, ເຄື່ຶອງຮັບສັນຍານວິທະຍຸ 60 ເຄື່ອງ, ຈານຮັບດາວທຽມ ສຳລັບຮັບສັນຍານວິທະຍຸ 60 ຊຸດ ແລະ ອຸປະກອນເສີມອີກຈະນວນໜື່ງ ໂດຍມອບໃຫ້ 8 ເມືອງ 55 ບ້ານ 5 ຫ້ອງການຄື: ເມືອງແກ້ວອຸດົມ 4 ບ້ານ 1 ຫ້ອງການ, ເມືອງໂພນໂຮງ 8 ບ້ານ 1 ຫ້ອງການ, ເມືອງຫີນເຫີບ 9 ບ້ານ, ເມືອງວັງວຽງ 8 ບ້ານ, ເມືອງກາສີ 8 ບ້ານ 1 ຫ້ອງການ, ເມືອງເຟືອງ 9 ບ້ານ 1 ຫ້ອງການ, ເມືອງໝື່ນ 1 ບ້ານ, ເມືອງແມດ 8 ບ້ານ 1 ຫ້ອງການ.

ໃຫ້ກຽດມອບໂດຍ ທ່ານ ສົມສະຫວາດ ພົງສາ ກຳມະການພັກກະຊວງ ຫົວໜ້າກົມສື່ມວນຊົນ ກະຊວງ ຖວທ  ຮັບໂດຍ ທ່ານ ນາງ ອິ່ນຄໍາ ພັນດາລາ ຫົວໜ້າພະແນກ ຖວທ ແຂວງວຽງຈັນ ໂດຍຊ່ອງໜ້າທ່ານ ຂອງ ໂພສີ ແກ້ວມະນີວົງ ຄະນະປະຈຳພັກກະຊວງ ຮອງລັດຖະມົນຕີກະຊວງ ຖວທ ກັບ ທ່ານ ນາງ ຈັນທະບູນ ໂພສະລາດ ຄະນະປະຈໍາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງວຽງຈັນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້່າຮ່ວມເປັນສັກຂີພະຍານ.

ພາຍຫຼັງໄດ້ຈັດພິທີມອບ-ຮັບ ຊຸດອຸປະກອນໂທລະໂຄ່ງແລ້ວກໍ່ໄດ້ຝືກອົບຮົມ ກ່ຽວກັບຄວາມຮູ້ພື້ນຖານການນຳໃຊ້ເຕັກນິກ, ຕິດຕັ້ງໂທລະໂຄ່ງ, ຕິດຕັ້ງຈານດາວທຽມ, ການນຳໃຊ້ອຸປະກອນ, ການບໍາລຸງຮັກສາອຸປະກອນຢ່າງຖືກຕ້ອງຕາມຫຼັກການ ເພື່ອຍືນຍົງໃຫ້ແກ່ພະນັກງານວິຊາການເຕັກນິກຂອງແຂວງ ແລະ 8 ເມືອງເປົ້າໝາຍ.

ໃນຕອນທ້າຍຂອງພິທີ ບັນດາຜູ້ເຂົ້າຮ່ວມຝຶກອົບຮົມຍັງໄດ້ຮັບຟັງການໂອ້ລົມຂອງທ່ານ ໂພສີ ແກ້ວມະນີວົງ ຮອງລັດຖະມົນຕີກະຊວງ ຖວທ ຕື່ມອີກ.  ຊຸດຝືກອົບຮົມດັ່ງກ່າວດຳເນີນໄປເປັນເວລາ 1 ວັນຈື່ງສຳເລັດ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version