Home ຂ່າວຕ່າງປະເທດ ຫວຽດນາມ ຈະກາຍເປັນຈຸດພົ້ນເດັ່ນການບໍລິການຂົນສົ່ງ ຂອງອາຊີ

ຫວຽດນາມ ຈະກາຍເປັນຈຸດພົ້ນເດັ່ນການບໍລິການຂົນສົ່ງ ຂອງອາຊີ

0

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ການບໍລິການຂົນສົ່ງແມ່ນຂະແໜງການທີ່ເຕີບໂຕໄວ ແລະ ເປັນປົກກະຕິທີ່ສຸດຢູ່ ຫວຽດນາມ, ດ້ວຍລະດັບສະເລ່ຍແຕ່ 14-16% ຕໍ່ປີ, ຂອບຂະໜາດແຕ່ 40-42 ຕື້ໂດລາຕໍ່ປີ. ຕາມບົດລາຍງານກ່ຽວກັບດັດຊະນີຂອງຕະຫຼາດການບໍລິການຂົນສົ່ງຫາກໍພົ້ນເດັ່ນປີ 2022, ໂດຍນັກສະໜອງການບໍລິການຂົນສົ່ງ ແລະ ພະລາທິການສາງເກັບຮັກສາສິນຄ້າ ຫາກໍປະກາດໃຫ້ຮູ້ວ່າ: ຫວຽດນາມ ຢືນອັນດັບທີ 11 ໃນກຸ່ມ 50 ຕະຫຼາດການບໍລິການຂົນສົ່ງຫາກໍພົ້ນເດັ່ນທົ່ວໂລກ. ຍ້ອນມີຄວາມສະຖຽນລະພາບດ້ານການເມືອງ, ສັງຄົມ ແລະ ທີ່ຕັ້ງພູມສາດທີ່ສະດວກ, ຫວຽດນາມ ພວມໄດ້ຮັບຜົນປະໂຫຍດຈາກກະແສຫັນປ່ຽນລະບົບສະໜອງ. ພ້ອມກັນນັ້ນ, ຫວຽດນາມ ກໍໄດ້ໝູນໃຊ້ບັນດາທ່າແຮງຈາກຝັ່ງທະເລທີ່ຍາວເພື່ອກໍ່ສ້າງລະບົບທ່າກຳປັ່ນບັນລຸສະມັດຖະພາບດີທີ່ສຸດ ດ້ວຍລະດັບການເຕີບໂຕເສດຖະກິດທີ່ໜ້າປະທັບໃຈ, ການຜະລິດໄດ້ຮັບການຮັກສາເປັນປົກກະຕິ, ພ້ອມກັບການພັດທະນາຂອງການຄ້າເອເລັກໂຕນິກຢູ່ທັງ 2 ສົ້ນສົ່ງອອກ ແລະ ຜູ້ອຸປະໂພກຢູ່ພາຍໃນປະເທດ ໄດ້ຊ່ວຍໃຫ້ ຫວຽດນາມ ຍົກສູງກຳລັງແກ່ງແຍ່ງ ເພື່ອກາຍເປັນສູນສົ່ງຕໍ່ສິນຄ້າຂອງໂລກ. ຫວຽດນາມ ໄດ້ຮັບຄວາມຫວັງວ່າຈະກາຍເປັນ “ຈຸດພົ້ນເດັ່ນຂອງການບໍລິການຂົນສົ່ງ” ຂອງ ອາຊີ ໃນໄລຍະຈະມາເຖິງ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version