Home ຂ່າວໜ້າໜຶ່ງ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 42

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 42

0

ວັນທີ 10 ພຶດສະພາ ນີ້ ທີ່ ລາບວນ ບາໂຈ ປະເທດອິນໂດເນເຊຍ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 42 ໂດຍການເປັນປະທານຂອງ ອິນໂດເນເຊຍ ພາຍໃຕ້ຄໍາຂວັນ “ອາຊຽນມີຄວາມສໍາຄັນ: ສູນກາງແຫ່ງການຈະເລີນເຕີບໂຕ” ແລະ ເຂົ້າຮ່ວມກອງປະຊຸມອື່ນໆທີ່ກ່ຽວຂ້ອງ.

ໃນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 42 ແບບຄົບຄະນະ, ຜູ້ນໍາອາຊຽນ ໄດ້ມີຄວາມຍິນດີຕໍ່ຄວາມຄືບໜ້າຂອງການຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2025 ແລະ ໄດ້ປຶກສາຫາລືກ່ຽວກັບການສືບຕໍ່ສ້າງປະຊາຄົມອາຊຽນໃຫ້ເຂັ້ມແຂງ ແລະ ໄດ້ຮັບຊາບຄວາມໜ້າຂອງການຮ່າງວິໄສທັດປະຊາຄົມອາຊຽນ ຫຼັງປີ 2025. ພ້ອມນີ້, ຜູ້ນໍາອາຊຽນ ໄດ້ປຶກສາຫາລືື ກ່ຽວກັບການພົວພັນຮ່ວມມືອາຊຽນກັບພາຍນອກ ແລະ ໄດ້ຢໍ້າເຖິງຄວາມສໍາຄັນໃນການຮັກສາຄວາມເປັນແກນກາງຂອງອາຊຽນໃນໂຄງສ້າງພາກພື້ນ ໂດຍຜ່ານການຮ່ວມມືໃນບັນດາກົນໄກທີ່ອາຊຽນສ້າງຕັ້ງຂຶ້ນ. ຜູ້ນໍາອາຊຽນ ຍັງໄດ້ເຫັນດີຈັດກອງປະຊຸມສຸດຍອດອາຊຽນ-ສະພາການຮ່ວມມືເຂດອ່າວ ໃນເດືອນຕຸລາ 2023 ທີ່ ປະເທດ ອາຣັບບີ ຊາອຸ ດິດ, ກອງປະຊຸມສຸດຍອດສະເຫຼີມສະຫຼອງການພົວພັນອາຊຽນ-ຍີ່ປຸ່ນ ຄົບຮອບ 50 ປີ ໃນວັນທີ 16-18 ທັນວາ 2023 ທີ່ໂຕກຽວ ແລະ ກອງປະຊຸມສຸດຍອດສະໄໝພິເສດເພື່ອສະເຫຼີມສະຫຼອງການພົວພັນອາຊຽນ-ອົດສະຕຣາລີ ຄົບຮອບ 50 ປີ ໃນວັນທີ 4-6 ມີນາ 2024 ທີ່ ອົດສະຕຣາລີ.

ໃນໂອກາດນີ້, ຜູ້ນໍາອາຊຽນ ຍັງໄດ້ພົບປະກັບ 4 ອົງກອນທີ່ກ່ຽວຂ້ອງຂອງອາຊຽນ.

ຜູ້ນໍາອາຊຽນ ໄດ້ພົບປະກັບ ບັນດາຜູ້ຕາງໜ້າຈາກສະມັດຊາລັດຖະສະພາລະຫວ່າງຊາດອາຊຽນ ຊຶ່ງໃນໂອກາດນີ້ ຜູ້ນໍາອາຊຽນ ໄດ້ຮັບຟັງການລາຍງານກ່ຽວກັບການປະກອບສ່ວນຂອງສະມັດຊາລັດຖະສະພາລະຫວ່າງຊາດອາຊຽນ ໃນໄລຍະຜ່ານມາ ໃນຂະບວນການສ້າງປະຊາຄົມອາຊຽນ ແລະ ບັນດາກິດຈະກໍາ ແລະ ບຸລິມະສິດຂອງການເປັນປະທານສະມັດຊາລັດຖະສະພາລະຫວ່າງຊາດອາຊຽນຂອງອິນໂດເນເຊຍ ໃນປີ 2023 ພາຍໃຕ້ຄໍາຂວັນ “ຄວາມເອົາໃຈໃສ່ຂອງລັດຖະສະພາ ເພື່ອປະກອບສ່ວນໃຫ້ອາຊຽນໃຫ້ມີສະຖຽນລະພາບ ແລະ ຄວາມສົມບຸນພູນສຸກ”.

