Home ຂ່າວພາຍໃນ ລັດຖະມົນຕີກະຊວງ ຕສ ຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງຄໍາມ່ວນ

ລັດຖະມົນຕີກະຊວງ ຕສ ຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງຄໍາມ່ວນ

0

ແຫລ່ງຂ່າວຈາກ ແຂວງຄຳມ່ວນ ໃຫ້ຮູ້ວ່າ: ທ່ານ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ຕສ) ພ້ອມຄະນະ ລົງເຄື່ອນໄຫວພົບປະຢ້ຽມຢາມ ແລະ ເຮັດວຽກ ຮ່ວມກັບພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງຄໍາມ່ວນ ໃນວັນທີ 4 ພຶດສະພາ 2023 ຜ່ານມາ ໂດຍມີ ທ່ານ ຫວາດ ອິນຄໍາວົງ ຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ ພ້ອມດ້ວຍວິຊາການພາຍໃນພະແນກ ແລະ ບໍລິສັດ ທີ່ກ່ຽວຂ້ອງເຂົ້າຮ່ວມ.

ໂອກາດນີ້, ທ່ານ ຫວາດ ອິນຄໍາວົງ ໄດ້ໃຫ້ຮູ້ວ່າ: ໃນໄລຍະຜ່ານມາ ພະແນກ ຕສ ແຂວງຄໍາມ່ວນ ໄດ້ເຄື່ອນໄຫວວຽກງານ ໂດຍມີອັນພົ້ນເດັ່ນຫລາຍດ້ານ, ໃນປີ 2023 ໄດ້ສໍາເລັດການເຜີຍແຜ່ນິຕິກໍາຕ່າງໆ ທີ່ກ່ຽວຂ້ອງກັບການຈັດຕັ້ງ ແລະ ການເຄື່ອນໄຫວຂອງພະແນກ ເຕັກໂນໂລຊີ ແລະ ການສື່ສານ ໄດ້ເພີ່ມ 2 ເມືອງ, ສໍາເລັດການຄົ້ນຄວ້າຂຽນຕໍາແໜ່ງງານຂອງຂະແໜງການພະແນກ ຕສ ແຂວງ ໃຫ້ສອດຄ່ອງກັບພາລະບົດບາດໃໝ່ໃນຂັ້ນເບື້ອງຕົ້ນ, ຕິດຕາມ, ຄຸ້ມຄອງບັນດາສາຂາບໍລິສັດທີ່ໃຫ້ບໍລິການຮູບແບບໄປສະນີ ທີ່ເປັນບໍລິສັດເອກະຊົນມີ 15 ສາຂາບໍລິສັດ. ນອກນັ້ນ, ຍັງມີສາຂາບໍລິສັດ ໄປສະນີລາວຈໍາກັດ ປະຈຳແຂວງ, ມີຫ້ອງການໄປສະນີປະຈໍາເມືອງ 3 ແຫ່ງ ແລະ ມີສະຖາບັນເງິນຝາກໄປສະນີ 1 ແຫ່ງ, ມີຕູ້ໄປສະນີນຳໃຊ້ໃນປັດຈຸບັນ 58 ຕູ້. ພ້ອມນີ້, ການຂຶ້ນທະບຽນເລກໝາຍໂທລະສັບ ຜ່ານລະບົບ 3 Grab ໄດ້ຈໍານວນ 200.504 ເລກໝາຍ, ຂະຫຍາຍການນໍາໃຊ້ລະບົົບບໍລິຫານລັດດີຈິຕອນໃນລະບົບຕ່າງໆ ໃຫ້ຫ້ອງການລັດພາຍໃນແຂວງ ໄດ້ທັງໝົດ 600 ກວ່າບັນຊີ ປະກອບມີ: ລະບົບກອງປະຊຸມທາງໄກ, ລະບົບຫ້ອງການທັນສະໄໝ E-office, ລະບົບສື່ສານພາກລັດ (G-chat), ລະບົບຈັດເກັບ ແລະ ນໍາໃຊ້ເອກະ ສານຮ່ວມກັນ (G-drive/G-Share), ລະບົບຈົດໝາຍເອເລັກໂຕຣນິກ ຂອງລັດຖະບານ (Lao E-mail). ທົ່ວແຂວງມີໂທລະສັບຕັ້ງໂຕະແບບມີສາຍ ແລະ ບໍ່ມີສາຍ 57.673 ເລກໝາຍ, ມີຜູ້ລົງທະບຽນນຳໃຊ້ໂທລະສັບມືຖືທຸກລະບົບ 345.548 ເລກໝາຍ ສະເລ່ຍໄດ້ 77% ຂອງປະຊາກອນທັງໝົດພາຍໃນແຂວງຄຳມ່ວນ, ອັດຕາສ່ວນຂອງຜູ້ລົງທະບຽນ ນຳໃຊ້ອິນເຕີເນັດທຸກລະບົບ 183.253 ເລກໝາຍ ສະເລ່ຍໄດ້ 41% ຂອງປະຊາກອນທັງໝົດພາຍໃນແຂວງ, ຕິດຕັ້ງສາຍກາບໃຍແກ້ວນໍາແສງ ກວມ 10 ຕົວເມືອງເຂດເທສະບານ, ເສົາສົ່ງສັນຍານໂທລະສັບທຸກລະບົບ 500 ເສົາ, ກວມເອົາ 87% ຂອງຈໍານວນບ້ານທັງໝົດ ແລະ ວຽກງານອື່ນໆກໍໄດ້ຮັບການປັບປຸງດີຂຶ້ນກວ່າເກົ່າ.

