Home ສຶກສາ ບ້ານໂພນຜາງ ເມືອງອາດສະພັງທອງ ໄດ້ອາຄານຮຽນຫຼັງໃໝ່

ບ້ານໂພນຜາງ ເມືອງອາດສະພັງທອງ ໄດ້ອາຄານຮຽນຫຼັງໃໝ່

0

ບ້ານໂພນຜາງ ເມືອງອາດສະພັງທອງ ແຂວງສະຫວັນນະເຂດ ໄດ້ຈັດພິທີມອບ-ຮັບອາຄານຮຽນຫຼັງ ໃໝ່ ເມື່ອບໍ່ດົນມານີ້ ທີ່ບ້ານດັ່ງກ່າວ, ກ່າວມອບໂດຍ ທ່ານ ແດນ້ຽວ ມາໂຄຣຊິກຟຣິດ ຫົວໜ້າມູນນິທິເກື້ອຝັນເດັກ ແລະ ກ່າວຮັບແມ່ນ ທ່ານ ສີພະນົມ ອິນທະດາລິນ ຮອງຫົວໜ້າຫ້ອງການສຶກສາທິການແລະ ກິລາເມືອງອາດສະພັງທອງ, ມີທ່ານ ກ່ອງແກ້ວ ໄຊຈຳພອນ ຕາງໜ້າພະແນກສຶກສາທິການ ແລະ ກິລາ ແຂວງສະຫວັນນະເຂດ ແລະ ທ່ານ ບຸນລອດ ພິມມະສານ ຜູ້ອຳນວຍການໂຮງຮຽນປະຖົມສົມບູນໂພນຜາງ ເມືອງອາດສະພັງທອງ ພ້ອມດ້ວຍຄະນະອຳນາດການປົກຄອງບ້ານໂພນຜາງ, ພະນັກງານ, ຄູ-ອາຈານ, ນັກຮຽນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໂຄງການກໍ່ສ້າງອາຄານຮຽນ ຍ້ອນເຫັນໄດ້ອາຄານຮຽນຫຼັງເກົ່າມີສະພາບຊຸດໂຊມ, ຫ້ອງຮຽນບໍ່ພຽງພໍ ແລະ ບໍ່ໄດ້ມາດຖານ, ການຮຽນກໍມີລັກສະນະແອອັດ, ທາງຄະນະພັກ, ຄະນະຫ້ອງການສຶກສາທິການ ແລະ ກິລາເມືອງ ຈຶ່ງໄດ້ສົມທົບກັບອຳນາດການປົກຄອງບ້ານ ພ້ອມດ້ວຍຄູ-ອາຈານ ໄດ້ມີຄວາມເປັນເອກະພາບກັນສະເໜີຂໍທຶນຈາກໂຄງການມູນນິທິເກື້ອຝັນເດັກ ກໍ່ສ້າງອາຄານຮຽນ ຫຼັງໃໝ່ 1 ຫຼັງ ປະກອບດ້ວຍ 5 ຫ້ອງ ລວມມູນຄ່າການກໍ່ສ້າງທັງໝົດ 423.340.000 ກີບ ຊຶ່ງອາຄານຮຽນ ໄດ້ເລີ່ມລົງມືກໍ່ສ້າງ ນັບແຕ່ເດືອນມິຖຸນາ 2019 ຫາ ເດືອນມັງກອນ 2020 ແລະ ໄດ້ສຳເລັດ 100%.

ໂອກາດນີ້, ທ່ານ ສີພະນົມ ອິນທະດາລິນ ໄດ້ຕາງໜ້າໃຫ້ຄະນະພັກ, ຄະນະນຳຫ້ອງການສຶກສາທິການ ແລະ ກິລາເມືອງ ຕະຫຼອດຄະນະອຳນວຍການໂຮງຮຽນ, ພະນັກງານ, ຄູ-ອາຈານ ແລະ ນັກຮຽນພາຍໃນບ້ານດັ່ງກ່າວ ສະແດງຄວາມຂອບອົກຂອບໃຈ ຕໍ່ບັນດາທ່ານຜູ້ໃຫ້ທຶນກໍ່ສ້າງທາງໂຮງຮຽນ ແລະ ໄດ້ມອບໃບຍ້ອງຍໍໃຫ້ມູນນິທິດັ່ງກ່າວ ເພື່ອສະແດງຄວາມຮູ້ບຸນຄຸນ ແລະ ຈາລຶກຄຸນງາມຄວາມດີນີ້ເອົາໄວ້ຕະຫຼອດໄປ.

(ຂ່າວ-ພາບ: ແຂວງສະຫວັນນະເຂດ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version