Home ຂ່າວກິລາ ຢູໂດລາວ ໄດ້ອີກ 1 ໄດ້ຫຽນເງິນ

ຢູໂດລາວ ໄດ້ອີກ 1 ໄດ້ຫຽນເງິນ

0

ຢູໂດລາວ ໄດ້ອີກ 1 ຫຼຽນເງິນ ຈາກ ທ. ສຸກພະໄຊ ສິດທິສານ ປະເພດຕໍ່ສູ້ ຮຸ່ນນໍ້າໜັກ -60 ກິໂລ ຊຶ່ງຮອບຊີງເສຍໃຫ້ ທ. ຈູດຶກດາດ ນັກກິລາແຊັມເກົ່າ ຈາກຫວຽດນາມ ແບບຫວຸດວິດ ໃນຊີເກມ ຄັ້ງທີ 32 ທີ່ກຳປູເຈຍ ເປັນ ເຈົ້າພາບ.

ທ. ສຸກພະໄຊ ເຄີຍໄດ້ຫຼຽນເງິນລາຍການນີ້ 2 ຄັ້ງຕິດຕໍ່ກັນ ຊຶ່ງຄັ້ງຜ່ານ ມາປີ 2021 ທີ່ຫວຽດນາມເປັນເຈົ້າພາບ ກໍເສຍໃຫ້ ນັກກິລາຄົນດັ່ງກ່າວ.

ນອກຈາກນີ້ ນັກກິລາຢູໂດລາວ ຍັງໄດ້ 1 ຫຼຽນເງິນ ຈາກ ປະເພດຟ້ອນ Kime No Kata ຄູ່ຊາຍ ຈາກ ທ. ວຽງວິໄລ ຈັນສີ ແລະ ທ. ຈິນດາວອນ ສີວັນວິໄລ ດ້ວຍຄະແນນໃນຮອບສຸດທ້າຍໄດ້ 513.5 ຄະແນນ, ຫຼຽນຄຳ ເປັນຂອງຫວຽດນາມ ແລະ ຫຼຽນທອງຮ່ວມ ກຳປູເຈຍ ເຈົ້າພາບ ແລະ ສິງກະໂປ.

ສ່ວນ 1 ຫຼຽນທອງ ໄດ້ມາຈາກ ປະເພດຟ້ອນ Ju No Kata ຄູ່ຍິງ ຈາກ ນ. ມະຍຸລີ ພານຸວົງ ແລະ ນ. ພອນວັນ ສີອໍາພອນ ຮອບສຸດທ້າຍໄດ້ 401 ຄະ ແນນ ເທົ່າກັນກັບ ອັນດັບທີ 2 ປະເທດຫວຽດນາມ ແຕ່ຄະແນນຖືກຕັດ ຫຼາຍກວ່າ, ສ່ວນຫລຽນຄໍາເປັນຂອງໄທ ແລະ ຫຼຽນຮ່ວມແມ່ນ ກໍາປູເຈຍ ເຈົ້າພາບ.

ຂໍ້ມູນໂດຍ: ຂ່າວກິລາ Lao National TV

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version