Home ຂ່າວຕ່າງປະເທດ WHO ກຳນົດນະໂຍບາຍໂຄວິດ-19 ໃນອະນາຄົດ

WHO ກຳນົດນະໂຍບາຍໂຄວິດ-19 ໃນອະນາຄົດ

0

ຂ່າວຕ່າງປະເທດລາຍງານ ຫວ່າງບໍ່ດົນມານີ້, ອົງການອະນາໄມໂລກ (WHO) ໄດ້ເປີດເຜີຍບົດລາຍງານການເຜີຍແຜ່ກົນລະຍຸດໃໝ່ໃນການຕໍ່ສູ້ກັບພະຍາດໂຄວິດ-19 ໂດຍພະຍາຍາມຊ່ວຍໃຫ້ປະເທດຕ່າງໆປ່ຽນຮູບແບບຈາກການຕອບສະໜອງສຸກເສີນໄປສູ່ກົນລະຍຸດການປ້ອງກັນ ແລະ ຄວບຄຸມໃນໄລຍະຍາວ.

ການເຜີຍແຜ່ບົດລາຍງານດັ່ງກ່າວມີຂຶ້ນກ່ອນກອງປະຊຸມຄະນະກຳມະການສຸກເສີນພະຍາດໂຄວິດ-19 ຂອງ WHO ເພື່ອຕັດສິນວ່າ ການແຜ່ລະບາດໃຫຍ່ຍັງຄົງຮຸນແຮງພໍທີ່ຈະຢູ່ໃນລະດັບເຕືອນໄພສູງສຸດ ຄືກັບໄລຍະເລີ່ມຕົ້ນຂອງການແຜ່ລະບາດໃນປີ 2020 ຫຼືບໍ່. ຂະນະດຽວກັນ, WHO ຍັງໄດ້ເປີດເຜີຍແຜນກົນລະຍຸດໃນການຮັບມືກັບພະຍາດໂຄວິດ-19 ສຳລັບປີ 2023-2025 ຊຶ່ງຖືວ່າເປັນແຜນການທີ 4 ນັບຕັ້ງແຕ່ມີບົດລາຍງານທີ່ພົບຄົນເຈັບພະຍາດໂຄວິດ-19 ຄົນທຳອິດໃນໄລຍະທ້າຍປີ 2019. ເມື່ອບໍ່ດົນມານີ້, WHO ລະບຸວ່າ ການເສຍຊີວິດຈາກພະຍາດໂຄວິດ-19 ຫຼຸດລົງ 95% ນັບຕັ້ງແຕ່ໄລຍະຕົ້ນປີຜ່ານມາ ແຕ່ໄດ້ກ່າວເຕືອນວ່າ ເຊື້ອພະຍາດນີ້ຍັງຄົງມີຢູ່ ແລະ ປະເທດຕ່າງໆຈະຕ້ອງຮຽນຮູ້ວິທີຈັດການກັບຜົນກະທົບແບບບໍ່ສຸກເສີນທີ່ເກີດຂຶ້ນຢ່າງຕໍ່ເນື່ອງ ລວມເຖິງພາວະຫຼັງການແຜ່ລະບາດຂອງພະຍາດໂຄວິດ-19 ຫຼື ເອີ້ນວ່າ ລອງໂຄວິດ. ເຖິງແມ່ນວ່າ ກົນລະຍຸດໃໝ່ຈະຍັງຄົງໄວ້ທີ່ເປົ້າໝາຍເດີມ ຂອງແຜນການກ່ອນໜ້ານີ້ ໄດ້ແກ່ການຫຼຸດການໄຫຼວຽນຂອງພະຍາດໂຄວິດ-19 ແລະ ການປິ່ນປົວຜູ້ຕິດເຊື້ອພະຍາດເພື່ອຫຼຸດຜ່ອນການເສຍຊີວິດ, ການເຈັບປ່ວຍ ແລະ ຜົນກະທົບທີ່ຕາມມາໃນໄລຍະຍາວ ແຕ່ແຜນການໃໝ່ນີ້ຈະເພີ່ມເປົ້າໝາຍຄື ການຊ່ວຍເຫຼືອປະເທດຕ່າງໆ ເມື່ອພວກເຂົາປ່ຽນຈາກການຕອບສະໜອງສຸກເສີນເປັນການປ້ອງກັນ ຄວບຄຸມ ແລະ ຈັດການພະຍາດໂຄວິດ-19 ແບບຍືນຍົງໃນໄລຍະຍາວ.

ທ່ານ ດຣ. ເທໂດສ ອາດຮານອມ ເກເບຣເຢຊຸສ ຜູ້ອຳນວຍການ WHO ກ່າວວ່າ ນີ້ຄືເຫດຜົນທີ່ພວກເຮົາຮຽກຮ້ອງໃຫ້ປະເທດຕ່າງໆຮັກສາຂີດຄວາມສາມາດທີ່ພຽງພໍ ຄວາມພ້ອມໃນການປະຕິບັດງານ ແລະ ຄວາມຍືນຍົງໃນການປັບຂະໜາດໃນໄລຍະທີ່ພະຍາດໂຄວິດ-19 ແຜ່ລະບາດໜັກຂຶ້ນ ພ້ອມທັງຮັກສາໄວ້ບໍລິການສຸຂະພາບອື່ນໆທີ່ຈຳເປັນ ແລະ ການກຽມພ້ອມຮັບມືກັບເຊື້ອພະຍາດສາຍພັນໃໝ່ທີ່ມີຄວາມຮຸນແຮງເພີ່ມຂຶ້ນ ໂດຍມີການວິໄຈຢ່າງຕໍ່ເນື່ອງກ່ຽວກັບພະຍາດ ແລະ ຜົນກະທົບຂອງມັນເປັນສິ່ງສຳຄັນ. ທ່ານກ່າວຕື່ມວ່າ ການຕອບສະໜອງຕໍ່ພະຍາດໂຄວິດ-19 ມີຄ່າໃຊ້ຈ່າຍສູງ ແຕ່ມັນຈະຍິ່ງສູງຂຶ້ນຫຼາຍກວ່ານີ້ຖ້າຫາກພວກເຮົາບໍ່ຕໍ່ຍອດການລົງທຶນເຫຼົ່ານັ້ນດ້ວຍຄວາມມຸ່ງໝັ້ນທີ່ຍືນຍົງຕໍ່ວິທະຍາສາດ ແລະ ສາທາລະນະສຸກ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version