Home ຂ່າວພາຍໃນ ເຊັນສັນຍາການຈັດຊື້ນໍ້າມັນເຊື້ອໄຟຮັບໃຊ້ກອງທັບ ປະຈໍາປີ 2023

ເຊັນສັນຍາການຈັດຊື້ນໍ້າມັນເຊື້ອໄຟຮັບໃຊ້ກອງທັບ ປະຈໍາປີ 2023

0

ເມື່ອບໍ່ດົນມນີ້ກົມໃຫຍ່ພະລາທິການກອງທັບ ຈັດພິທີເຊັນສັນຍາການຈັດຊື້, ຈັດຈ້າງນໍ້າມັນເຊື້ອໄຟກອງທັບ ລະຫວ່າງ ກົມນໍ້າມັນເຊື້ອໄຟກົມໃຫຍ່ພະລາທິການກອງທັບ ກັບ ບໍລິສັດລັດ ວິສະຫະກິດນໍ້າເຊື້ອໄຟວຽງຈັນ ໂດຍອີງຕາມ ຂໍ້ຕົກລົງຂອງລັດຖະມົນກະຊວງປ້ອງກັນປະເທດ ສະບັບເລກທີ 2343/ກປທ, ລົງວັນທີ 10 ເມສາ 2023 ວ່າດ້ວຍການມອບສິດໃຫ້ ບໍລິສັດລັດວິສາຫະກິດນໍ້າມັນເຊື້ອໄຟວຽງຈັນ, ຈັດຊື້ນໍ້າມັນເຊື້ອໄຟໃຫ້ກອງທັບປະຈໍາປີ 2023, ເພື່ອປະຕິບັດຕາມໜ້າທີ່, ພາລະບົດບາດຂອງຄະນະຈັດຊື້, ຈັດຈ້າງ ແລະ ຄວາມສໍາເລັດໃນໜ້າທີ່ການເມືອງໃນໄລຍະໃໝ່

ຈຸດປະສົງຂອງສັນຍາ, ຊະນິດນໍ້າມັນ ຈໍານວນ, ລາຄາ ແລະ ມູນຄ່າ, ຝ່າຍຂາຍ ແລະ ຝ່າຍຊື້ ໄດ້ຕົກລົງເຫັນດີ, ຊື້ນໍ້າມັນເຊື້ອໄຟ ເພື່ອຮັບໃຊ້ວຽກງານປ້ອງກັນຊາດ, ເຊິ່ງການເຊັນສັນຍາຮ່ວມກັນ ລະຫວ່າງ ກົມນໍ້າມັນເຊື້ອໄຟກົມໃຫຍ່ພະລາທິການກອງທັບ ກັບ ບໍລິສັດລັດວິສາຫະກິດນໍ້າມັນເຊື້ອໄຟວຽງຈັນໃນຄັ້ງນີ້ ໂດຍປະຕິບັດຕາມແຜນແບ່ງປັນງົບປະມານຈັດຊື້, ຈັດຈ້າງປະຈຳປີ 2023 ແລະ ລາຍລະອຽດຂອງສັນຍາທັງສອງຝ່າຍໄດ້ພ້ອມກັນສ້າງຂຶ້ນດ້ວຍຄວາມເປັນເອກະພາບກັນຊື້-ຂາຍນໍ້າມັນເຊື້ອໄຟຮ່ວມກັນ ພາຍໃຕ້ບັນດາຂໍ້ກໍານົດ ແລະ ເງື່ອນໄຂຕ່າງໆ, ບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດ ແລະ ຮັບປະກັນໃຫ້ແກ່ການຈັດຊື້, ຈັດຈ້າງນໍ້າມັນເຊື້ອໄຟຂອງກອງທັບ ປີ 2023 ໃຫ້ສໍາເລັດຕາມແຜນການທີ່ວາງໄວ້.

ໂອກາດນີ້, ສະຫາຍ ພົນຈັດຕະວາ ຈັນດີ ສຸລິວົງສັກ ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບ, ຫົວໜ້າຄະນະຊີ້ນໍາລວມວຽກງານຈັດຊື້, ຈັດຈ້າງຂອງກົມໃຫຍ່ພະລາທິການ ໄດ້ເນັ້ນໃຫ້ທັງສອງຝ່າຍທີ່ເຊັນສັນຍາຮ່ວມກັນໃນຄັ້ງນີ້, ຈົ່ງເອົາໃຈໃສ່ເປັນເຈົ້າການຍົກສູງຄວາມຮັບຜິດຊອບຂອງຕົນເອງ ເຂົ້າໃນໜ້າທີ່ວຽກງານວິຊາສະເພາະນໍ້າມັນເຊື້ອໄຟຂອງກອງທັບ ກໍຄື ຂອດການຈັດຕັ້ງປະຕິບັດໃນການນໍາເຂົ້ານໍ້າມັນເຊື້ອໄຟແຕ່ລະຊະນິດທຸກຄັ້ງ, ຄະນະພັກ-ຄະນະບັນຊາທຸກຂັ້ນ ຫລື ວິຊາການຜູ້ຮັບຜິດຊອບວຽກງານນໍ້າມັນເຊື້ອໄຟ ຕ້ອງໄດ້ເອົາໃຈໃສ່ຕິດຕາມ, ກວດ ກາຢ່າງເຂັ້ມງວດ ໂດຍສະເພາະການຮັບ ແລະ ເບີກຈ່າຍນໍ້າມັນຕ້ອງໄດ້ມີການປະສານສົບກັບຂັ້ນເທິງ ເພື່ອສະຫລຸບບັນຊີລາຍງານຢ່າງເປັນປົກກະຕິ, ເປັນເຈົ້າການຕ້ານປະກົດການຫຍໍ້ທໍ້ຕ່າງໆທີ່ຈະເກີດຕົວຈິງຂອງກົມກອງ, ປະສານສົມທົບກັນແໜ້ນກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອພ້ອມກັນຈັດຕັ້ງປະຕິບັດຕາມລະບຽບກົດໝາຍ, ຕາມສັນຍາທີ່ລະບຸໄວ້ແຕ່ລະມາດຕາຢ່າງເຂັ້ມງວດ, ຖືກຕ້ອງ ແລະ ທັນເວລາ ເຮັດໃຫ້ງົບປະມານຈັດຊື້ນໍ້າມັນເຊື້ອໄຟກອງທັບປະຈໍາປີ 2023 ໃນຄັ້ງນີ້, ໃຫ້ຄົບຖ້ວນດ້ານຈໍານວນ, ມີຄຸນນະພາບຕາມມາດຖານຂອງ ສປປ ລາວ.

ຂ່າວ: ສຸກສະຫວັດ

ຂໍ້ມູນ: ຄໍາປະສົງ ລາດຊະວົງ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version