ໃນກອງປະຊຸມພົບປະລະຫວ່າງຜູ້ນໍາອາຊຽນ ກັບ ບັນດາຜູ້ຕາງໜ້າຊາວໜຸ່ມອາຊຽນ, ຜູ້ນໍາອາຊຽນໄດ້ຮັບຊາບ ການລາຍງານກ່ຽວກັບການປະກອບສ່ວນຂອງຊາວໜຸ່ມໃນຂະບວນການສ້າງປະຊາຄົມ ແລະ ການຈັດຕັ້ງປະຕິບັດກິດຈະກໍາຂອງຊາວໜຸ່ມອາຊຽນທີ່ຈັດຂຶ້ນພາຍໃຕ້ຫົວຂໍ້: “ການພັດທະນາດີຈີຕອນ ເພື່ອເປົ້າໝາຍການພັດທະນາແບບຍືນຍົງ”.

ໃນການພົບປະກັບສະພາທີ່ປຶກສາທຸລະກິດອາຊຽນ, ຜູ້ນໍາອາຊຽນ ໄດ້ສະແດງຄວາມຊົມເຊີຍສະພາທີ່ປຶກສາທຸລະກິດອາຊຽນທີ່ໄດ້ປະກອບສ່ວນຢ່າງຫ້າວຫັນ ເຂົ້າໃນການສ້າງອາຊຽນໃຫ້ມີຄວາມເຂັ້ມແຂງດ້ານເສດຖະກິດ ແລະ ເພື່ອປະກອບສວ່ນສ້າງອາຊຽນໃຫ້ສາມາດຮັບມືກັບສິ່ງທ້າທາຍຕ່າງໆ, ສາມາດແຂ່ງຂັນ ແລະ ສ້າງອາຊຽນໃຫ້ເປັນສູນກາງແຫ່ງການຂະຫຍາຍຕົວດ້ານເສດຖະກິດຂອງພາກພື້ນ.

ໃນກອງປະຊຸມພົບປະລະຫວ່າງຜູ້ນໍາອາຊຽນ ກັບ ຄະນະສະເພາະກິດລະດັບສູງວ່າດ້ວຍວິໄສທັດປະຊາຄົມອາຊຽນ ຫຼັງປີ 2025, ຜູ້ນໍາອາຊຽນ ໄດ້ຊົມເຊີຍຄວາມຄືບໜ້າຂອງການປະຕິບັດວຽກງານຂອງຄະນະສະເພາະກິດລະດັບສູງວ່າດ້ວຍວິໄສທັດປະຊາຄົມອາຊຽນ ນັບແຕ່ໄດ້ຮັບການສ້າງຕັ້ງໃນປີ 2022 ແລະ ໄດ້ຊຸກຍູ້ໃຫ້ໜ່ວຍງານດັ່ງກ່າວສືບຕໍ່ຮ່າງວິໄສທັດປະຊາຄົມອາຊຽນ ຫຼັງປີ 2025 ໃຫ້ສໍາເລັດຕາມກໍານົດເວລາ.

ໃນໂອກາດນີ້, ທ່ານ ສອນໄຊ ສີພັນດອນ ກໍໄດ້ພົບປະສອງຝ່າຍກັບ ທ່ານປະທານາທິບໍດີ ອິນໂດເນເຊຍ, ທ່ານນາຍົກລັດຖະມົນຕີ ຕີມໍແລັດສະເຕ, ທ່ານນາຍົກລັດຖະມົນຕີມາເລເຊຍ, ທ່ານ ນາຍົກລັດຖະມົນຕີ ສສ ຫວຽດນາມ, ທ່ານປະທານາທິບໍດີ ຟີລິບປິນ ແລະ ທ່ານນາຍົກລັດຖະມົນຕີ ສິງກະໂປ ເພື່ອສືບຕໍ່ຊຸກຍູ້ການຮ່ວມມືສອງຝ່າຍ.

ທ່ານ ສອນໄຊ ສີພັນດອນ ພ້ອມດ້ວຍຄະນະ ຈະສືບຕໍ່ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 42 ແບບວົງແຄບ ໃນວັນທີ 11 ພຶດສະພາ 2023 ແລະ ຍັງຈະໄດ້ພົບປະສອງຝ່າຍກັບຜູ້ນໍາຂອງປະເທດ ສະມາຊິກອາຊຽນ ອີກຈໍານວນໜຶ່ງ.

ຂ່າວ: ກະຊວງການຕ່າງປະເທດ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version