Home ຂ່າວໜ້າໜຶ່ງ ປະທານປະເທດ ເນັ້ນຫລາຍບັນຫາຮັບປະກັນໃຫ້ວຽກກຳມະບານເຕີບໃຫຍ່ເຂັ້ມແຂງ

ປະທານປະເທດ ເນັ້ນຫລາຍບັນຫາຮັບປະກັນໃຫ້ວຽກກຳມະບານເຕີບໃຫຍ່ເຂັ້ມແຂງ

0

ໃນໂອກາດ ໂອ້ລົມ ຄະນະພັກ ຄະນຳສະຫະພັນກຳມະບານ, ກະຊວງ, ອົງການ, ນະຄອນຫຼວວຽງຈັນ, ກຳມະກອນ ແລະ ຜູ້ອອກແຮງງານລາວ ໃນວັນທີ 9 ພຶດສະພາ 2023 ທີ່ ສູນຮ່ວມມືສາກົນ ແລະ ຝຶກອົບຮົມ, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດແຫ່ງ ສປປ ລາວ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານຂອງສະຫະພັນກຳມະບານ ແຕ່ລະຂັ້ນທີ່ຍາດໄດ້ຜົນງານພົ້ນເດັ່ນຫລາຍດ້ານ, ພ້ອມທັງເນັ້ນ ຫລາຍບັນຫາສຳຄັນ ເພື່ອຮັບປະກັນໃຫ້ວຽກງານຂອງກຳມະບານລາວ ມີການເຕີບໃຫຍ່ເຂັ້ມແຂງ.

