Home ຂ່າວການເມືອງ ປະກາດແຕ່ງຕັ້ງປະທານຄະນະກໍາມະການ ປກຊ-ປກສ ແຂວງສະຫວັນນະເຂດ

ປະກາດແຕ່ງຕັ້ງປະທານຄະນະກໍາມະການ ປກຊ-ປກສ ແຂວງສະຫວັນນະເຂດ

0

ພິທີປະກາດແຕ່ງຕັ້ງປະທານຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ (ປກຊ-ປກສ) ແຂວງສະຫວັນນະເຂດ ໄດ້ຈັດຂຶ້ນໃນວັນທີ 15 ພຶດສະພາ ຜ່ານມາ ທີ່ຫ້ອງປະຊຸມຫ້ອງວ່າການປົກຄອງແຂວງ ໂດຍການເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ຮອງປະທານຜູ້ປະຈໍາການຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ, ມີສະຫາຍ ບຸນໂຈມ ອຸບົນປະເສີດ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງສະຫວັນນະເຂດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີສະຫາຍ ພົນຈັດຕະວາ ສີ ທະວີໄຊ ກໍາມະການປະຈໍາພັກແຂວງ ເລຂາຄະນະພັກ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງ ທັງເປັນຮອງປະທານຄະນະກໍາມະການ ປກຊ-ປກສ ແຂວງ ໄດ້ຂຶ້ນລາຍງານການຊີ້ນໍາ ແລະ ຈັດຕັ້ງປະຕິບັດວຽກງານ ປກຊ-ປກສ ແຂວງປະຈໍາໄຕມາດ I ປີ 2023 ຊຶ່ງຍົກໃຫ້ເຫັນວ່າ: ແຂວງສະຫວັນນະເຂດ ເປັນແຂວງທີ່ກວ້າງໃຫຍ່ ແລະ ມີປະຊາກອນຫຼາຍກວ່າໝູ່ໃນປະເທດ, ປະກອບດ້ວຍ 1 ນະຄອນ, 14 ຕົວເມືອງ, ມີພົນລະເມືອງທັງໝົດ 1 ລ້ານ 3 ແສນກວ່າຄົນ, ປະກອບມີຫຼາຍຊົນຊາດຊົນເຜົ່າ. ໃນໄລຍະ 3 ເດືອນຜ່ານມາ, ແຂວງສະຫວັນນະເຂດ ໂດຍພື້ນຖານມີສະຖຽນລະພາບທາງດ້ານການ ເມືອງ, ສັງຄົມມີຄວາມສະຫງົບປອດໄພ, ມີຄວາມເປັນລະບຽບຮຽບຮ້ອຍ, ເສດຖະກິດມີການຂະຫຍາຍຕົວຕໍ່ເນື່ອງ ແຕ່ຍັງປະເຊີນກັບສິ່ງທ້າທາຍ ແລະ ປະສົບກັບຄວາມຫຍຸ້ງຍາກຈໍານວນໜຶ່ງທີ່ຈະຕ້ອງໄດ້ເອົາໃຈໃສ່ຕິດຕາມແກ້ໄຂຢ່າງໃກ້ຊິດເປັນຕົ້ນ: ບັນຫາການເຂົ້າ-ອອກເມືອງບໍ່ຖືກຕ້ອງ, ພົ້ນເດັ່ນບັນຫາການຄ້າຂາຍເຖື່ອນ, ຄ້າຂາຍຢາເສບຕິດ ສາມາດແກ້ໄຂຄະດີຢາເສບຕິດໄດ້ 113 ລາຍ, ມີຜູ້ຖືກຫາ 182 ຄົນ ຍິງ 15 ຄົນ, ຢຶດຂອງກາງຢາບ້າໄດ້ 332.081 ເມັດ, ຢາອີ 154 ເມັດ, ຢາໄອ້ 17 ຖົງ, ຢາເຄ 4 ຖົງນ້ອຍ, ນອກຈາກນັ້ນກໍຍັງມີກາເຟ (ກາເຟຢາເສບຕິດ), ກັນຊາ, ກະທ້ອມ, ປຸ້ມເປົ້າ (ມີສານເສບຕິດ), ຢາສູບໄຟຟ້າ ແລະ ສິ່ງເສບຕິດອື່ນໆ, ສາມາດຢຶດເງິນໄດ້ 77.245.000 ກີບ, ເງິນບາດ 55.520 ບາດ ແລະ ສາຍຄໍຄ້າຍຄືຄໍາ 1 ເສັ້ນ.

ຈາກນັ້ນ, ສະຫາຍ ພົນຕີ ສະຫວ່າງໄຊ ສິນນະວົງ ຫົວໜ້າຫ້ອງການຄະນະກໍາມະການ ປກຊ-ປກສ ສູນກາງ ໄດ້ຂຶ້ນອ່ານມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ເລກທີ 319/ຄລສພ, ລົງວັນທີ 28/3/2023 ວ່າດ້ວຍການແຕ່ງຕັ້ງ ສະຫາຍ ບຸນໂຈມ ອຸບົນປະເສີດ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງສະຫວັນນະເຂດ ເປັນປະທານຄະນະກໍາມະການ ປກຊ-ປກສ ແຂວງ ແລະ ສະເໜີຫຍໍ້ໂຄງປະກອບການຈັດຕັ້ງ, ໜ້າທີ່, ພາລະບົດບາດຂອງຄະນະກໍາມະການ ປກຊ-ປກສ ຂັ້ນແຂວງ ທັງນີ້ເພື່ອເປັນການສືບຕໍ່ຈັດຕັ້ງປະຕິບັດວຽກງານ ປກຊ-ປກສ ພາຍໃນແຂວງເຮັດໃຫ້ສັງຄົມມີຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ມີສະຖຽນລະພາບ, ມີຄວາມໝັ້ນຄົງ, ສ້າງເງື່ອນໄຂໃຫ້ແກ່ການຊຸກຍູ້ພັດທະນາເສດຖະກິດ-ສັງຄົມໃຫ້ຂະຫຍາຍຕົວຢ່າງຕໍ່ເນື່ອງ, ປົວແປງຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໃຫ້ດີຂຶ້ນ, ສັງຄົມມີຄວາມສາມັກຄີປອງດອງ, ປະຊາທິປະໄຕ, ຍຸຕິທໍາ ແລະ ສີວິໄລ.

ຂ່າວ: ສະຫວັນນະເຂດ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version