Home ຂ່າວຕ່າງປະເທດ ສ.ເກົາຫລີ ຍົກເລີກມາດຕະການຈຳກັດໂຄວິດ-19ເກືອບທັງໝົດ

ສ.ເກົາຫລີ ຍົກເລີກມາດຕະການຈຳກັດໂຄວິດ-19ເກືອບທັງໝົດ

0

ສຳນັກ​ຂ່າວ ຢອນ​ຮັບ ຂອງ ສ.​ເກົາຫລີ, ວັນ​ທີ 11ພຶດ​ສະ​ພານີ້,ທ່ານ YoonSeok-Yeol,ປະ​ທາ​ນາ​ທິ​ບໍ​ດີ ຂອງ ສ.​ເກົາຫລີ ປະກາດຍົກເລີກມາດຕະການຄວບຄຸມ​ໂຄ​ວິດ-19 ຈະ​ຖືກ​ຍົກ​ເລີກ​ເກືອບ​ທັງ​ໝົດ​ຈາກ​ລະດັບ​ຮ້າຍ​ແຮງມາ​ເປັນ​ການເຝົ້າ​ລະວັງ ມາດ​ຕະກາ​ນ ກັກ​ຕົວ 7 ວັນ ກັບ​ຜູ້​ຕິດ​ເຊື້ອ ຈະ​ປ່ຽນ​ເປັນ ​ແນະ​ນຳ​ໃຫ້​ກັກ​ຕົວ 5 ວັນ ຍົກ​​ເລີກການ​ບັງຄັບ​ໃສ່​ຜ້າ​ອັດ​ປາກທຸກ​ແຫ່ງຍົກ​ເວັ້ນຫ້ອງ​ປິ່ນປົວ​ພະຍາດຢູ່ໂຮງໝໍ​ ແລະ ຍົກ​ເລີກ ຄຳ​ແນະນຳ​ການກວດ​ຫາ​​​​ເຊື້ອພະຍາດແບບ PCR ​ເມື່ອ​ເດີນທາງ​ມາ​ເຖິງ ສ.​ເກົາຫລີ.ນອກຈາກ​ນີ້ ລັດຖະບານ ສ.​ເກົາຫລີ ຈະ​ໃຫ້ການ​ສະໜັບສະໜູນທາງ​ການ​ເງິນ​ແກ່​ການກວດ​ຫາ​ເຊື້ອ​ ​ແລະ ປິ່ນປົວ ໂຄ​ວິດ-19 ພ້ອມ​ທັງ​ວາງ​ມາດ​ຕະການປ້ອງ​ກັນການ​ແພ່​ລະບາດ​ໃນ​ອະນາຄົດດ້ວຍ​ການ​ຕິດຕັ້ງລະບົບຮັບ​ມື ທີ່​ຕັ້ງຢູ່ບົນ​ພື້ນຖານຂອງ​ວິທະຍາສາດ ​ແລະ ​ເພີ່ມ​ຂີດຄວາມ​ສາມາດການ​ພັດທະນາ​ວັກ​ຊິນຂອງ​ປະ​ເທດ ຄຽງ​ຄູ່​ໄປ​ກັບ​ການ​ຮ່ວມ​ມື​ກັບ​ປະຊາ​ຄົມ​ໂລກ. ນອກ​ນີ້ຍັງ​ຈະ​ຮ່າງ​ນະ​ໂຍບາຍຫລັງ​ໂຄ​ວິດ-19 ​ເພື່ອ​ນຳ​ການ​ປ່ຽນ​ແປງທີ່​ເກີດ​ຂຶ້ນທາງ​ສັງຄົມມາ​ເປັນ​ກົນ​ໄກຂັບ​ເຂື່ອນ​ການ​ເຕີບ​ໂຕທາງ​ເສດຖະກິດ ໃນ​ຕໍ່ໜ້າ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version