Home ຂ່າວຕ່າງປະເທດ ກຳປູເຈຍ ເລັ່ງເປີດນະຄອນວັດ ໃຫ້ນັກກິລາ-ໂຄດ-ຜູ້ແທນຊີເກມເຂົ້າຊົມ

ກຳປູເຈຍ ເລັ່ງເປີດນະຄອນວັດ ໃຫ້ນັກກິລາ-ໂຄດ-ຜູ້ແທນຊີເກມເຂົ້າຊົມ

0

ສຳນັກຂ່າວຊິນຮວາຂອງ ສປຈີນ ວັນທີ 15 ເດືອນພຶດສະພາ, ທ່ານ ຮຸນເຊນ ນາຍົກລັດຖະມົນຕີກຳປູເຈຍ ປະກາດເປີດອຸທະຍານບູຮານຄະດີອັງກໍຣ ຫລື ໝູ່ປະສາດນະຄອນວັດອັນໂດ່ງດັ່ງໃຫ້ທີມນັກກິລາຜູ້ຝຶກສອນ ແລະ ຜູ້ແທນດ້ານກິລາທຸກຄົນ ໃນການແຂ່ງຂັນ ກິລາຊີເກມ (SEA Games) ເຂົ້າຊົມ ໂດຍບໍ່ເສຍຄ່າ ໃຊ້ຈ່າຍ. ກຳປູເຈຍ ເປັນເຈົ້າພາບ ຈັດການ ແຂ່ງຂັນ ຊີເກມ ຄັ້ງທີ 32 ໃນລະຫວ່າງ ວັນທີ 5-17 ພືດສະພາ ເປັນຄັ້ງທຳອິດ ໃນຮອບ 64 ປີ , ໂດຍສະໜາມກິລາ ແຫ່ງຊາດ ມໍລະດົກເດໂຊ ຂະໜາດ 60.000 ບ່ອນນັ່ງ ໃນນະຄອນຫລວງ ພະນົມເປັນ ຖືກໃຊ້ເປັນ ສະຖານທີ່ຫລັກ ສຳລັບ ຈັດພິທີເປີດ ແລະ ພິທີປິດ ຢ່າງເປັນທາງການ ລວມເຖິງ ການແຂ່ງຂັນຕ່າງໆ. ງານກິລາດັ່ງກ່າວ ໄດ້ຈັດຂຶ້ນ ໃນທຸກສອງປີ ດັ່ງກ່າວ ໂດຍມີ ນັກກິລາ, ໂຄດ ແລະ ຜູ້ແທນເຂົ້າຮ່ວມ ຈຳນວນ 10.890 ຄົນ ມາຈາກ 11 ປະເທດ ໃນອາຊີ ຕາເວັນອອກສຽງໃຕ້./

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version