Home ຂ່າວໜ້າໜຶ່ງ ປຶກສາຫາລືກ່ຽວກັບການປັບປຸງກົດໝາຍວ່າດ້ວຍການທ່ອງທ່ຽວ

ປຶກສາຫາລືກ່ຽວກັບການປັບປຸງກົດໝາຍວ່າດ້ວຍການທ່ອງທ່ຽວ

0

ກະຊວງ ຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ຈັດກອງປະຊຸມ ປຶກສາຫາລືກ່ຽວກັບການປັບປຸງກົດໝາຍວ່າດ້ວຍການທ່ອງທ່ຽວ ສປປ ລາວ ຄັ້ງທີ 1 ເພື່ອເປີດກ້ວາງລະດົມຄໍາຄິດເຫັນຈາກພາກລັດ ພາກທຸລະ ກິດ ຊ່ຽວຊານສາກົນ ຊ່ຽວຊານພາຍໃນ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງ.

ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫຼງຂ່າວ ວັດ ທະນະທຳ ແລະ ທ່ອງທ່ຽວ ກ່າວວ່າ: ເພື່ອພັດທະນາວຽກງານການທ່ອງທ່ຽວ ໃຫ້ມີປະສິດທະພາບ ປະສິດທິຜົນທີ່ດີຂຶ້ນ ຂະແໜງການທີ່ກ່ຽວຂ້ອງຍັງມີ ຄວາມຈໍາເປັນຕ້ອງໄດ້ທົບທວນຄືນໃໝ່ ບັນດາລະບຽບການທີ່ມີແລ້ວ ເພື່ອ ປັບປຸງໃຫ້ສອດຄ່ອງກັບສະພາບປັດຈຸບັນ ແລະ ອະນາຄົດ ໃນນັ້ນກົດໝາຍ ວ່າດ້ວຍການທ່ອງທ່ຽວ ຖືເປັນນິຕິກໍາສູງສຸດຂອງຂະແໜງການທ່ອງທ່ຽວ ທີ່ ຕ້ອງໄດ້ເອົາໃຈໃສ່ເປັນພິເສດ ເພື່ອເຮັດໃຫ້ການປັບປຸງກົດໝາຍວ່າ ດ້ວຍການທ່ອງທ່ຽວໃນຄັ້ງນີ້ ມີເນື້ອໃນທີ່ສອດຄ່ອງກັນກັບບັນດານິຕິກໍາ ຂອງຂະແໜງການກ່ຽວຂ້ອງ ແລະ ສະພາບການຕົວຈິງຂອງຂະແໜງການ ທ່ອງທ່ຽວ ເຊິ່ງມັນຮຽກຮ້ອງໃຫ້ທຸກພາກສ່ວນຕ້ອງໄດ້ສະແດງຄວາມຮັບ ຜິດຊອບ ແລະ ມີສ່ວນຮ່ວມໃນການຄົ້ນຄວ້າ ປະກອບຄໍາຄິດເຫັນ ແນໃສ່ ໃຫ້ກົດໝາຍວ່າດ້ວຍການທ່ອງທ່ຽວສະບັບປັບປຸງໃໝ່ນີ້ ມີໂຄງສ້າງ ແລະ ເນື້ອໃນທີ່ຮັດກຸມ ເຂົ້າໃຈງ່າຍ ແລະ ສະດວກໃນການຈັດຕັ້ງປະຕິບັດ ເພື່ອ ສອດຄ່ອງກັບກົດໝາຍສະບັບອື່ນ ແລະ ຕອບສະໜອງຕາມຈຸດປະສົງທີ່ໄດ້ກໍານົດໄວ້.

ສຳລັບກົດໝາຍສະບັບປັບປຸງໃໝ່ນີ້ຈະຕ້ອງໄດ້ກໍານົດພາລະບົດບາດ ໜ້າ ທີ່ ແລະ ຄວາມຮັບຜິດຊອບຂອງບັນດາຂະແໜງການກ່ຽວຂ້ອງ ລວມທັງ ສ້າງກົນໄກຈັດຕັ້ງປະຕິບັດ ສໍາລັບການຮ່ວມມື ແລະ ການປະສານງານ ໃນ ອະນາຄົດໃຫ້ຈະແຈ້ງ ອີກບັນຫາໜຶ່ງທີ່ຕ້ອງເອົາໃຈໃສ່ ແມ່ນການນໍາໃຊ້ຊັບ ພະຍາກອນທ່ອງທ່ຽວທີ່ມີທ່າແຮງຂອງປະເທດລາວ ໃຫ້ຮັບປະກັນຄວາມ ຍືນຍົງ ປະກອບສ່ວນຫລຸດຜ່ອນຄວາມທຸກຍາກ ແລະ ສ້າງຜົນປະໂຫຍດ ທີ່ຍືນຍົງ ດ້ານເສດຖະກິດ-ສັງຄົມ ແກ່ປະເທດ.

ກອງປະຊຸມດັ່ງກ່າວມີຂຶ້ນໃນວັນທີ 4 ພຶດສະພາ 2023 ທີ່ໂຮງແຮມລາວ ພລາຊາ ເປັນປະທານຂອງທ່ານ ນາງ ສວນສະຫວັນ ວິຍະເກດ ມີ ທ່ານ ອຸ່ນ ທວງ ຂາວພັນ ຮອງລັດຖະມົນຕີ ຜູ້ຊີ້ນໍາວຽກງານທ່ອງທ່ຽວ ຫົວໜ້າຄະນະ ຮັບຜິດຊອບຊີ້ນໍາລວມປັບປຸງກົດໝາຍວ່າດ້ວຍການທ່ອງທ່ຽວ ກະຊວງ ຖວທ ພ້ອມດ້ວຍຊ່ຽວຊານອາວຸໂສຮັບຜິດຊອບຂະແໜງທ່ອງທ່ຽວ ປະຈໍາ ເອດີບີ ໃນອານຸພາກພື້ນແມ່ນໍ້າຂອງ ແລະ ຜູ້ຊ່ຽວຊານສາກົນດ້ານກົດ ໝາຍທ່ອງທ່ຽວ ຕາງໜ້າຈາກພາກລັດ ແລະ ທຸລະກິດທີ່ເຮັດວຽກດ້ານ ການທ່ອງທ່ຽວເຂົ້າຮ່ວມ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version