Home ສຶກສາ ສສກ-ອົງການແບັບຊີໂຄ ປະຈຳລາວ ຮ່ວມມືພັດທະນາແຜນງານການສຶກສາ ກົດໝາຍຮູບແບບຄລີນິກ

ສສກ-ອົງການແບັບຊີໂຄ ປະຈຳລາວ ຮ່ວມມືພັດທະນາແຜນງານການສຶກສາ ກົດໝາຍຮູບແບບຄລີນິກ

0

ກະຊວງສຶກສາທິການ ແລະ ກິລາ (ສສກ) ແລະ ອົງການແບັບຊີໂຄ ປະຈໍາ ສປປ ລາວ ຮ່ວມສ້າງຄວາມເຂັ້ມແຂງ ແລະ ພັດທະນາແຜນງານການສຶກສາ ກົດໝາຍຮູບແບບຄລີນິກ ເພື່ອພັດທະນາ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ອາຈານ, ນັກສຶກສາ ແລະ ລະບົບການສຶກສາກົດໝາຍ ຜ່ານແຜນງານການສຶກສາກົດໝາຍຮູບແບບຄລີນິກ.

ເມື່ອວັນທີ 12 ພຶດສະພາ 2023 ທີ່ໂຮງແຮມ ຄຣາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີພິທີເຊັນບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ກະຊວງສຶກສາທິການ ແລະ ກິລາ ແລະ ອົງການ ແບັບຊີໂຄ ປະຈໍາ ສປປ ລາວ ໃນໂຄງການສ້າງຄວາມເຂັ້ມແຂງ ແລະ ພັດທະນາແຜນງານການສຶກສາກົດໝາຍຮູບແບບຄລີນິກ, ໂດຍໃຫ້ກຽດຕາງໜ້າລົງນາມຂອງ ທ່ານ ຮສ.ປອ ສາຍຂອງ ສາຍນາສິນ ຫົວໜ້າກົມການສຶກສາຊັ້ນສູງ ກະຊວງສຶກສາທິການ ແລະ ກິລາ ແລະ ນາງ ປາວີນາ ເທບພິທັກ ຜູ້ປະສານງານ ອົງການ ແບັບຊີໂຄ ປະຈໍາລາວ, ມີຫົວໜ້າກົມ, ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ພ້ອມດ້ວຍແຂກຖືກເຊີນທັງສອງຝ່າຍເຂົ້າຮ່ວມເປັນສັກຂີພະຍານ.

ຈຸດປະສົງຂອງໂຄງການສ້າງຄວາມເຂັ້ມແຂງ ແລະ ພັດທະນາແຜນງານການສຶກສາ ກົດໝາຍຮູບແບບຄລີນິກ ແມ່ນເພື່ອພັດທະນາ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ອາຈານ, ນັກສຶກສາ ແລະ ລະບົບການສຶກສາກົດໝາຍ ຜ່ານແຜນງານການສຶກສາກົດໝາຍຮູບແບບຄລີນິກ (CLE) ເປັນຕົ້ນແມ່ນ ເສີມສ້າງທັກສະໃຫ້ແກ່ອາຈານ ກ່ຽວກັບການສອນ ໂດຍໃຫ້ນັກສຶກສາມີສ່ວນຮ່ວມ ແລະ ໄດ້ປະຕິບັດຕົວຈິງ ຄຽງຄູ່ກັບການຮຽນທິດສະດີ ເພື່ອກາຍເປັນນັກກົດໝາຍ ຫຼື ຜູ້ປະຕິບັດກົດໝາຍ, ທະນາຍຄວາມທີ່ມີຄວາມຮູ້ຄວາມສາມາດ, ມີຈັນຍາບັນຕໍ່ວິຊາຊີບ, ມີຈິດອາສາທາງດ້ານກົດໝາຍ (ໂພຣໂບໂນ) ໃນການສົ່ງເສີມວຽກງານການເຂົ້າເຖິງຄວາມຍຸຕິທໍາ ແລະ ການຄຸ້ມຄອງລັດ-ຄຸ້ມຄອງສັງຄົມດ້ວຍກົດໝາຍ ໃນ ສປປ ລາວ ທີ່ສອດຄ່ອງກັບນະໂຍບາຍ ເປັນຕົ້ນແມ່ນເປົ້າໝາຍທີ່ 16.3 ກ່ຽວກັບການສົ່ງເສີມລະບຽບກົດໝາຍລະດັບຊາດ ແລະ ສາກົນ ເພື່ອຮັບປະກັນໃຫ້ທຸກຄົນເຂົ້າເຖິງຄວາມຍຸຕິທໍາ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ, ຄັ້ງທີ 9 (2021-2025) ເປົ້າໝາຍທີ 6 ການຄຸ້ມຄອງລັດ ແລະ ການປົກຄອງ ໄດ້ຮັບການປັບປຸງ, ສັງຄົມມີຄວາມສະເໝີພາບ, ຍຸຕິທໍາ ແລະ ໄດ້ຮັບການຄຸ້ມຄອງດ້ານກົດໝາຍ ແລະ ວິໄສທັດການພັດທະນາການສຶກສາ ແລະ ກິລາ ຮອດປີ 2030 ຍຸດທະສາດ ປີ 2025.

ສ່ວນກິດຈະກໍາຫຼັກຂອງໂຄງການ ແມ່ນການສ້າງຄວາມເຂັ້ມແຂງ ແລະ ພັດທະນາແຜນງານສຶກສາກົດໝາຍຮູບແບບຄລີນິກ ຢູ່ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ, ມະຫາວິທະຍາໄລຈໍາປາສັກ ແລະ ທີ່ມີຢູ່ໃນສະຖາບັນການສຶກສາກົດໝາຍໃນ ສປປ ລາວ. ໂຄງການດັ່ງກ່າວ, ໃຊ້ງົບປະມານເກືອບ 3 ຕື້ກີບ ຫຼື 168.693,23 ໂດລາສະຫະລັດ ຊຶ່ງຜູ້ໃຫ້ທຶນແມ່ນອົງການພັດທະນາສາກົນປະເທດສະຫະລັດອາເມຣິກາ, ໄລຍະເວລາຂອງການປະຕິບັດໂຄງການແມ່ນເລີ່ມແຕ່ມື້ອະນຸມັດຈົນເຖິງວັນທີ 31 ມັງກອນ 2024.

ຂ່າວໂດຍ: ບົວລະພາ ອິນສີມະນີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version