Home ຂ່າວໜ້າໜຶ່ງ ປີ 2022 ຫຼວງພະບາງ ເກີດໄພພິບັດ 15 ຄັ້ງ

ປີ 2022 ຫຼວງພະບາງ ເກີດໄພພິບັດ 15 ຄັ້ງ

0

ກອງປະຊຸມສະຫຼຸບຕີລາການຈັດຕັ້ງປະຕິບັດວຽກງານຄຸ້ມຄອງໄພພິບັດປະຈໍາປີ 2022 ແລະ ທິດທາງແຜນການ 2023 ຈັດຂຶ້ນໃນວັນທີ 10 ພຶດສະພານີ້, ໂດຍການເປັນປະທານຂອງ ທ່ານ ບຸນເຫຼື່ອມ ມະນີວົງ ຮອງເຈົ້າແຂວງຫຼວງພະບາງ ປະທານຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນແຂວງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ທ່ານ ສຸສັກ ພົມມະລີ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ແຂວງ ກ່າວວ່າ: ປີຜ່ານມາແຂວງຫຼວງພະບາງມີໄພພິບັດເກີດຂຶ້ນທັງໝົດ 15 ຄັ້ງ, ສົ່ງຜົນກະທົບໂດຍກົງໃຫ້ແກ່ 11 ເມືອງ 1 ນະຄອນ, 172 ບ້ານ, 3.532 ຄອບຄົວ, ພົນລະເມືອງ 19.323 ຄົນ ຍິງ 7.998 ຄົນ, ເສຍຊີວິດ 6 ຄົນ ຍິງ 2 ຄົນ, ເຮືອນເສຍຫາຍ 22 ຫຼັງ, ໃນນີ້ນໍ້າໄຫຼສຸ 6 ຫຼັງ, ດິນເຈື່ອນ 1 ຫຼັງ, ໄຟໄໝ້ເຮືອນ 11 ຫຼັງ, ໃນນັ້ນໄດ້ຮັບຜົນກະທົບຈາກພາຍຸ 3 ຫົວຄື: ພາຍຸ MULAN, ພາຍຸມາອອນ MA-ON ແລະ ພາຍຸ NORU ປະຊາຊົນໄດ້ຮັບຜົນກະທົບລວມມີ 8 ເມືອງ, 1 ນະຄອນ, 64 ບ້ານ, 1.359 ຄອບຄົວ, 6.806 ຄົນ ຍິງ 3.975 ຄົນ, ເສຍຊີວິດ 2 ຄົນ, ເຮືອນຖືກນໍ້າໄຫຼສຸເສຍຫາຍ 6 ຫຼັງ.

ໃນນີ້ມີເມືອງຊຽງເງິນ, ໂພນໄຊ, ປາກແຊງ, ພູຄູນ, ນໍ້າບາກ, ເມືອງງອຍ, ໂພນທອງ, ເມືອງປາກອູ ແລະ ນະຄອນ-ຫຼວງພະບາງ ໄດ້ຮັບຜົນກະທົບຈາກໄພແຫ້ງແລ້ງລວມມີ 9 ເມືອງ, ມີ 95 ບ້ານ, 2.157 ຄອບຄົວ, 12.433 ຄົນ ຍິງ 3.975 ຄົນ, ມີເນື້ອທີ່ການຜະລິດທັງໝົດ 1.819,34 ຮຕ, ໃນນັ້ນມີເມືອງພູຄູນ, ນໍ້າບາກ, ເມືອງງອຍ, ປາກອູ, ຈອມເພັດ, ໂພນທອງ, ປາກແຊງ, ວຽງຄໍາ, ໂພນໄຊ, ເສັ້ນທາງຖືກຜົນກະທົບຈາກໄພນໍ້າຖ້ວມ, ນໍ້າໄຫຼສຸຢູ່ເມືອງຊຽງເງິນ, ເມືອງນານ, ເມືອງໂພນໄຊ ແລະ ນະຄອນ-ຫຼວງພະບາງ ລວມມີທັງໝົດ 75 ເສັ້ນ, ເນື້ອທີ່ ທໍາການຜະລິດຖືກຜົນກະທົບຈາກນໍ້າຖ້ວມເສຍຫາຍທັງໝົດ 944 ຮຕ, ເນື້ອທີ່ນາ 176 ຮຕ, ເນື້ອທີ່ສວນ 90,41 ຮຕ, ເນື້ອທີ່ໄຮ່ 223 ຮຕ, ອາຄານໂຮງຮຽນໄດ້ຮັບຜົນກະທົບຈາກລົມພາຍຸມີເມືອງປາກແຊງ, ໂພນໄຊ, ພູຄູນ ແລະ ນະຄອນຫຼວງ-ພະບາງ ທັງໝົດ 8 ຫຼັງ, ລະບົບຕາຄ່າຍໄຟຟ້າຊັບສິນຂອງລັດວິສາຫະກິດໄຟຟ້າລາວສາຂາແຂວງຫຼວງພະບາງຖືກຜົນກະທົບທັງໝົດ 5 ຄັ້ງຢູ່ 10 ເມືອງ 1 ນະຄອນ.

ຂ່າວ-ພາບ: ຈໍາປາ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version