Home ຂ່າວຕ່າງປະເທດ ສ.ເກົາຫລີ ຈະເອີ້ນຄືນລົດ ຫລາຍກວ່າ 2,2 ແສນຄັນ

ສ.ເກົາຫລີ ຈະເອີ້ນຄືນລົດ ຫລາຍກວ່າ 2,2 ແສນຄັນ

0

ສຳນັກຂ່າວຊິນຮວາຂອງ ສປຈີນ ວັນທີ 10 ເດືອນພຶດສະພາ ກະຊວງຄົມມະນາຄົມ ຂອງ ສ.ເກົາຫລີ ເປີດເຜີຍວ່າ: ກຸ່ມຜູ້ຜະລິດຍານພາຫະນະພາຍໃນປະເທດ ແລະ ຕ່າງປະເທດ ຈຳນວນ 5 ແຫ່ງ ຈະເອີ້ນຄືນຍານພາຫະນະໂດຍສະໝັກໃຈ ຈຳນວນ 229.052 ຄັນ ເນື່ອງຈາກກວດພົບຂໍ້ບົກຜ່ອງດ້ານການຜະລິດ. ເຈົ້າໜ້າທີ່ກະຊວງກ່ຽວຂ້ອງລະບຸວ່າ: ເກຍ ມໍເຕີຣ (Kia Motors) ຈະເອີ້ນຄືນ ລົດໃຫຍ່ລຸ້ນຄາຣນິວັລ (Carnival) ຈຳນວນ 190.841 ຄັນ ເນື່ອງຈາກປະຕູເລື່ອນເປ່ເພ. ໃນຂະນະທີ່ ເມີຣເຊເດສ-ເບນຊ (Mercedes-Benz Korea) ຈະເອີ້ນຄືນລົດໃຫຍ່ 8 ລຸ້ນ ຈຳນວນ 20.547 ຄັນ ລວມເຖິງ ລົດໃຫຍ່ລຸ້ນອີ 200 ດີ (E200d) ເນື່ອງຈາກອຸປະກອນສ່ວນປໍ້າເຊື້ອໄຟແຮງດັນສູງ ມີຄວາມທົນທານຫລຸດຕໍ່າລົງ ແລະ ລຸ້ນອື່ນໆອີກ. ໂດຍກະຊວງດັ່ງກ່າວລະບຸວ່າ: ເຈົ້າຂອງລົດໃຫຍ່ສາມາດໄປທີ່ສູນສ້ອມແປງ ແລະ ບໍລິການຂອງບໍລິສັດຕ່າງໆ ເພື່ອປ່ຽນ ອຸປະກອນທີ່ເປເພໂດຍບໍ່ເສຍຄ່າໃຊ້ຈ່າຍໃດໆ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version