Home ຂ່າວຕ່າງປະເທດ ຈີນ ເປີດເຜີຍການລົງທຶນທາງລົດໄຟ ຈະເລີນເຕີບໂຕ 6,3%

ຈີນ ເປີດເຜີຍການລົງທຶນທາງລົດໄຟ ຈະເລີນເຕີບໂຕ 6,3%

0

ສຳນັກຂ່າວຊິນຮວາຂອງ ສປຈີນ ວັນທີ 10 ເດືອນພຶດສະພາ ບໍລິສັດລົດໄຟແຫ່ງປະເທດຈີນ ຈຳກັດລາຍງານວ່າ: ໃນໄລຍະ 4 ເດືອນທຳອິດຂອງປີນີ້, ການລົງທຶນຊັບສິນຖາວອນດ້ານທາງລົດໄຟ ຂອງຈີນ ລວມມີ 1,67 ແສນລ້ານຢວນ (ສະກຸນເງິນຈີນ), ເພີ່ມຂຶ້ນ 6,3% ເມື່ອທຽບໃສ່ປີຕໍ່ປີ. ບໍລິສັດດັ່ງກ່າວໄດ້ເນັ້ນໃສ່ການລົງທຶນໃນໂຄງການຂະໜາດໃຫຍ່ ຈຳນວນ 102 ໂຄງການ , ຊຶ່ງກຳນົດຢູ່ໃນແຜນພັດທະນາເສດຖະກິດ ແລະ ສັງຄົມແຫ່ງຊາດ ໃນໄລຍະ 5 ປີ ສະບັບທີ 14 (2021-2025) ເພື່ອຊຸກຍູ້ການກໍ່ສ້າງລະບົບໂຄງສ້າງພື້ນຖານເສັ້ນທາງລາງໃຫ້ທັນສະໄໝ ແລະ ອື່ນໆ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version