Home ສຶກສາ ມອບໃບຍ້ອງຍໍໃຫ້ນັກຮຽນຕ່າງປະເທດທີ່ບັນທຶກສຽງ ສໍາລັບຫຼັກສູດວິຊາພາສາອັງກິດຂັ້ນ ປ.5

ມອບໃບຍ້ອງຍໍໃຫ້ນັກຮຽນຕ່າງປະເທດທີ່ບັນທຶກສຽງ ສໍາລັບຫຼັກສູດວິຊາພາສາອັງກິດຂັ້ນ ປ.5

0

ເມື່ອບໍ່ດົນມານີ້, ກະຊວງສຶກສາທິການ ແລະ ກິລາ (ສສກ) ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົສຕຣາລີ ໂດຍຜ່ານແຜນງານ ປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າເຖິງການສຶກສາຂັ້ນພື້ນຖານ ໃນ ສປປ ລາວ (ແຜນງານບີຄວາ), ແມ່ນຢູ່ໃນຂັ້ນຕອນສຸດທ້າຍຂອງຂອດການຜະລິດສື່ການຮຽນ-ການສອນ ສໍາລັບຫຼັກສູດຂັ້ນ ປ.5 ສະບັບປັບປຸງໃໝ່ ທີ່ຈະໄດ້ເລີ່ມຕົ້ນນໍາໃຊ້ໃນສົກຮຽນໃໝ່ ເດືອນກັນຍາ 2023 ນີ້. ປີນີ້ແມ່ນປີສຸດທ້າຍຂອງການປັບປຸງຫຼັກສູດຊັ້ນປະຖົມສຶກສາແຫ່ງຊາດສະບັບປັບປຸງໃໝ່ ຊຶ່ງໄດ້ເລີ່ມຕົ້ນມາແຕ່ປີ 2019.

ພາສາອັງກິດ, ວິຊາພາສາລາວ ແລະ ວິຊາວິທະຍາສາດ ແລະ ສິ່ງແວດລ້ອມ ເປັນວິຊາທີ່ສອນຢູ່ໃນຂັ້ນ ປ.5 ຊຶ່ງເປັນວິຊາທີ່ໄດ້ຮັບການພັດທະນາໂດຍການສະໜັບສະໜູນຈາກລັດຖະບານ ອົສຕຣາລີ. ນັກຮຽນຊັ້ນປະຖົມສຶກສາໃນລາວ ແມ່ນໄດ້ເລີ່ມຮຽນພາສາອັງກິດຕັ້ງແຕ່ຂັ້ນ ປ.3. ເມື່ອນັກຮຽນໄດ້ຮຽນພາສາໃໝ່, ພວກເຂົາຕ້ອງການເຂົ້າເຖິງພາສາດັ່ງກ່າວໃນຫຼາຍໂອກາດເພື່ອຟັງ. ແຕ່ວ່າມັນອາດເປັນສິ່ງທ້າທາຍສໍາລັບຄູໃນ ສປປ ລາວ ທີ່ຈະສາມາດຍົກຕົວຢ່າງການອອກສຽງພາສາອັງກິດ ຫາກຄູເອງກໍຍັງບໍ່ທັນໝັ້ນໃຈໃນລະດັບພາສາອັງກິດຂອງຕົນ. ນັບແຕ່ຂັ້ນ ປ.3, ກະຊວງ ສສກ ພ້ອມດ້ວຍແຜນງານບີຄວາ, ໄດ້ຮ່ວມມືກັບໂຮງຮຽນນາໆຊາດວຽງຈັນ (VIS) ຜະລິດສື່ຟາຍສຽງສຳລັບຫຼັກສູດພາສາອັງກິດ ເປັນເວລາ 3 ປີຕິດຕໍ່ກັນ ແລະ ມີນັກຮຽນຫຼາຍຄົນໄດ້ສະໝັກໃຈເຂົ້າຮ່ວມການບັນທຶກສຽງສຳລັບວິຊາພາສາອັງກິດ.

ພິທີ ມອບໃບຍ້ອງຍໍໃຫ້ແກ່ນັກຮຽນຕ່າງປະເທດ ທັງໝົດ 6 ຄົນ ທີ່ໄດ້ບັນທຶກສຽງວິຊາພາສາອັງກິດຂັ້ນ ປ.5. ສະບັບປັບປຸງໃໝ່ ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ ໂຮງຮຽນນາໆຊາດວຽງຈັນ ໂດຍການໃຫ້ກຽດມອບໃບຍ້ອງຍໍຂອງ ທ່ານ ຄຳຈັນ ລັດທະຍອດ ຮອງຜູ້ອຳນວຍການສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ແລະ ທ່ານ ນາງ ວາແນັດຊ້າ ເຮກາຕີ້ ເລຂາເອກ ສະຖານທູດອົສຕຣາລີ ປະຈຳ ສປປ ລາວ ຊຶ່ງມີບັນດາແຂກຖືກເຊີນ ແລະ ຄູ-ອາຈານເຂົ້າຮ່ວມ.

ທ່ານ ນາງ ວາແນັດຊ້າ ເຮກາຕີ້ ໄດ້ກ່າວວ່າ: “ໃນນາມລັດຖະບານອົສຕຣາລີ, ຂອບໃຈມາຍັງນັກຮຽນທຸກຄົນທີ່ໄດ້ສະໝັກໃຈອັດສຽງໃນວຽກງານທີ່ສຳຄັນນີ້ ແລະ ເຫັນວ່າ ນັກຮຽນທຸກຄົນມີຄວາມກະຕືລືລົ້ນ ແລະ ມີເປັນຄວາມເປັນມືອາຊີບຫຼາຍ ແລະ ຂອບໃຈສໍາລັບການສະໜັບສະໜູນການສຶກສາຊັ້ນປະຖົມໃນ ສປປ ລາວ”.

