Home ຂ່າວພາຍໃນ ຫ້ອງການການເງິນ ເມືອງ ອາດສະພອນສະຫຼຸບວຽກງານ ການເງິນ-ງົບປະມານ ປີ 2022 ແລະວາງທິດທາງແຜນການ ປີ 2023

ຫ້ອງການການເງິນ ເມືອງ ອາດສະພອນສະຫຼຸບວຽກງານ ການເງິນ-ງົບປະມານ ປີ 2022 ແລະວາງທິດທາງແຜນການ ປີ 2023

0

ໃນວັນທີ 28 ເມສາ 2023 ທີ່ຜ່ານມາ ນີ້ ຢູ່ທີ່ສະໂມສອນເມືອງ ອາດສະພອນ ແຂວງສະຫວັນນະເຂດ ໄດ້ມີກອງປະຊຸມສະຫຼຸບວຽກງານ ການເງິນ – ງົບປະມານ ປະຈໍາປີ 2022 ແລະວາງທິດທາງແຜນການ ປະຈໍາປີ 2023 ຂອງເມືອງ ພາຍໃຕ້ການເຂົ້າຮ່ວມຂອງທ່ານ ນາງ ບຸນທະລັງສີ ຄໍາມະນີວົງ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກ ເຈົ້າເມືອງ ອາດສະພອນ, ທ່ານ ຄໍາເພັດ ບຸດສຸວັນ ຫົວໜ້າຫ້ອງການການເງິນເມືອງ ແລະ ຜູ້ຮັບຜິດຊອບວຽກບໍລິຫານການເງິນຫ້ອງການ ແຕ່ລະຫ້ອງການເຂົ້າຮ່ວມ.

ທ່ານ ອິນແປງ ໄຊສຸລັກ ຮອງຫົວໜ້າຫ້ອງການການເງິນເມືອງ ໄດ້ຂຶ້ນຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານ ການເງິນ-ງົບປະມານ ປະຈໍາປີ 2022 ແລະວາງທິດທາງແຜນການ ປະຈໍາປີ 2023 ເຊິ່ງຫ້ອງການການເງິນເມືອງ ປະກອບມີໜ່ວຍງານບໍລິຫານ, ໜ່ວຍງານງົບປະມານ, ໜ່ວຍງານຊັບສີນ, ມີພະນັກງານລັດຖະກອນທັງໝົດ 14 ທ່ານ ຍິງ 5 ທ່ານ ເຊິ່ງໜຶ່ງປີທີ່ຜ່ານມາໄດ້ຮ່ວມກັບຂະແໜງການຕ່າງໆທີ່ກ່ຽວຂັ້ນເມືອງ ເກັບລາຍຮັບເຂົ້າງົບປະມານແຫ່ງລັດໄດ້ 2,347,738,500 ກີບ ເທົ່າກັບ 139,70 % ຂອງແຜນການ ( 1,680,600,000ກີບ) ໃນນັ້ນ, ຮັບຈາກສ່ວຍສາອາກອນປົກກະຕິ 210,493,148 ລ້ານກີບ ເທົ່າກັບ85,57%, ລາຍຮັບທີ່ດີນ 1,035,906,001ກີບ ເທົ່າກັບ117,45 %, ຄ່າທໍານຽມຕ່າງໆ 88,100,000ກີບ ເທົ່າກັບ144,87%, ລາຍຮັບວິຊາການ427,666,595ກີບ ເທົ່າກັບ100% ແລະ ລາຍຮັບຈາກຊັບສິຍລັດ 585,572,756ກີບ ແລະນອກຈາກນີ້ ກໍ່ຍັງມີເບື້ອງງົບປະມານລາຍຈ່າຍແຫ່ງລັດ ຂອງແຜນການປີ ເຊິ່ງມີລາຍຈ່າຍນະໂຍບາຍປົກກະຕິ 183,674,404ກີບ ຈ່າຍບໍລິຫານຂອງລັດ762 ລ້ານກີບ, ຈ່າຍດັດສົມ-ສົ່ງເສີມ 268,799,897 ກີບ, ຈ່າຍອື່ນໆ 95 ລ້ານກີບ ຈ່າຍຊື້ຊັບສົມບັດຮັບໃຊ້ບໍລິຫານ 15 ລ້ານກີບ. ສໍາລັບທິດທາງແຜນປີ 2023 ແມ່ນຈະໄດ້ສືບຕໍ່ເຊື່ອມຊືມ ນິຕິກໍາ ຄໍາສັ່ງ ຄໍາແນະນໍາ ລະບຽບ-ກົດໝາຍຕ່າງໆ ທີ່ທາງຂັ້ນເທິງວາງອອກ ເພື່ອເຮັດໃຫ້ພະນັກງານລັດຖະກອນມີແນວຄິດ ອຸ່ນອ່ຽງ ທຸ່ນທ່ຽງ ຈົ່ງຮັກພັກດີ ຕໍ່ປະເທດຊາດ ບ້ານ ເມືອງ ມີຄວາມຮູ້ ຄວາມສາມາດ ມີຄວາມຮັບຜິດຊອບ ເຮັດຫຼ້ອນໜ້າທີ່ໆການຈັດຕັ້ງ ພັກ-ລັດ ການຈັດຕັ້ງຂັ້ນເທິງມອບໝາຍ ມີຜົນສໍາເລັດສູງສຸດ ເຊິ່ງເປົ້າໝາຍສູ້ຊົນ ເກັບລາຍຮັບເຂົ້າປະມານ ປີ 2023 ຂອງເມືອງ ແມ່ນ 1,748ຕື້ກີບ ໃນນັ້ນ, ລາຍຮັບຈາກສ່ວຍສາອາກອນ 1,648,600,000ກີບ, ລາຍຮັບຈາກຊັບສີນລັດ 100ລ້ານກີບ,ດ້ານລາຍຈ່າຍທັງໝົດ 1,165,800,000ກີບ

