Home ຂ່າວຕ່າງປະເທດ 4 ເດືອນທຳອິດ ຍອດມູນຄ່າຂາເຂົ້າ-ຂາອອກຈີນ ເພີ່ມຂຶ້ນ 5,8%

4 ເດືອນທຳອິດ ຍອດມູນຄ່າຂາເຂົ້າ-ຂາອອກຈີນ ເພີ່ມຂຶ້ນ 5,8%

0

ຂ່າວສານຊີອາໄອລາຍງານ ເມື່ອວັນທີ 9 ພຶດສະພາ ຜ່ານມາ, ອົງການພາສີຈີນໄດ້ເປີດເຜີຍໃຫ້ຮູ້ວ່າ: ໃນ 4 ເດືອນທໍາອິດຂອງປີນີ້, ຍອດມູນຄ່າຂາເຂົ້າ-ຂາອອກຂອງຈີນໄດ້ເພີ່ມຂຶ້ນ 5,8% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ໂດຍໄດ້ຮັກສາທ່າອ່ຽງທີ່ດີຂຶ້ນທ່າມກາງຄວາມໝັ້ນທ່ຽງຕື່ມອີກ.

ອີງຕາມໂຕເລກສະຖິຕິຂອງອົງການພາສີຈີນສະແດງໃຫ້ເຫັນວ່າ: ໃນ 4 ເດືອນທຳອິດຂອງປີນີ້, ອາຊຽນສືບຕໍ່ເປັນຄູ່ການຄ້າໃຫຍ່ອັນດັບ 1 ຂອງຈີນ, ຍອດມູນຄ່າຂາເຂົ້າ-ຂາອອກລະຫວ່າງຈີນ-ອາຊຽນບັນລຸເຖິງ 2.090 ຕື້ຢວນ ເພີ່ມຂຶ້ນ 13,9% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2022 ຜ່ານມາ, ກວມ 15,7% ຂອງຍອດມູນຄ່າການຄ້າກັບຕ່າງປະເທດຂອງຈີນ. ສ່ວນການຄ້າລະຫວ່າງຈີນກັບປະເທດທີ່ຢູ່ລຽບຕາມໜຶ່ງແລວໜຶ່ງເສັ້ນທາງໄດ້ເພີ່ມຂຶ້ນຢ່າງວ່ອງໄວ, ຍອດມູນຄ່າຂາເຂົ້າ-ຂາອອກໄດ້ເພີ່ມຂຶ້ນ 16% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2022.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version