Home ຂ່າວກິລາ ນັກກິລາທີມຊາດລາວ 5 ປະເພດ ສໍາເລັດເຂົ້າຮ່ວມຊີເກມ ຄັ້ງທີ 32

ນັກກິລາທີມຊາດລາວ 5 ປະເພດ ສໍາເລັດເຂົ້າຮ່ວມຊີເກມ ຄັ້ງທີ 32

0

ຄະນະນໍາ, ຄູຝຶກ ແລະ ນັກກິລາທີມຊາດລາວ ເກືອບ 50 ຄົນ, ຈາກ 5 ປະເພດກິລາ ຄື: ກະຕໍ້ຊິນລອນ, ໂວວີນາມ, ຈູຈິດຊູ, ກາຣາເຕໂດ ແລະ ກຸນ ບົກກະຕໍ ໄດ້ເດີນທາງມາເຖິງນະຄອນຫຼວງວຽງຈັນ ເປັນຂະບວນທຳອິດ ໃນຕອນແລງວັນ 10 ພຶດສະພາ 2023.

ໃຫ້ກຽດຕ້ອນຮັບຢ່າງອົບອຸ່ນໂດຍທ່ານ ນາງ ຂັນທະລີ ສີຣິພົງ ພັນ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ພ້ອມດ້ວຍຄະນະ.

ສໍາລັບຜົນງານຂອງນັກກິລາທັງ 5 ປະເພດ ມີຄື:

ກະຕໍ້ຊິນລອນ ໄດ້ 1 ຫຼຽນຄໍາ 3 ຫລຽນເງິນ 5 ຫລຽນທອງ.

– ກິລາ ກຸນ ບົກກະຕໍ ໄດ້ 1 ຫລຽນຄຳ, 1 ຫລຽນເງິນ, 10 ຫລຽນທອງ.

– ໂວວີນາມ ໄດ້ 1 ຫຼຽນຄໍາ, 1 ຫລຽນເງິນ, 5 ຫລຽນທອງ.

– ກິລາ ຈູຈິດຊູ ໄດ້ 1 ຫລຽນເງິນ.

– ກາຣາເຕໂດ 1 ຫລຽນທອງ.

ຂ່າວ: ເດດອາລຸນ

ພາບ:ຂັນໄຊ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version