ທ່ານ ທອງລຸນ ສີສຸລິດ ໄດ້ຍົກໃຫ້ເຫັນວ່າ: ກຳມະບານລາວ ແມ່ນອົງການຈັດຕັ້ງມະຫາຊົນ ທີ່ກວ້າງຂວາງໃນລະບົບການເມືອງ ຂອງລະບອບປະຊາທິປະໄຕປະຊາຊົນ ທີ່ມີພັກປະຊາຊົນປະຕິວັດລາວ ເປັນແກນນຳ, ແມ່ນຕົວແທນແຫ່ງສິດ ແລະ ຜົນປະໂຫຍດອັນຊອບທຳ ຂອງສະມາຊິກກຳມະບານ, ກຳມະກອນ ແລະ ຊາວຜູ້ອອກແຮງງານ ໃນທົ່ວປະເທດ, ກໍາມະບານ ແມ່ນອົງການຈັດຕັ້ງທີ່ເປັນຕົວແທນ ປົກປ້ອງຜົນປະໂຫຍດ, ສົ່ງເສີມການມີວຽກເຮັດງານທໍາ, ປ້ອງກັນຄວາມປອດໄພ ແລະ ຄວາມຍຸຕິທໍາ ໃຫ້ແກ່ຜູ້ອອກແຮງງານ, ຊຸກຍູ້, ສົ່ງເສີມ, ສ້າງກໍາມະກອນ, ສ້າງຜູ້ອອກ ແຮງງານ ໃຫ້ມີຄວາມຮູ້ຄວາມສາມາດສູງຂຶ້ນ; ພັກເຮົາຮັບຮູ້ວ່າ ຊົນຊັ້ນກຳມະກອນ, ຊາວຜູ້ອອກ ແຮງງານລາວ ແມ່ນຊັ້ນຄົນ, ກຸ່ມຄົນ ທີ່ມີຄວາມຕື່ນຕົວທາງການເມືອງ ແລະ ມານະຈິດປະຕິວັດສູງ, ມີລະບຽບວິໄນ ສູງກວ່າຊົນຊັ້ນອື່ນ, ມີສະຕິຕື່ນຕົວ, ເຮັດທຸກສິ່ງຢ່າງ ເພື່ອຜົນປະໂຫຍດ ຂອງຊົນຊັ້ນ, ຂອງປະຊາຊົນຜູ້ອອກແຮງງານ ສູງກວ່າໝູ່, ທັງເປັນຊົນຊັ້ນທີ່ມີຄວາມເສຍສະລະ ຜົນປະໂຫຍດສ່ວນຕົວ ເພື່ອສ່ວນລວມສູງກວ່າໝູ່. ອີງໃສ່ຄຸນລັກສະນະ ແລະ ຈຸດພິເສດສະ ເພາະ ຂອງຊົນຊັ້ນກໍາມະກອນ ຄືແນວນັ້ນ, ສະມາຊິກກໍາມະບານ, ຜູ້ເປັນການນຳແຕ່ລະຫາຍ ຕ້ອງສືບຕໍ່ຝຶກຝົນ ແລະ ຮັບປະກັນການຮັກສາລັກສະນະ ແລະ ທາດແທ້ປະຕິວັດ ຂອງຊົນຊັ້ນກໍາມະກອນ ໄວ້ໃຫ້ໄດ້ຢ່າງແທ້ຈິງ; ແຕ່ກ່ອນກົດລະບຽບ ຂອງສະຫະພັນກຳມະບານລາວ ແມ່ນຄືກັນກັບກົດລະບຽບຂອງພັກ. ຕະຫລອດໄລຍະ 67 ປີ ແຫ່ງການກໍາເນີດ, ເຕີບໃຫຍ່, ຂະຫຍາຍຕົວ ຂອງສະຫະພັນກຳມະບານລາວ ມາຮອດປັດຈຸບັນ ຍາມໃດກໍໄດ້ສະແດງໃຫ້ພວກເຮົາເຫັນທັດສະນະຊົນຊັ້ນ, ຄວາມຈົງຮັກພັກດີ, ຄວາມຕັ້ງຕໍ່ບໍລິສຸດ ຕໍ່ຊົນຊັ້ນ, ຕໍ່ພັກ ຕໍ່ປະເທດຊາດ ກໍຄື ຄວາມເປັນຫລັກ ແຫລ່ງ ໃຫ້ແກ່ຊົນຊັ້ນກໍາມະກອນ ແລະ ຊາວຜູ້ອອກແຮງງານລາວບັນດາເຜົ່າ ຢ່າງໜັກແໜ້ນ ແລະ ສະເໝີຕົ້ນສະເໝີປາຍ, ກໍາມະບານ ຍັງຖືເອົາປະຊາຊົນເປັນກົກ, ເດີນຕາມເສັ້ນທາງມະຫາຊົນ, ໃກ້ສິດຕິດແທດມະຫາຊົນ, ຖືເອົາຜູ້ອອກ ແຮງງານ ເປັນເປົ້າໝາຍ (ຄືກັບພັກເວົ້າ); ເຮັດວຽກງານຫຍັງ ກໍຕ້ອງຄຳນຶງບັນຫາດັ່ງກ່າວ, ບໍ່ລັງເລ, ບໍ່ຄອນແຄນ ຈຶ່ງສາມາດເອີ້ນວ່າ ເປັນກຳມະບານຂອງພັກ (ອົງການມະຫາຊົນ ຂອງພັກ). ສະນັ້ນ, ຖັນແຖວພະນັກງານ, ລັດຖະກອນ, ສະມາຊິກກໍາມະບານໝົດທຸກຄົນ ຕ້ອງມີຄວາມພາກພູມໃຈ ແລະ ກະຕືລືລົ້ນ ໃນການເຮັດວຽກ ທີ່ຖືກມອບໝາຍ; ຊົນຊັ້ນກໍາມະກອນ ແລະ ຊາວຜູ້ອອກແຮງງານ ຕ້ອງກຳແໜ້ນຄັນທຸງປະຕິວັດ ຂອງພັກ, ຂອງຊົນຊັ້ນກຳມະກອນໃຫ້ໄດ້ ແລະ ເດີນຕາມພັກ, ຕາມແນວທາງຂອງພັກຢ່າງເດັດດ່ຽວ ໜ່ຽວແໜ້ນ, ຕອບຕ້ານ ແລະ ແກ້ໄຂ ປະກົດການຫຍໍ້ທໍ້ຕ່າງໆ ເປັນຕົ້ນ ການສໍ້ລາດບັງຫລວງ, ການເສື່ອມທາດຂາດຄຸນ, ຄວາມບໍ່ເຂັ້ມງວດກວດຂັນດ້ານລະບຽບວິໄນ, ປະກົດການບໍ່ຢາກເປັນສະມາຊິກກຳມະບານ, ບໍ່ຢາກເຄື່ອນໄຫວວຽກງານກຳມະບານ ແລະ ອື່ນໆ, ຊຶ່ງປະກົດການເຫລົ່ານັ້ນ ລ້ວນແຕ່ບໍ່ແມ່ນທາດແທ້ ຂອງຊົນຊັ້ນກໍາມະກອນ ແຕ່ຢ່າງໃດ.

