Home ຂ່າວໜ້າໜຶ່ງ ກອງປະຊຸມຄົບຄະນະບໍລິຫານງານພັກ ຄັ້ງທີ 8 ສະໄໝທີ IV ຂອງອົງຄະນະພັກສານປະຊາຊົນສູງສຸດ

ກອງປະຊຸມຄົບຄະນະບໍລິຫານງານພັກ ຄັ້ງທີ 8 ສະໄໝທີ IV ຂອງອົງຄະນະພັກສານປະຊາຊົນສູງສຸດ

0

ກອງປະຊຸມຄົບຄະນະບໍລິຫານງານພັກ ຄັ້ງທີ 8 ສະໄໝທີ IV ຂອງອົງຄະນະພັກສານປະຊາຊົນສູງສຸດ ໄດ້ຈັດຂຶ້ນໃນວັນທີ 10 ພຶດສະພາ ນີ້ ທີ່ ສານປະຊາຊົນສູງສຸດ (ສປສສ), ພາຍໃຕ້ການປະທານຂອງສະຫາຍ ນາງ ວຽງທອງ ສີພັນດອນ ຄະນະເລຂາທິການສູນກາງພັກ ເລຂາຄະນະບໍລິຫານງານພັກ ປະທານສານປະຊາຊົນສູງສຸດ ຊຶ່ງມີຮອງເລຂາຄະນະບໍລິຫານງານພັກ, ຄະນະປະຈຳພັກ, ກຳມະການບໍລິຫານງານພັກ ເຂົ້າຮ່ວມ.

ສະຫາຍ ນາງ ວຽງທອງ ສີພັນດອນ ໄດ້ກ່າວຈຸດປະສົງຂອງກອງປະຊຸມ ແມ່ນເພື່ອພ້ອມກັນຮັບຟັງ ແລະ ຄົ້ນຄວ້າ ປະກອບຄຳຄິດເຫັນໃສ່ບັນດາເນື້ອໃນເອກະສານເປັນຕົ້ນແມ່ນ: ຕີລາຄາການນຳພາ-ຊີ້ນຳ ການຈັດຕັ້ງປະຕິບັດມະຕິກອງປະຊຸມ ຄົບຄະນະບໍລິຫານງານພັກ ຄັ້ງທີ 7 ໃນ 3 ເດືອນ ຕົ້ນປີ 2023 ແລະ ທິດທາງແຜນການ 3 ເດືອນຕໍ່ໜ້າ ປີ 2023; ລາຍງານການກະກຽມຄວາມພ້ອມໃນການດຳເນີນກອງປະຊຸມກາງສະໄໝຂອງບັນດາໜ່ວຍພັກ ທີ່ຂຶ້ນກັບອົງຄະນະພັກສານປະຊາຊົນສູງສຸດ; ສະຫຼຸບຕີລາຄາ, ປະເມີນກາງສະໄໝ ແຜນພັດທະນາລະບົບສານປະຊາຊົນ 5 ປີ; ປະເມີນຜົນການຝຶກອົບຮົມພະນັກງານໃຫ້ມີສັກກະຍະພາບ ທາງດ້ານຫຼັກສູດການຮຽນ-ການສອນ; ພິຈາລະນາທິດທາງຍົກສູງປະສິດທິພາບວຽກງານຮ່ວມມືກັບຕ່າງປະເທດ; ຕີລາຄາ ປະເມີນຜົນວຽກງານແກ້ໄຂຄະດີອາຍາ ໂດຍສະເພາະການແກ້ໄຂ ບັນຫາຢາເສບຕິດທີ່ຕິດພັນກັບວາລະແຫ່ງຊາດ; ສະຫຼຸບຕີລາຄາຖອດຖອນບົດຮຽນດຳເນີນຄະດີຄອບຄົວ; ພິຈາລະນາການສ້າງ ແລະ ປັບປຸງດຳເນີນຄະດີເດັກ.

(ຂ່າວ-ພາບ: ອານຸພົນ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version