Home ຂ່າວການເມືອງ ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 42 ແບບວົງແຄບ 

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 42 ແບບວົງແຄບ 

0

ໃນຕອນເຊົ້າຂອງວັນທີ 11 ພຶດສະພາ 2023 ທີ່ ລາບວນ ບາໂຈ, ອິນໂດເນເຊຍ, ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສືບຕໍ່ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 42 ແບບວົງແຄບ.

ໃນກອງປະຊຸມວົງແຄບຄັ້ງນີ້, ຜູ້ນຳອາຊຽນ ໄດ້ຮັບຊາບການລາຍງານຂອງປະທານອາຊຽນ ກໍຄືຫ້ອງການຂອງທູດພິເສດຂອງປະທານອາຊຽນວ່າດ້ວຍມຽນມາ ໃນການອໍານວຍຄວາມສະດວກໃນການຈັດຕັ້ງປະຕິບັດ 5 ຂໍ້ຕົກລົງຂອງຜູ້ນໍາອາຊຽນ ລວມທັງການຊ່ວຍເຫຼືອດ້ານມະນຸດສະທໍາໃນມຽນມາ ແລະ ໃນໂອກາດນີ້, ຜູ້ນໍາອາຊຽນ ໄດ້ເຫັນດີຮັບຮອງເອົາຖະແຫຼງການຮ່ວມຂອງຜູ້ນຳອາຊຽນ ກ່ຽວກັບເຫດການໂຈມຕີຂະບວນລົດຂອງສູນປະສານງານອາຊຽນເພື່ອການຊ່ວຍເຫຼືອດ້ານມະນຸດສະທໍາໃນເວລາເກີດໄພພິບັດ ແລະ ທີມງານຕິດຕາມຂອງອາຊຽນໃນມຽນມາ.

ໃນໂອກາດນີ້, ກອງປະຊຸມ ກໍໄດ້ປຶກສາຫາລືປຶກສາຫາລື ກ່ຽວກັບ ການຈັດຕັ້ງປະຕິບັດເອກະສານແນວຄວາມຄິດອາຊຽນ ກ່ຽວກັບ ອິນໂດ-ປາຊີຟິກ ແລະ ຮັບຊາບຄວາມຄືບຫນ້າຂອງການກະກຽມບູລິມະສິດຕ່າງໆຂອງ ອິນໂດເນເຊຍ ເພື່ອຜັນຂະຫຍາຍເອກະສານດັ່ງກ່າວ ເຊັ່ນ: ຂໍ້ລິເລີ່ມ ເສດຖະກິດແບບມີຫົວຄິດປະດິດສ້າງ, ພື້ນຖານໂຄງລ່າງ, ທຸລະກິດ ແລະ ການລົງທຶນ ແລະ ບົດບາດຂອງຊາວໜຸ່ມໃນການພັດທະນາດີຈີຕອນ ສໍາລັບເປົ້າຫມາຍການພັດທະນາແບບຍືນຍົງ. ພ້ອມນີ້,​ ບັນດາຜູ້ນໍາອາຊຽນ ກໍໄດ້ຢໍ້າຄືນເຖິງຄວາມສໍາຄັນຂອງຄວາມເປັນແກນກາງຂອງ ອາຊຽນໃນໂຄງການສ້າງຮ່ວມມືຂອງພາກພື້ນ,​ ໂດຍຜ່ານບັນດາກົນໄກການຮ່ວມທີ່ອາຊຽນສ້າງຕັ້ງຂຶ້ນ.

ພາຍຫລັງສໍາເລັດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 42 ແບບວົງແຄບ,​ ທ່ານນາຍົກລັດຖະມົນຕີ ສອນໄຊ     ສີພັນດອນ ໄດ້ພົບປະສອງຝ່າຍ ກັບ ສົມເດັດ ຊຸນຕານ ຮາຈິ ຮາຊານານ ໂບນເກຍ ແຫ່ງ ບຣູໄນ ດາຣູຊາລາມ ເພື່ອປຶກສາຫາລື ແລະ ຊຸກຍູ້ການພົວພັນຮ່ວມມືສອງຝ່າຍຮ່ວມກັນ.

Medialaos MMD

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version