Home ຂ່າວຕ່າງປະເທດ ສີລັງກາ ສ້າງລາຍໄດ້ຈາກການທ່ອງທ່ຽວ ເກືອບ 700 ລ້ານໂດລາ

ສີລັງກາ ສ້າງລາຍໄດ້ຈາກການທ່ອງທ່ຽວ ເກືອບ 700 ລ້ານໂດລາ

0

ຂ່າວຕ່າງປະເທດລາຍງານ ເມື່ອວັນທີ 8 ພຶດສະພາຜ່ານມາ, ທ່ານ ປຣີອັນທາ ເຟີນັນໂດ ປະທານອົງການພັດທະນາການທ່ອງທ່ຽວສີລັງກາໄດ້ເປີດເຜີຍວ່າ ສີລັງກາສາມາດສ້າງລາຍໄດ້ຈາກການທ່ອງທ່ຽວເກືອບ 700 ລ້ານໂດລາ ໃນໄລຍະ 4 ເດືອນທໍາອິດຂອງປີ 2023 ຊຶ່ງເພີ່ມຂຶ້ນ 17,8% ຈາກໄລຍະເວລາດຽວກັນຂອງປີຜ່ານມາ.

ບົດລາຍງານລະບຸວ່າ ສີລັງກາສາມາດສ້າງລາຍໄດ້ຈາກການທ່ອງທ່ຽວໃນໄລຍະເດືອນເມສາຜ່ານມາ ຄິດເປັນມູນຄ່າ 166,5 ລ້ານໂດລາ ແລະ ຮັບຮອງນັກທ່ອງທ່ຽວໃນໄລຍະ 3 ເດືອນທຳອິດຂອງປີນີ້ຈຳນວນ 335.679 ຄົນ ຊຶ່ງກ່ອນໜ້ານີ້, ທ່ານ ເຟີນັນໂດ ເປີດເຜີຍວ່າ ອຸດສາຫະກຳການທ່ອງທ່ຽວຂອງສີລັງກາໄດ້ຕັ້ງເປົ້າໝາຍ ເພື່ອດຶງດູດນັກທ່ອງທ່ຽວ 2 ລ້ານຄົນ ໃນປີ 2023 ເພີ່ມຂຶ້ນຈາກເປົ້າໝາຍເດີມ1,5 ລ້ານຄົນ ໂດຍອົງການພັດທະນາການທ່ອງທ່ຽວສີລັງກາໄດ້ປັບແກ້ໂຕເລກການຄາດຄະເນຕາມທ່າອ່ຽງທາງບວກໃນໄຕມາດທຳອິດຂອງປີນີ້.

ທັງນີ້, ການທ່ອງທ່ຽວ ຊຶ່ງຖືວ່າເປັນໜຶ່ງໃນແຫຼ່ງລາຍໄດ້ຈາກການແລກປ່ຽນເງິນຕາຕ່າງປະເທດຂອງສີລັງກາ ພົບກັບພາວະຕົກຕ່ຳເນື່ອງຈາກການແຜ່ລະບາດຂອງພະຍາດໂຄວິດ-19 ລວມເຖິງວິກິດການທາງດ້ານເສດຖະກິດ ແລະ ການເມືອງໃນປະເທດ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version