Home ຂ່າວກິລາ ຊີເກມ ຄັ້ງທີ 32 ປິດລົງ ຫວຽດນາມຄອງເຈົ້າຫລຽນຄໍາ

ຊີເກມ ຄັ້ງທີ 32 ປິດລົງ ຫວຽດນາມຄອງເຈົ້າຫລຽນຄໍາ

0

ມະຫະກໍາຊີເກມຄັ້ງທີ 32 ໄດ້ປິດສາກລົງຢ່າງເປັນທາງການໃນຕອນແລງວັນທີ 17 ພຶສະພາ 2023 ທີ່ສະໜາມກິລາແຫ່ງຊາດ ມໍລະດົກເຕໂຊ, ນະຄອນຫລວງພະນົມເປນ ລາຊະອານາຈັກກໍາປູເຈຍ, ໂດຍມີການນໍາປະເທດເຈົ້າພາບ ນໍາໂດຍທ່ານ ຮຸນເເຊນ ນາຍົກລັດຖະມົນແຫ່ງລາຊະອານາຈັກ ກໍາປູເຈຍ ແລະ ການນໍາຂັ້ນສູງບັນດາປະເທດສະມາຊິກອາຊຽນ, ພ້ອມດ້ວຍຄະນະນັກກິລາຈາກສະມາຊິກອາຊຽນ ແລະ ມວນຊົນຊາວກໍາປູເຈຍເຂົ້າຮ່ວມຢ່າງຫລວງຫລາຍ. ຂະນະທີ່ ທັບນັກກິລາຈາກ ສສ ຫວຽດນາມ ຄອງເຈົ້າຫລຽນຄໍາ, ຮອງລົງມາແມ່ນທັບນັກກິລາຈາກໄທ ແລະ ອັນດັບສາມແມ່ນອິນໂດເນເຊຍ, ສ່ວນທັບນັກກິລາລາວຢູ່ອັນດັບທີ 9 ຂອງຕາຕະລາງຫລຽນໃນຊີເກມຄັ້ງນີ້ ແລະ ກິລາຊີເກມໃນຄັ້ງຕໍ່ໄປແມ່ນລາຊະອານາຈັກໄທຮັບກຽດເປັນເຈົ້າພາບ.

ພິທີປິດກິລາຊີເກມຄັ້ງນີ້, ເລີ່ມຕົ້ນດ້ວຍການສະແດງສິລະປະຂອງມວນຊົນຫລາກຫລາຍລາຍການ, ຈາກນັ້ນ ການນໍາຂອງປະເທດເຈົ້າພາບໄດ້ມີຄໍາໂອວາດກ່າວປິດພິທີ, ພ້ອມທັງສົ່ງມອບທຸງຊີເກມຄັ້ງຕໍ່ໄປໃຫ້ແກ່ປະເທດໄທເປັນເຈົ້າພາບຕໍ່.ສໍາລັບເຈົ້າຫລຽນຄໍາໃນຊີເກມຄັ້ງນີ້ ໄດ້ແກ່ທັບນັກກິລາຈາກປະເທດຫວຽດນາມ ໄດ້ 136 ຫລຽນຄໍາ, ອັນດັບສອງ ໄດ້ແກ່ທັບນັກກິລາຈາກປະເທດໄທ ໄດ້ 108 ຫລຽນຄໍາ ແລະ ອັນດັບສາມ ໄດ້ແກ່ທັບນັກກິລາຈາກປະເທດອິນໂດເນເຊຍ ໄດ້ 87 ຫລຽນຄໍາ. ສ່ວນທັບນັກກິລາລາວຢູ່ອັນດັບ 9 ໄດ້ 6 ຫລຽນຄໍາ.

ສໍາລັບກິລາບານເຕະຊາຍຫລຽນຄໍາຕົກເປັນຂອງປະເທດອິນໂດເນເຊຍ ທີ່ສາມາດເອົາຊະນະປະເທດໄທດ້ວຍຄະແນນ 5-2 ປະຕູ. ຂະນະທີ່, ມະຫະກໍາກິລາຊີເກມຄັ້ງທີ 33 ຈະຈັດຂຶ້ນທີ່ລາຊະອານາຈັກໄທ ໃນປີ 2025.

ໂດຍ: ສຸພາສະຫວັນ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version