Home ຂ່າວໜ້າໜຶ່ງ ສະຫຼຸບວຽກງານສ່ອງແສງຂ່າວຂັ້ນສູນກາງ ປະຈຳປີ 2022

ສະຫຼຸບວຽກງານສ່ອງແສງຂ່າວຂັ້ນສູນກາງ ປະຈຳປີ 2022

0

ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ຈັດກອງປະຊຸມວຽກງານສ່ອງແສງຂ່າວຂັ້ນສູນກາງ ປະຈຳປີ 2022 ແລະ ທິດທາງແຜນການປີ 2023 ຂຶ້ນ ໃນວັນທີ 4 ພຶດສະພານີ້ ທີ່ຫ້ອງປະຊຸມ ຄອສພ ໂດຍການເປັນປະທານ ຂອງ ທ່ານ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ ຮອງເລຂາຄະນະພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ມີ ບັນດາຄະນະພັກ, ຫົວໜ້າກົມ, ຮອງກົມ ແລະ ບັນດາກະຊວງ, ອົງການອ້ອມຂ້າງສູນກາງເຂົ້າຮ່ວມ. ກອງປະຊຸມຄັ້ງນີ້ໄດ້ສະຫຼຸບສັງເກດຕີລາຄາ ການຈັດຕັ້ງປະຕິບັດວຽກງານສ່ອງແສງຂ່າວໃນໄລຍະທີ່ຜ່ານມາ ແລະ ກຳນົດທິດທາງໜ້າທີ່ຈຸດສຸມຂອງວຽກງານສ່ອງແສງຂ່າວໃນຕໍ່ໜ້າ, ໃນນັ້ນບັນດາຜູ້ເຂົ້າຮ່ວມໄດ້ພ້ອມກັນປະກອບຄຳຄິດຄຳເຫັນຕໍ່ວຽກວຽກງານສ່ອງແສງຂ່າວ ເພື່ອແນໃສ່ເຮັດໃຫ້ການຈັດຕັ້ງປະຕິບັດວຽກງານດັ່ງກ່າວໃຫ້ມີໝາກຜົນ ແລະ ມີປະສິດທິພາບສູງຂຶ້ນເລື້ອຍໆ.

ທ່ານ ສາຄອນ ພົມມະລາດ ຄະນະພັກ ຫົວໜ້າຫ້ອງການ ຄອສພ ໄດ້ສະຫຼຸບສະພາບການຈັດຕັ້ງປະຕິບັດວຽກງານສ່ອງແສງຂ່າວ ປະຈຳປີ 2022 ແລະ ທິດທາງແຜນການປີ 2023 ຊຶ່ງໄດ້ຍົກໃຫ້ເຫັນຜົນສຳເລັດການຈັດຕັ້ງປະຕິບັດວຽກງານສ່ອງແສງຂ່າວຂັ້ນສູນກາງ ໂດຍສະເພາະວຽກເນື້ອໃນ ໃນການສ່ອງແສງລາຍງານຜ່ານມາຄະນະຮັບຜິດຊອບສ່ອງແສງຂ່າວຂອງບັນດາກະຊວງ-ອົງການ ໄດ້ເປັນເຈົ້າການລາຍງານສະພາບການຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ, ແຜນພັດທະນາເສດຖະກິດ -ສັງຄົມ, ການຄຸ້ມຄອງລັດ – ຄຸ້ມຄອງສັງຄົມດ້ວຍລະບຽບກົດໝາຍໃນຂົງເຂດທີ່ຕົນຮັບຜິດຊອບທັງດ້ານຕັ້ງໜ້າ ແລະ ດ້ານຫຍໍ້ທໍ້, ໄດ້ສະໜອງຂໍ້ມູນຂ່າວສານທາງດ້ານການເມືອງ, ເສດຖະກິດ ແລະ ສັງຄົມ,ຖ້ອຍທຳນອງບິດເບືອນໃສ່ຮ້າຍປ້າຍສີຂອງກຸ່ມຄົນບໍ່ດີ ແລະ ອິດທິກຳລັງປໍລະປັກທີ່ມີຕໍ່ການນຳພາຂອງພັກ, ການຄຸ້ມຄອງຂອງລັດໃຫ້ຂັ້ນເທິງເປັນບ່ອນອີງໃນການຄົ້ນຄວ້າ ແລະ ມີມາດຕະການແກ້ໄຂໃນແຕ່ລະໄລຍະຢ່າງທັນການ ໃນນັ້ນວຽກງານການຕອບໂຕ້ ແລະ ການແກ້ໄຂ ໃນໄລຍະຜ່ານມາໜ່ວຍງານຕິດຕາມ, ເກັບກຳສະພາບທີ່ພົ້ນເດັ່ນ, ສະພາບແນວຄິດ-ຫາງສຽງສັງຄົມໄດ້ດຳເນີນກອງປະຊຸມສ່ອງແສງຂ່າວຢ່າງເປັນປົກກະຕິ ໂດຍມີຄະນະຮັບຜິດຊອບສ່ອງແສງລາຍງານສະພາບຂອງບັນດາກະຊວງ-ອົງການທີ່ກ່ຽວຂ້ອງເຂົ້າຮ່ວມ, ມີການປຶກສາຫາລື, ແລກປ່ຽນຄຳຄິດຄຳເຫັນເພື່ອຊອກວິທີນຳພາຫາງສຽງສັງຄົມ ແລະ ຕອບໂຕ້ຂໍ້ມູນບິດເບືອນຂອງກຸ່ມຄົນບໍ່ຫວັງດີໄດ້ເອົາໃຈໃສ່ຕິດຕາມ, ເກັບກຳສະພາບທີ່ພົ້ນເດັ່ນຢູ່ພາຍໃນ ແລະ ຕ່າງປະເທດ, ເປັນເຈົ້າການຄົ້ນຄວ້າ, ວິເຄາະ, ວິໄຈສາເຫດຂອງບັນຫາ ແລະ ທ່າອ່ຽງການຜັນແປຂອງສະພາບການດັ່ງກ່າວເພື່ອສະຫຼຸບລາຍງານໃຫ້ຄະນະໂຄສະນາອົບຮົມສູນກາງພັກ, ຄະນະເລຂາທິການສູນກາງພັກ ແລະ ຄະນະພັກຂອງບັນດາະຊວງ-ອົງການ ແລະ ທ້ອງຖິ່ນໄດ້ຮັບຊາບ ແລະ ມີທິດຊີ້ນຳໃນການແກ້ໄຂທັນເວລາ.

(ຂ່າວ-ພາບ: ສຳນານ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version