Home ຂ່າວພາຍໃນ ສະເຫລີມສະຫລອງວັນກາແດງ ແລະ ຊີກວົງເດືອນແດງສາກົນ 160 ປີ

ສະເຫລີມສະຫລອງວັນກາແດງ ແລະ ຊີກວົງເດືອນແດງສາກົນ 160 ປີ

0

ພິທີສະເຫລີມສະຫລອງວັນກາແດງ ແລະ ຊີກວົງເດືອນແດງສາກົນ 160 ປີ ຈັດຂຶ້ນຕອນເຊົ້າວັນທີ 17 ພຶດສະພາ 2023 ທີ່ໂຮງຮຽນ ມັດທະຍົມສົມບູນ ມິດຕະພາບ ວຽງຈັນ-ຮ່າໂນ້ຍ ໂດຍການເປັນປະທານຂອງ ທ່ານ ສຈ.ດຣ ພູທອນ ເມືອງປາກ ປະທານອົງການກາແດງ ແຫ່ງຊາດລາວ, ມີພະນັກງານຄູອາຈານ, ນັກຮຽນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ການສະເຫລີມສະຫລອງວັນກາແດງ ແລະ ຊີກວົງເດືອນແດງສາກົນ ປີ 2023 ນີ້ພາຍໃຕ້ ຄໍາຂວັນ: “ທຸກສິ່ງຢ່າງພວກເຮົາເຮັດດ້ວຍໃຈ” ຫລື “Everything we do comes from the heart”,

ທ່ານ ສຈ.ດຣ ພູທອນ ເມືອງປາກ ປະທານອົງການກາແດງແຫ່ງຊາດລາວ ໄດ້ຍົກໃຫ້ເຫັນປະຫວັດຄວາມເປັນມາຂອງວັນກາແດງ ແລະຊີກວົງເດືອນແດງສາກົນວ່າ: ວັນທີ 14 ມິຖຸນາ 1859, ທ່ານ ອັງຣີດຸຍນັງ (Henry Dunant) ນັກທຸລະກິດຊາວສະວິດ ໄດ້ເດີນທາງຜ່ານທົ່ງຫຍ້າໂຊນເຟຣີໂນ ທາງພາກເໜືອຂອງປະເທດອີຕາລີ, ຊຶ່ງເປັນສະໝໍລະພູມລະຫວ່າງກອງທັບຝຣັ່ງ ແລະ ໂອຕຣິດ ທີ່ມີທະຫານບາດເຈັບ ແລະ ລົ້ມຕາຍຫລາຍກວ່າ 4 ໝື່ນຄົນ, ຈາກເຫດການອັນໜ້າສະເທືອນຂວັນດັ່ງກ່າວ ທ່ານເກີດແນວຄວາມຄິດດ້ານມະນຸດສະທຳ ແລະໃຫ້ການຊ່ວຍເຫລືອສິ່ງຈຳເປັນອັນຮີບດ່ວນ, ຈຶ່ງຕັດສິນໃຈໃຊ້ໂບດທີ່ຢູ່ໃກ້ເຂດສົງຄາມ ເປັນໂຮງໝໍຊົ່ວຄາວ ເພື່ອຊ່ວຍເຫລືອ ແລະປິ່ນປົວທະຫານຝຣັ່ງ ແລະ ໂອຕຣິດ ຢ່າງສະເໝີພາບກັນ, ລວມທັງການຮັບຝາກຂໍ້ມູນຂ່າວສານຂອງທະຫານທັງສອງຝ່າຍ. ຕໍ່ມາ ທ່ານໄດ້ກັບຄືນປະເທດສະວິດ ແລະ ຂຽນປຶ້ມຫົວໜຶ່ງທີ່ໃສ່ຊື່ວ່າ: ຄວາມຊົງຈຳແຫ່ງເມືອງໂຊນເຟຣີໂນ, ຊຶ່ງທ່ານໄດ້ພັນລະນາສິ່ງທີ່ພົບເຫັນ ແລະ ພ້ອມທັງໄດ້ສະເໜີສອງແນວຄວາມຄິດ ຄື: ທຸກໆປະເທດ ຕ້ອງມີອາສາສະໝັກ ເພື່ອໃຫ້ການຊ່ວຍ ເຫລືອເວລາມີການປະທະກັນດ້ວຍອາວຸດ ແລະ ທຸກໆປະເທດ ຕ້ອງຮັບຜິດຊອບຕໍ່ທະຫານຂອງຕົນ, ຈຶ່ງເປັນທີ່ມາຂອງກົດໝາຍມະນຸດສະທຳສາກົນ, ຈົນມາຮອດວັນທີ 23 ຕຸລາ 1863 ທ່ານ ອັງຣີດຸຍນັງ ກັບເພື່ອນອີກ 4 ຄົນ ໄດ້ສ້າງຕັ້ງຄະນະກຳມະການກາແດງສາກົນຂຶ້ນ ເພື່ອຈາລຶກຄຸນງາມຄວາມດີຂອງ ທ່ານ ອັງຣີດູນັງ ຈຶ່ງກຳນົດເອົາວັນທີ 8 ພຶດສະພາ ເປັນວັນສ້າງຕັ້ງກາແດງ ແລະ ຊິກວົງເດືອນແດງສາກົນ.

ສໍາລັບອົງການກາແດງແຫ່ງຊາດລາວ ໄດ້ສ້າງຕັ້ງຂຶ້ນໃນວັນທີ 1 ມັງກອນ 1955, ເຂົ້າເປັນສະມາຊິກຂອງສະຫະພັນກາແດງ ແລະ ຊີກວົງເດືອນແດງສາກົນ (IFCR) ໃນວັນທີ 25 ຕຸລາ 1957 ໂດຍກອງປະຊຸມໃຫຍ່ ຄັ້ງທີ 24 ຂອງບັນດາອົງການກາແດງ ແລະ ຊີກວົງເດືອນແດງສາກົນ ຢູ່ນິວແຄນ, ປະເທດອິນເດຍ, ອົງການກາແດງແຫ່ງຊາດລາວ ເປັນອົງການຈັດຕັ້ງທາງສັງຄົມ ຂອງ ສປປ ລາວ ທີ່ເຄື່ອນໄຫວວຽກງານມະນຸດສະທຳ ຢ່າງເປັນເອກະລາດ ຢູ່ພາຍໃຕ້ລັດຖະທຳມະນູນ, ກົດໝາຍ ແລະ 7 ຫຼັກການພື້ນຖານ ຂອງຂະບວນການກາແດງ ຊີກວົງເດືອນແດງສາກົນ ຊຶ່ງລວມມີວຽກງານສຳຄັນ ເປັນຕົ້ນ; ການຊ່ວຍເຫຼືອບັນເທົາທຸກເບື້ອງຕົ້ນ, ປຸກລະດົມຂົນຂວາຍບໍລິຈາກເລືອດ ແລະສະໜອງເລືອດທີ່ປອດໄພ, ສົ່ງເສີມສຸຂະພາບຂັ້ນພື້ນຖານ, ການປະຖົມພະຍາບານ, ການກູ້ໄພສຸກເສີນ, ການໂຄສະນາຂົນຂວາຍແຫຼ່ງທຶນ, ການສ້າງສະມາຊິກ ແລະ ອາສາສະໝັກກາແດງ, ການສືບທາວຫາຍາດພີ່ນ້ອງ ແລະການພົວພັນ ແລະການຮ່ວມມືສາກົນ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version