Home ທ່ອງທ່ຽວ ພູເບ້ຍ ມີຄວາມສູງ 2.820 ແມັດ

ພູເບ້ຍ ມີຄວາມສູງ 2.820 ແມັດ

0

ພູເບ້ຍເປັນພູທີ່ສູງທີ່ສຸດໃນປະເທດລາວ ຊຶ່ງມີຄວາມສູງ 2.820 ແມັດ ທຽບໃສ່ລະດັບໜ້ານ້ຳທະເລ, ຕັ້ງຢູ່ ເມືອງອານຸວົງ ຫ່າງ​ຈາກ​ເທດ​ສະ​ບານປະມານ 30 ກິໂລແມັດ ໄປທາງທິດເໜືອ, ຢູ່ເທິງຈອມພູເບ້ຍ ​ອຸນຫະພູມສະເລ່ຍ ປະມານລົບ 5 ອົງສາ, ອຸ​ດົມ​ສົມ​ບູນ​ດ້ວຍ​ພືດ​ຊີ​ວະ​ນາໆ​ພັນ​, ນອກນັ້ນຍັງມີສັດປ່າຫຼາຍຊະນິດທີ່ອາ​ໄສຢູ່ ພິເສດມີພືດຊະນິດໜຶ່ງປົກຫຸ້ມທົ່ວພື້ນດິນຄ້າຍຄືກ​ອງ​ເຟືອງ ​ເວ​ລາ​ເຮົາ​ຍ່າງ​ຢຽບ​ຈະຮູ້ສຶກອ່ອນນວມ ແລະ ມີໄມ້ມຸງຄຸນທີ່ຫາຍາກເຊັ່ນ: ໄມ້ໂລ່ງເລ່ງຈໍານວນຫຼາຍພັນຕົ້ນຢັ່ງຢາຍໄປຕາມເປີ້ນ​ພູ, ຢູ່ເທິງພູເບ້ຍ​ອາ​ກາດ​ສົດ​ຊື່ນ ແລະ ຊຸມເຢັນຕະຫຼອດປີເ​ໝາະແກ່ການທ່ຽວຊົມ ພັກຜ່ອນຕາກອາກາດ ​ຫຼື ຜູ້ທີ່ມັກສໍາຜັດກັບຄວາມ​ໜາວ​ເຢັນ.

ຂໍ້ມູນຈາກ: ກົມໂຄສະນາການທ່ອງທ່ຽວ ກະຊວງ ຖວທ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version