Home ຂ່າວການເມືອງ ທ່ານ ຮອງນາຍົກລັດຖະມົນຕີ ,ລັດຖະມົນຕີກະຊວງປ້ອງກັນປະເທດລົງຢ້ຽມຢາມ ປກຊ-ປກສ ຢູ່ກອງບັນຊາການທະຫານແຂວງສະຫວັນນະເຂດ.

ທ່ານ ຮອງນາຍົກລັດຖະມົນຕີ ,ລັດຖະມົນຕີກະຊວງປ້ອງກັນປະເທດລົງຢ້ຽມຢາມ ປກຊ-ປກສ ຢູ່ກອງບັນຊາການທະຫານແຂວງສະຫວັນນະເຂດ.

0

ໃນວັນທີ 14 ພຶດສະພາ 2023 ນີ້ ສະຫາຍ ພົນເອກ ຈັນສະໝອນ ຈັນຍະລາດ ກຳມະການກົມການເມືອງສູນກາງພັກ ຮອງປະທານຜູ້ປະຈໍາການຄະນະກໍາມະການ ປກຊ-ປກສ ຂັ້ນສູນກາງ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ລົງຢ້ຽມຢາມແລະໃຫ້ທິດຊີ້ນຳວຽກງານ ປກຊ-ປກສ ຢູ່ກອງບັນຊາການທະຫານແຂວງສະຫວັນນະເຂດ.ໂດຍເປັນກຽດເຂົ້າຮ່ວມມີ ສະຫາຍ ບຸນໂຈມ ອຸບົນປະເສີດ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ ພ້ອມດ້ວຍຄະນະນໍາຂັ້ນແຂວງ,ມີຄະນະກອງພົນທີ4,ກອງພັນໃຫຍ່644,ໂຮງໝໍບໍລິເວນ109,ໂຮງງານປະສານເລົ່າພາກກາງກອງທັບ,ຄະນະການນຳແລະພະນັກງານຫຼັກແຫຼ່ງກອງບັນຊາການທະ

ຫານແຂວງແລະ ປກສແຂວງສະຫັວນນະເຂດເຂັົ້າຮ່ວມ. ໃນໂອກາດນີ້ ສະຫາຍ ພົນຈັດຕະວາ ສີ ທະວີໄຊ ຄະນະປະຈຳພັກແຂວງ ເລຂາຄະນະພັກ ຫົວໜ້າການເມືອງກອງບັນຊາການທະຫານແຂວງສະຫວັນນເຂດ ໄດ້ຂຶ້ນລາຍງານຈຸດພິເສດ,ທີ່ຕັ້ງພາລະບົດບາດໜ້າທີ່ ແລະ ການເຄື່ອນໄຫວວຽກງານປກຊ-ປກສທົ່ວແຂວງໃນໄລຍະຜ່ານມາໂດຍຫຍໍ້.ໂດຍສະເພາະວຽກງານປັບປຸງກໍ່ສ້າງກຳລັງ ວຽກງານປ້ອງກັນພາຍໃນ ວຽກງານກວດກາ ວຽກງານອົບຮົມຫັດແອບແລະວຽກງານຮັບປະກັນພະລາທິການປັບປຸງພື້ນຖານໂຄ່ງລ່າງຂອງກົມກອງ ເພື່ອໃຫ້ກົມກອງກາຍເປັນກົມກອງປອດໃສປອດໄພປອດຄະດີ .ໃນໂອກາດລົງຢ້ຽມຢາມຄັ້ງນີ້ ສະຫາຍຮອງນາຍົກລັດຖະມົນຕີ ກໍ່ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ກົມກອງຍາດມາໄດ້ໃນໄລຍະຜ່ານມາ ພ້ອມນັ້ນສະຫາຍຍັງໄດ້ຮຽກຮ້ອງໃຫ້ສອງກຳລັງ ປກຊ-ປກສ ຈົ່ງພ້ອມກັນເອົາໃຈໃສ່ ສົ່ງພະນັກລົງກໍ່ສ້າງຮາກຖານການເມືອງ ນຳພາແນວຄິດ ກັບປະຊາຊົນຢ່າງເລິກເຊິ່ງແລະປະຕິບັດວຽກງານປກຊ-ປກສ ຢ່າງເຂັ້ມງວດ,ເພື່ອເປັນການຕ້ານປະກົດການຫຍໍ້ທໍ້ຕ່າງໆຢູ່ຂອບເຂດພຶ້ນທີ່ ແລະຊາຍແດນໃຫ້ມີຄວາມສະຫງົບປອດໄພ,ຍົກສູງສະຕີລະວັງຕົວຕໍ່ກົນອຸບາຍເລ້ລ່ຽມຂອງກຸ່ມຄົນບໍ່ດີໃຫ້ໝົດໄປເທື່ອລະກ້າວ ,ໂດຍສະເພາະໃຫ້ພ້ອມກັນສຸມໃສ່ການປະຕິບັດ 4 ໜ້າທີ່ໃຫຍ່ 26 ແຜນງານ, 4ປູກ 4 ລ້ຽງ ທີ່ຂັ້ນເທິງວາງອອກວາງອອກໃຫ້ປະກົດຜົນເປັນຈິງ.

ພາບ – ຂ່າວ : ຄຳໃສ ທະຫານແຂວງ ສະຫວັນນະເຂດ

#savannakhet#medialaos

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version