Home ຂ່າວພາຍໃນ ພະຍາດໄຂ້ຍຸງລາຍຍັງລະບາດຢູ່ຫຼາຍແຂວງໃນທົ່ວປະເທດ

ພະຍາດໄຂ້ຍຸງລາຍຍັງລະບາດຢູ່ຫຼາຍແຂວງໃນທົ່ວປະເທດ

0

ການລະບາດຂອງພະຍາດໄຂ້ເລືອດອອກ ຫຼື ໄຂ້ຍຸງລາຍ ແມ່ນເກີດຂຶ້ນມາຫຼາຍປີ ເຮັດໃຫ້ເກີດມີຜູ້ເສຍຊີວິດຍ້ອນພະຍາດດັ່ງກ່າວໃນແຕ່ລະປີ ເມື່ອຮອດລະດູຝົນແລ້ວຈະມີຜູ້ເປັນພະຍາດໄຂ້ຍຸງລາຍຈຳນວນຫຼາຍ ເພື່ອບໍ່ໃຫ້ເປັນພະຍາດດັ່ງກ່າວໃນລະດູຝົນນີ້ ທຸກຄົນຕ້ອງພ້ອມກັນເປັນເຈົ້າການມີສະຕິໃນການປ້ອງກັນໂດຍສະເພາະການຮັກສາຄວາມສະອາດພາຍໃນ ແລະ ພາຍນອກເຮືືອນໃຫ້ສະອາດຢູ່ສະເໝີ ເຮັດອະນາໄມກະໂປະ ກະປ໋ອງ ຢາງຕີນລົດເກົ່າທີ່ບໍ່ໄດ້ໃຊ້ຖີ້ມ ເມື່ອເວລາຝົນຕົກລົງມາບໍ່ໃຫ້ມີນໍ້າຂັງ ກາຍເປັນບ່ອນເພາະພັນຂອງຍຸງລາຍ ແລະ ຖ້າບ້ານເຮືອນມີຫຍ້າຮົກເຮື້ອ ຫຼື ມີຕົ້ນໄມ້ຫົ່ມຫຼາຍກໍຕ້ອງໄດ້ອະນາໄມ ຕັດຮອນຖິ້ມໃຫ້ມີແສງແດດສອດສ່ອງແດ່ກໍຈະເປັນການດີ ພ້ອມນັ້ນ ເວລານອນກາງເວັນ ຫຼື ກາງຄືນທຸກຄົນກໍຕ້ອງນອນໃນມຸ້ງ ທາຢາກັ່ນຍຸງ ແລະ ອື່ນໆ ເປັນເຈົ້າການປະຕິບັດຫຼັກການ 5ປ ຄື: ປິດຝາພາຊະນະທີ່ເກັບນ້ຳໃຫ້ແຈບດີ ເພື່ອບໍ່ໃຫ້ມີຍຸງວາງໄຂ່ໃສ່ ປ່ຽນນ້ຳ ແລະ ຜັດຖູພາຊະນະ ປ່ອຍປາຫາງນົກຍຸງເພື່ອກິນໜອນນໍ້າ ປັບປຸງອະນາໄມສິ່ງແວດລ້ອມເຮືອນບໍ່ໃຫ້ມີແຫຼ່ງເພາະພັນ ປະຕິບັດເປັນປະຈຳທຸກໆອາທິດ.

ອີງຕາມຂໍ້ມູນຈາກພະແນກສາທາລະນະສຸກ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ ມາຮອດວັນທີ 11 ພຶດສະພາ 2023 ທົ່ວປະເທດມີຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍສະສົມທັງໝົດ 1.933 ຄົນ ຕິດເຊື້ອໃໝ່ 35 ຄົນ ແຂວງຄຳມ່ວນ 340 ຄົນ ແຂວງ ອຸດົມໄຊ 306 ຄົນ ນະຄອນຫຼວງວຽງຈັນ 234 ຄົນ ແລະ ແຂວງອື່ນໆ ຕາມລຳດັບ ສໍາລັບອາການຂອງຄົນທີ່ເປັນພະຍາດໄຂ້ຍຸງລາຍ ຫຼື ໄຂ້ເລືອດອອກ ມີໄຂ້ສູງ 2-3 ວັນ ປວດຫົວ ປວດກະໂບງຕາ ປວດກ້າມຊີ້ນ ປວດຕາມຂໍ່ກະດູກ ປວດຮາກ ມີຜື່ນແດງຕາມຜີວ ໜັງ ເລືອດຊຶມຕາມເຍື່ອເມືອກ ຖ້າຮຸນແຮງຈະເກີດມີອາການຊ໋ອກ ສະນັ້ນ ເມື່ອທ່ານ ແລະ ຄົນໃນຄອບຄົວຂອງທ່ານຮູ້ສຶກບໍ່ສະບາຍ ເປັນໄຂ້ໃຫ້ຮີບຮ້ອນໄປພົບແພດໝໍທີ່ໃກ້ບ້ານທ່ານໂດຍດ່ວນ ເພື່ອໃຫ້ແພດໝໍໄດ້ບົ່ງມະຕິແລ້ວກິນຢາຕາມແພດສັ່ງໃຫ້ຖືກວິທີ ແລະ ປິ່ນປົວຕາມອາການໃຫ້ທັນເວລາ ຫ້າມບໍ່ໃຫ້ຊື້ຢາມາກິນເອງ.

#VientianeMai

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version