Home ທ່ອງທ່ຽວ ຕາດປຸ່ງ

ຕາດປຸ່ງ

0

ນໍ້າຕົກຕາດປຸ່ງ ຕັ້ງຢູ່ບໍລິເວນເຂດບ້ານນໍ້າຄຸຍ ຫ່າງຈາກເທດສະບານເມືອງລ້ອງຊານ ປະມານ 8 ກິໂລແມັດ, ນ້ຳຕົກຕາດປຸ່ງ ສູງປະມານ 18 ແມັດ ປະກອບດ້ວຍຕາດ 2 ຖ້ານ ຖ້ານເທິງສູງປະມານ 10 ແມັດ ແລະ ຖ້ານລຸ່ມສູງ 8 ແມັດ ອ້ອມຮອບໄປດ້ວຍພູຜາປ່າໄມ້ຂຽວງາມຕະ​ຫຼອດປີເປີດໃຫ້ນັກທ່ອງທ່ຽວເຂົ້າທ່ຽວຊົມທຸກໆມື້ ໂດຍສະເພາະໃນຕອນກາງເວັນເທົ່ານັ້ນ ຊຶ່ງຜູ້ຄົນທີ່ມາຮອດເມືອງລ້ອງຊານຈະບໍ່ ພາດທີ່ຈະແວ່ທຽວຊົມຄວາມງົດງາມຂອງຕາດ​ປຸ່ງ, ພາຍ​ຫຼັງປົດປ່ອຍຊາດ ໃນໄລຍະກາງຊຸມປີ 1970 ຊາວບ້ານໄດ້ຍົກຍ້າຍມາຕັ້ງ​ຖິ່ນ​ຖານຢູ່​ເຂດນີ້ ແລະ ໄດ້ຄົ້ນພົບບໍ່ນໍ້າໜຶ່ງ ທີ່ໄ​ຫຼລົງໃສ່ແມ່ນໍ້າຄຸຍ ຊຶ່ງເປັນ ບ່ອນເຕົ້າໂຮມຂອງສັດປ່າຈໍາພວກຊ້າງ, ກະທິງ, ກວາງ, ຟານ, ໝູປ່າ, ໝີ, ເ​ໝືອຍ….ລົງມາກິນນໍ້າໃນບໍ່ນໍ້າດັ່ງກ່າວ, ຈຶ່ງຮຽກຕາດ​ນີ້​ວ່າ “ຕາດປຸ່ງ”. ເວລາເປິດ: ທຸກມື້, 8:00-16:30 ໂມງ.

ຂໍ້ມູນຈາກ: ກົມໂຄສະນາການທ່ອງທ່ຽວກະຊວງ ຖວທ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version