ສະຫະພັນກໍາມະບານ ເປັນໜຶ່ງໃນອົງການ ໄຕຣພາຄີ ຫລື ເວົ້າອີກຢ່າງໜຶ່ງວ່າ ພາຄີ 3 ຝ່າຍ ປະກອບໄປດ້ວຍ: ລັດຖະບານ, ສະພາການຄ້າ ແລະ ອຸດສາຫະກໍາ. ສາມອົງກອນນີ້ ຕ້ອງເຮັດວຽກຮ່ວມກັນ, ມີລະບອບປະຊຸມປຶກສາຫາລືກັນຢ່າງເປັນປະຈຳ, ມອບໃຫ້ກໍາມະບານ ເປັນເຈົ້າການ ແລະ ເປັນໃຈກາງປະສານງານ, ສະເໜີຄວາມຮຽກຮ້ອງຕ້ອງການ ຂອງກໍາມະກອນ ແລະ ຜູ້ອອກແຮງງານ ໃຫ້ຜູ້ໃຊ້ແຮງງານ ແລະ ໃຫ້ລັດຖະບານ ຢ່າງສົມເຫດສົມຜົນ ແລະ ມີຄວາມກົມກຽວ ເພື່ອຮັບປະກັນຜົນປະໂຫຍດ ຂອງທຸກຝ່າຍໃນສັງຄົມ (ອົງການແຮງງານສາກົນ ILO ໄດ້ຮັບຮອງເອົາຖະແຫລງການ 3 ຝ່າຍ ກ່ຽວກັບບັນດາຫລັກການ ກ່ຽວຂ້ອງກັບບໍລິສັດຂ້າມຊາດ ແລະ ນະໂຍບາຍທາງສັງຄົມ ທີ່ເຊີແນວ ໃນເດືອນ ພະຈິກ 1977 ແລະ ໄດ້ຮັບການປັບປຸງ ໃນປີ 2000 ແລະ ປີ 2006); ສະຫະພັນກຳມະບານ ມີບົດບາດສຳຄັນໃນການເປັນ ຂົວຕໍ່, ເປັນໃຈກາງ ປົກປ້ອງ ແລະ ຮັກສາສິດ ແລະ ຜົນປະໂຫຍດອັນຊອບທໍາ ຂອງກໍາມະກອນ ແລະ ຜູ້ອອກແຮງງານ. ໄປຄຽງຄູ່ກັນນັ້ນ ກໍຕ້ອງຊຸກຍູ້ການສົ່ງ ເສີມ ແລະ ເອົາໃຈໃສ່ກໍ່ສ້າງ, ບໍາລຸງ ຖັນແຖວກຳມະກອນ ແລະ ຜູ້ອອກແຮງງານ ໃຫ້ໜັກແໜ້ນ, ເຂັ້ມແຂງ ທາງດ້ານກຳລັງກາຍ, ສະຕິປັນຍາ ແລະ ສີມືແຮງງານທີ່ມີຄຸນນະພາບຢ່າງແທ້ຈິງ ເພື່ອເປັນກຳລັງແຮງ ໃຫ້ແກ່ການຜະລິດ-ການບໍລິການ, ສາມາດຕອບສະໜອງແຮງງານ ທີ່ມີພູມປັນຍາ, ມີຄວາມຮູ້, ມີສີມືແຮງງານໃຫ້ແກ່ໂຄງການລົງທຶນຕ່າງໆ.