ພ້ອມກັນນີ້, ທ່ານ ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ມີຄໍາເຫັນໂອ້ລົມ ແລະ ສະເໜີ ມາຍັງ ຄະນະພັກ, ຄະນະພະແນກ ເອົາໃຈໃສ່ພັດທະນາບຸກຄະລາກອນຂອງຕົນ ຍົກລະດັບຄວາມຮູ້ດ້ານວຸທິການສຶກສາ, ດ້ານວິຊາການ, ດ້ານວິຊາສະເພາະເຊັ່ນ: ໄອຊີທີ, ໂທລະຄົມ ແລະ ການສືສານ ແລະ ເຕັກໂນໂລຊີ ຂອງພະນັກງານໃຫ້ສູງຂຶ້ນກວ່າເກົ່າ. ນອກຈາກນັ້ນ ຕ້ອງໄດ້ຍົກລະດັບຄວາມຮູ້ ໂດຍການຮ່ວມສໍາມະນາຝຶກອົບຮົມ, ຄະນະພັກ-ຄະນະພະແນກ ຈົ່ງເປັນເຈົ້າການປະສານສົບທົບກັບພະແນກການຕ່າງໆ ອ້ອມຂ້າງຕົນຈັດຝຶກອົບຮົມ, ຄຽງຄູ່ກັນນັ້ນ ໃຫ້ສ້າງແຜນເຄື່ອນໄຫວທັດສະນະຖອດຖອນບົດຮຽນ, ທັດສະນະຢ້ຽມຢາມກະຊວງ ໂດຍເລັ່ງໃສ່ພະນັກງານວິຊາການພາຍໃນພະແນກຕົນ ເພື່ອສ້າງຄວາມສະມັກຄີຮັກແພງ ພາຍໃນກະຊວງ ແລະ ພະນັກງານຂັ້ນທ້ອງຖິ່ນ ໃຫ້ແໜ້ນແຟ້ນຂຶ້ນເລື້ອຍໆ; ເອົາໃຈໃສ່ພັດທະນາຕົນເອງດ້ານພາສາຕ່າງປະເທດ ແລະ ພັດທະນາດ້ານທິດສະດີການເມືອງ; ພ້ອມທັງໃຫ້ສືບຕໍ່ເພີ່ມທະວີຮັກສາມູນເຊື້ອຄວາມສາມັກຄີພາຍໃນພັກ, ພາຍໃນພະແນກ, ເຮັດວຽກລວມສູນປະຊາທິປະໄຕ, ປຶກສາຫາລືໃນໝູ່ຄະນະ, ໃຫ້ຮັດແໜ້ນສາມັກຄີຮ່ວມກັບພະແນກການອ້ອມຂ້າງຂອງຕົນ ແລະ ຮັດແໜ້ນຄວາມສາມາຄີກັບສາກົນ ແນໃສ່ໃຫ້ພະແນກ ເຕັກໂນໂລຊີ ແລະ ການສື່ສານ ແຂວງຄໍາມ່ວນ ມີຄວາມເຂັ້ມແຂງ ແລະ ເພື່ອຫັນເປັນດີຈິຕອນໃນຕໍ່ໜ້າໃຫ້ປະສົບຜົນສໍາເລັດ.

ໂອກາດດັ່ງກ່າວ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ນໍາເອົາຄອມພິວເຕີ ໂນດບຸກ ພ້ອມດ້ວຍປິ່ນເຕີ ຈໍານວນ 1 ຊຸດ ມອບໃຫ້ພະແນກ ຕສ ແຂວງຄໍາມ່ວນ ຕື່ມອີກ.

ຂ່າວ: ມະນີວັນ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version