Home ຂ່າວພາຍໃນ ສຳມະນາກ່ຽວກັບແຜນພັດທະນາເສດຖະກິດດີຈີຕອນແຫ່ງຊາດ

ສຳມະນາກ່ຽວກັບແຜນພັດທະນາເສດຖະກິດດີຈີຕອນແຫ່ງຊາດ

0

ກະຊວງເຕັກໂນໂລຊີ ແລະ ການສື່ສານ ຮ່ວມກັບ ແຂວງຄໍາມ່ວນ ຈັດກອງ ປະຊຸມສຳມະນາກ່ຽວກັບແຜນພັດທະນາເສດຖະກິດດີຈີຕອນ ຂອງ ສປປ ລາວ ຂຶ້ນວັນທີ 4 ພຶດສະພາ 2023 ທີ່ສະໂມສອນຂອງແຂວງຄໍາມ່ວນ ໂດຍ ມີທ່ານ ບັນດິດ ສຈ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ ມີບັນດາ ທ່ານການນຳແຂວງ ການນໍາເມືອງ ພະແນກການ ອົງການທຽບເທົ່າອ້ອມ ຂ້າງແຂວງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ກອງປະຊຸມຄັ້ງດັ່ງກ່າວຜູ້ເຂົ້າຮ່ວມແມ່ນໄດ້ຮັບຟັງການສະເໜີກ່ຽວກັບການຫັນດີຈີຕອນ ໃນຍຸກອຸດສາຫະກໍາ 4.0 ກາລະໂອກາດ ແລະ ສິ່ງທ້າທາຍ ສໍາ ລັບ ສປປ ລາວ ພ້ອມນີ້ຍັງໄດ້ຮັບຟັງການສະເໜີ ວຽກງານຫັນບໍລິການລັດ ເປັນດີຈີຕອນ ການຄຸ້ມຄອງຂໍ້ມູນຂ່າວສານ ແລະ ຫາງສຽງສັງຄົມຜ່ານອິນ ເຕີເນັດ ການຫັນເປັນດີຈິຕອນທາງເສດຖະກິດ ການກະກຽມຄວາມພ້ອມ ເຂົ້າສູ່ເສດຖະກິດດີຈິຕອນ ແລະ ອຸດສາຫະກໍາ 4.0 ຂອງວຽກງານຄື້ນຄວາມ ຖີ່ວິທະຍຸສື່ສານ ແລະ ການຫັນເປັນດີຈິຕອນທາງດ້ານສັງຄົມ.

ທັງນີ້ ເພື່ອແນໃສ່ໃຫ້ບັນດາຜູ້ເຂົ້າຮ່ວມກອງປະຊຸມສຳມະນາໃນຄັ້ງນີ້ໄດ້ຮັບຮູ້ກ່ຽວກັບການຫັນເປັນດິຈິຕອນ ເພື່ອນຳໄປຈັດຕັ້ງຜັນຂະຫຍາຍເຂົ້າໃນການສ້າງແຜນພັດທະນາວຽກງານຂອງຕົນໃຫ້ມີປະສິດທິຜົນ ແລະ ພັດທະນາຢ່າງກວ້າງຂວາງໃນຕໍ່ໜ້າ.

ໃນໂອກາດດັ່ງກ່າວ ກະຊວງເຕັກໂນໂລຊີ ແລະ ການສື່ສານ ຍັງໄດ້ນໍາເອົາລະບົບເຄືອຂ່າຍພາຍໃນ G-Net (ຈີເນັດ) ລະບົບກອງປະຊຸມທາງໄກ Video Conference ລະບົບ E-office ລະບົບ E-mail ລະບົບ G-chat ລະບົບ G-web ແລະ ລະບົບ G-share ມູນຄ່າ 768 ກວ່າລ້ານກີບ ມາມອບໃຫ້ແຂວງຄໍາມ່ວນ ໃຫ້ກຽດມອບໂດຍທ່ານລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການ ສື່ສານ ຮັບໂດຍ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version