ພ້ອມນີ້, ຕ້ອງເສີມຂະຫຍາຍບົດບາດ ຂອງກຳມະບານ ໃນໄລຍະໃໝ່, ມີນ້ຳໃຈດຸໝັ່ນຂະຫຍັ່ນພຽນ, ຕ້ານແນວຄິດຂີ້ຄ້ານມັກງ່າຍ, ຫລິ້ນກິນຟຸມເຟືອຍ, ບໍ່ນັບຖືການຈັດຕັ້ງ ແລະ ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ, ຍົກສູງສະຕິລະວັງຕໍ່ກົນອຸບາຍມ້າງເພທຳລາຍປະເທດຊາດ, ລະບອບໃໝ່ ແລະ ການແບ່ງແຍກຄວາມມັກຄີພາຍໃນ ຂອງພວກເຮົາ; ກຳມະບານ ຕ້ອງເປັນສະມາຊິກທີ່ດີ ໃນອົງການພາຄີ ຂອງຕົນ ແນວລາວສ້າງຊາດ, ຊາວໜຸ່ມ, ແມ່ຍິງ, ນັກຮົບເກົ່າ ຕ້ອງເປັນແບບຢ່າງ, ພົວພັນຮ່ວມມືກັນ ປົກປ້ອງສິດ ແລະ ຜົນປະໂຫຍດ ຂອງຊົນຊັ້ນ ກໍຄື ຂອງສະມາຊິກກໍາມະບານ, ຜູ້ອອກແຮງງານ ໃຫ້ແໜ້ນແຟ້ນ ແລະ ລ່ອງຊ່ອງກົມ ກຽວກັນກວ່າເກົ່າ ໃນການຊຸກຍູ້, ສົ່ງເສີມ, ຄຸ້ມຄອງແຮງງານ ເພື່ອຮັບປະກັນໃຫ້ລັດຖະກອນ, ກໍາມະກອນ ແລະ ຜູ້ອອກແຮງງານ ໄດ້ຮັບການປົກປ້ອງ, ຄຸ້ມຄອງ, ພັດທະນາ ແລະ ຍົກລະດັບດ້ານຕ່າງໆ ໃຫ້ດີຂຶ້ນຢ່າງບໍ່ຢຸດຢັ້ງ, ປະກອບສ່ວນສໍາຄັນເຂົ້າຮ່ວມໃນການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ, ຮ່ວມຕິດຕາມ, ກວດກາ ການເຄື່ອນໄຫວຂອງອົງການຈັດຕັ້ງລັດ, ການຈັດຕັ້ງ, ຫົວໜ່ວຍແຮງງານ, ຫົວໜ່ວຍທຸລະກິດຕ່າງໆ ແຕ່ລະອົງການພາຄີ ໂດຍສະເພາະແມ່ຍິງ ແລະ ຊາວໜຸ່ມ ມີໜ້າທີ່ປົກປ້ອງ, ຮັກສາສິດຜົນປະໂຫຍດ ຂອງກຸ່ມເປົ້າໝາຍສະມາຊິກຕົນ; ສະຫະພັນກຳມະບານຕ້ອງມີການປ່ຽນແປງໃໝ່ຢ່າງແຂງແຮງດ້ານຈິນຕະນາການ, ຍົກລະດັບຄຸນະພາບ ຂອງການຈັດຕັ້ງ ແລະ ປະສິດທິຜົນຂອງການເຄື່ອນໄຫວເປັນຜູ້ນຳໜ້າ, ການເບິ່ງແຍງ, ປົກປ້ອງ ແລະ ເສີມຂະຫຍາຍບົດບາດ ຂອງກຳມະກອນ, ລັດຖະກອນ ແລະ ຜູ້ອອກແຮງງານ, ຕອບສະໜອງໄດ້ຄວາມເລັ່ງທວງຂອງພາລະກິດການປະຕິວັດໃນໄລຍະໃໝ່, ສຸມໃສ່ກໍ່ສ້າງໃຫ້ໄດ້ຖັນແຖວ ພະນັກງານກຳມະບານ ທີ່ເປັນມືອາຊີບ, ມີຄວາມໜັກແໜ້ນທາງດ້ານການເມືອງ ແລະ ວິຊາການ; ສືບຕໍ່ຕັ້ງໜ້າເຄື່ອນໄຫວວຽກງານພົວພັນ ກັບອົງການກໍາມະບານສາກົນ, ກຳມະບານລາວ ຕ້ອງມີການພົວພັນສອງຝ່າຍ ແລະ ຫລາຍຝ່າຍ. ໃນຂອບສອງຝ່າຍ, ສູນກາງສະຫະພັນກໍາມະບານ ສືບຕໍ່ຍາດແຍ່ງການພົວ ພັນຮ່ວມມື ກັບກໍາມະບານປະເທດເພື່ອນມິດ ເພື່ອຖອດຖອນບົດຮຽນເຊິ່ງກັນ ແລະ ກັນ, ຍາດແຍ່ງເອົາການຊ່ວຍເຫລືອ, ສະໜັບສະໜູນ ຕໍ່ວຽກງານກໍາມະບານ, ລວມທັງການກໍ່ສ້າງບຳລຸງຖັນແຖວພະນັກງານກຳມະບານ ແລະ ໃນຂອບຫລາຍຝ່າຍ, ໃນຖານະເປັນສະມາຊິກ ຂອງອົງການແຮງງານສາ ກົນ (ILO) ແລະ ກໍາມະບານອາຊຽນ ສືບຕໍ່ຍາດແຍ່ງການຮ່ວມມື, ຊ່ວຍເຫລືອຈາກອົງການ, ເພີ່ມທະວີຄວາມສາມັກຄີກັບອົງການກໍາມະບານສາກົນ, ຕີຖອຍຄວາມເຂົ້າໃຈບໍ່ຖືກຕ້ອງຕໍ່ ສປປ ລາວ, ປະກອບສ່ວນສໍາຄັນເຂົ້າໃນການຕໍ່ສູ້ ເພື່ອຄວາມກ້າວໜ້າທາງສັງຄົມ ຢູ່ໃນໂລກ; ຍາດແຍ່ງການຊ່ວຍເຫລືອເພື່ອຍົກລະດັບກຳມະກອນ, ຍົກລະດັບສີມືແຮງງານໃຫ້ສູງທຽບທັນກັບສາກົນ ເພື່ອສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການ ຂອງການພັດທະນາປະເທດ, ສາມາດຕອບສະໜອງແຮງງານທີ່ມີສີມືແຮງງານພຽງພໍ ເພື່ອຮອງຮັບກັບການເຂົ້າມາລົງທຶນຂອງຕ່າງປະເທດ.

ຂ່າວ-ພາບ: ວັນເພັງ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version