ທ່ານ ຄຳຈັນ ລັດທະຍອດ ຍັງໄດ້ກ່າວວ່າ: ຄູຂັ້ນປະຖົມຈະນຳໃຊ້ຟາຍສຽງໃນການກະກຽມບົດຮຽນ ແລະ ຍັງຈະເປີດສອນໃນຫ້ອງຮຽນໂດຍກົງ. ຍ້ອນການເຂົ້າຮ່ວມຂອງນັກສຶກສາຕ່າງປະເທດ, ນັກສຶກສາລາວຈະສາມາດຟັງການເວົ້າໂດຍສຽງຂອງຜູ້ທີ່ເປັນເຈົ້າຂອງພາສາ ແລະ ຈະໄດ້ຮັບຟັງສໍານຽງທີ່ຫຼາກຫຼາຍໃນພາສາອັງກິດ.

ນັກຮຽນໄດ້ບັນທຶກສຽງໃນບົດສົນທະນາ ແລະ ມີຫຼາຍບົດບາດເພື່ອໃຫ້ບົດຮຽນມີຊີວິດຊີວາ ແລະ ສົມຈິງກັບການສົນທະນາແບບທໍາມະຊາດ. ພວກເຂົາຍັງໄດ້ບັນທຶກສຽງຮ້ອງເພງຈຳນວນໜຶ່ງ ແລະ ສຽງຂອງພວກເຂົາແມ່ນມ່ວນຫຼາຍ. ການອ່ານສຽງຂອງນັກຮຽນແມ່ນເຮັດໄດ້ດີ, ໄດ້ເນັ້ນການອ່ານຊ້າລົງ ແລະ ອອກສຽງແຕ່ລະຄໍາຢ່າງຈະແຈ້ງ ເພື່ອໃຫ້ນັກຮຽນຂັ້ນ ປ.5 ຂອງລາວເຂົ້າໃຈ ແລະ ປະຕິບັດຕາມປຶ້ມແບບຮຽນ. ພວກເຂົາຍັງໄດ້ເຮັດໄດ້ດີໃນ ການສະແດງທາງສຽງ ເພື່ອເຮັດໃຫ້ຟາຍສຽງຄືເຫດການແທ້ ແລະ ຄືຢູ່ໃນເຫດການດັ່ງກ່າວ.

ນັກຮຽນໄດ້ອັດສຽງໃນຫ້ອງບັນທຶກສຽງຂອງກະຊວງ ສສກ ທີ່ ສວສ ຊຶ່ງຖືກນໍາໃຊ້ປະຈໍາວັນເພື່ອສົ່ງຂ່າວກ່ຽວກັບການສຶກສາຜ່ານລາຍການວິທະຍຸຂອງ ສວສ. ພວກເຂົາຮູ້ສຶກປະທັບໃຈຫຼາຍທີ່ໄດ້ມາກະຊວງ ແລະ ໄດ້ຮຽນຮູ້ກ່ຽວກັບເຕັກໂນໂລຊີທີ່ກ່ຽວຂ້ອງກັບການບັນທຶກ ແລະ ການຕັດຕໍ່ສຽງ. ພວກເຂົາໄດ້ພົບກັບຜູ້ຊ່ຽວຊານດ້ານການຂຽນຫຼັກສູດ, ທີມງານວິຊາການດ້ານສຽງ ຈາກ ສວສ ແລະ ທີມງານແຜນງານບີຄວາ ແລະ ຍັງໄດ້ເບິ່ງປຶ້ມແບບຮຽນຂັ້ນ ປ.5 ສະບັບປັບປຸງໃໝ່ ເພື່ອເປັນແນວຄວາມຄິດທີ່ດີຕໍ່ການເຊື່ອມໂຍງກັບບົດສຽງອ່ານ. ພ້ອມນັ້ນ, ນັກສຶກສາໄດ້ຊື່ນຊົມບັນດາຮູບແຕ້ມຂອງປຶ້ມແບບຮຽນທີ່ມີສີສັນສວຍງາມ ແລະ ມີຄວາມໝາຍທີ່ລວມເອົາຕົວແທນຂອງນັກຮຽນຈາກຫຼາກຫຼາຍຊົນເຜົ່າ, ການມີສ່ວນຮ່ວມຢ່າງສະເໝີພາບຂອງເດັກຊາຍ ແລະ ເດັກຍິງ ແລະ ນັກຮຽນພິການ.

ສຳລັບຂັ້ນ ປ.5 ຄູ່ມືຄູວິຊາພາສາອັງກິດຊັ້ນ ປ.5 ຈະມີສຽງເພງທັງໝົດ 104 ສຽງ ພ້ອມທັງມີຄຳແນະນຳກ່ຽວກັບຟາຍສຽງທີ່ຈະໃຊ້ ແລະ ລາຍລະອຽດຂອງສຽງທັງພາສາອັງກິດ ແລະ ພາສາລາວ. ການນຳໃຊ້ສື່ດ້ານສຽງຈະຊ່ວຍໃຫ້ຄູລາວສາມາດນຳພາການສອນພາສາອັງກິດໃຫ້ນັກຮຽນໂດຍໃຊ້ສຽງທີ່ສົມຈິງ, ເປີດໂອກາດໃຫ້ນັກຮຽນໄດ້ຟັງສຳນຽງພາສາອັງກິດທີ່ຫຼາກຫຼາຍ ແລະ ເຮັດໃຫ້ບົດຮຽນມີຄວາມຫ້າວຫັນ ແລະ ມ່ວນຊື່ນ.

(ຂໍ້ມູນ: ບີຄວາ, ຮຽບຮຽງຂ່າວ: ວັນເພັງ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version