Home ຂ່າວໜ້າໜຶ່ງ ຍົກລະດັບ ຄວາມຮູ້ການເປັນພິທີກອນໃຫ້ພະນັກງານບໍລິລິສັດລາວໂທລະຄົມ

ຍົກລະດັບ ຄວາມຮູ້ການເປັນພິທີກອນໃຫ້ພະນັກງານບໍລິລິສັດລາວໂທລະຄົມ

0

ສະຖາບັນສື່ມວນຊົນ ກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ຮ່ວມກັບ ບໍລິລິສັດລາວໂທລະຄົມມະນາຄົມ ມະຫາຊົນ ໄດ້ຈັດຊຸດຝຶກອົບຮົມຍົກລະດັບຄວາມຮູ້ ໃນຫົວຂໍ້ “ທັກສະການເປັນພິທີກອນທາງການ ແລະ ພິທີກອນການຕະຫລາດ” ໃຫ້ກັບພະນັກງານບໍລິລິສັດລາວໂທລະຄົມມະນາຄົມມະຫາຊົນ ຢູ່ສຳນັກງານໃຫຍ່ນະຄອນຫລວງວຽງຈັນ ແລະ ບັນດາສາຂາທົ່ວປະເທດ ເຊິ່ງຈະດຳເນີນໄປ 3 ວັນ ເລີ່ມແຕ່ວັນທີ 3-5 ພຶດສະພາ 2023 ນີ້.

ທ່ານ ຄຳຫລ້າ ຍອຍສາຍຄຳ ຫົວໜ້າສະຖາບັນສື່ມວນຊົນ ກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ກ່າວວ່າ: ການສຳມະນາຄັ້ງນີ້, ສຳມະນາກອນ ຈະໄດ້ຮຽນຮູ້ກ່ຽວກັບທັກສະການເວົ້າໃນເວທີທາງການ, ການເປັນພິທີກອນການຕະຫລາດ ແລະ ຝຶກສຳມະທິໃນການອ່ານ, ການເວົ້າໃນຊຸມຊົນ ແລະ ການແກ້ໄຂບັນຫາກໍລະນີຕ່າງໆ ທີ່ເກີດຂຶ້ນໃນຂະນະດຳເນີນພິທີກອນ ເຊິ່ງຮູບແບບຝຶກອົບຮົມໄດ້ເນັ້ນໜັກ ພາກປະຕິບັດຕົວຈິງຫລາຍກ່ວາທິດສະດີ ຖືວ່າເປັນປະໂຫຍດຫລາຍສຳລັບນັກໂຄສະນາປະຊາສຳພັນ ທາງດ້ານການເວົ້າແບບທາງການ ແລະ ໃນຮູບແບບການເຄື່ອນໄຫວທາງທຸລະກິດ ເພື່ອພັດທະນາບຸກຄະລາກອນດັ່ງກ່າວ ໃຫ້ມີຄວາມເຂັ້ມແຂງ ຮັບໃຊ້ວົງການທຸລະກິດ ຢ່າງມີຄຸນນະພາບ.

ທ່ານ ໂພສີ ແກ້ວມະນີວົງ ຮອງລັດຖະມົນຕີ ຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ກ່າວວ່າ: ວຽກງານພິທີກອນ ແມ່ນອາຊີບໜຶ່ງທີ່ສຳຄັນ ເຊິ່ງແມ່ນວຽກທີ່ຕິດພັນກັບເວທີ, ພິທີການຕ່າງໆ ກັບຫລາຍວຽກງານ ທາງພາກລັດ ແລະ ພາກເອກະຊົນ ເປັນວຽກທີ່ໄດ້ສະແດງອອກເຊິ່ງໜ້າກັບມວນຊົນທຸກລະດັບ, ທຸກຊັ້ນຄົນໃນສັງຄົມ ເພື່ອດຳເນີນລາຍການປະຊາສຳພັນ ດຶງດູດບັນດາຜູ້ທີ່ເຂົ້າຮ່ວມງານໃຫ້ເກີດຄວາມປະທັບໃຈ. ສະນັ້ນ, ພັກ-ລັດ ເວລາໃດກໍເຫັນຄວາມສຳຄັນ ແລະ ຈຳເປັນໃນການພັດທະນາບຸກຄະລາກອນທຸກຂະແໜງການໂດຍສະເພາະ ບຸກຄະລາກອນທີ່ເຮັດວຽກງານດ້ານພິທີກອນໃຫ້ໄດ້ຮັບການພັດທະນາເປັນກ້າວໆຕະຫລອດມາ ດ້ວຍຫລາຍຮູບແບບ ຫລາຍວິທີ ທັງໄລຍະສັ້ນ ແລະ ໄລຍະຍາວ ເພື່ອສ້າງຄວາມເຂັ້ມແຂງໃຫ້ໄດ້ມາດຕະຖານທຽບທັນກັບລະດັບພາກພື້ນ ແລະ ສາກົນເທື່ອລະກ້າວ ເພາະສະນັ້ນ ນັກພິທີກອນ ຄວນມີຄວາມຮູ້ທາງດ້ານທິດສະດີ ຄຽງຄູ່ກັບພາກປະຕິບັດຕົວຈິງຢ່າງຕໍ່ເນື່ອງ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version