ຈາກນັ້ນກອງປະຊຸມກໍ່ໄດ້ພ້ອມກັນຄົ້ນຄວ້າ ປຶກສາຫາລື ແລກປ່ຽນຄໍາເຫັນ ໃນການຈັດຕັ້ງປະຕິບັດການຊຸກຍູ້ເກັບລາຍຮັບເຂົ້າງົບປະມານ ທີ່ຂະແໜງການຕົນຮັບຜິດຊອບ ແລກປ່ຽນບົດຮຽນນໍາກັນ ເພື່ອເຮັດໃຫ້ການຈັດເກັບລາຍຮັບເຂົ້າປະມານ ປະຈໍາປີ 2023 ຂອງແຕ່ຂະແໜງການໃຫ້ໄດ້ຕາມເປົ້າໝາຍ ຫຼືລື່ນເປົ້າໝາຍກຳນົດ ຕາມແຜນແບ່ງປັນ ທີ່ການຈັດຕັ້ງຂັ້ນເທິງມອບໃຫ້ ເຊິ່ງໃນວາລະຂອງກອງປະຊຸມ ທ່ານເຈົ້າ ເມືອງກໍ່ໄດ້ມີຄໍາເຫັນໂອ້ລົມຕໍ່ກອງປະຊຸມ ໂດຍທ່ານໄດ້ເນັ້ນ ໃຫ້ທຸກໆຫ້ອງການ ຂະແໜງການທີ່ມີລາຍຮັບພາຍໃນເມືອງ ຮ່ວມກັບບັນດາທ່ານການນໍາຂັ້ນເມືອງ ຜູ້ຊີ້ນໍາ ເຂດຈຸດສຸມ ກຸ່ມບ້ານ ແລະບ້ານ ຕ້ອງໄດ້ເອົາໃຈໃສ່ຕິດຕາມຊຸກຍູ້ ປຸກລະດົມ ໃຫ້ຫົວໜ່ວຍທຸລະກິດ ນັກທຸລະກິດ ພໍ່ຄ້າຊາວຂາຍ ຕະຫຼອດຮອດພໍ່ແມ່ປະຊາຊົນ ຂົງເຂດທີ່ຕົນຮັບຜິດຊອບໃຫ້ປະກອບສ່ວນມອບພັນທະ-ອາກອນເຂົ້າງົບປະມານ ບົນພື້ນຖານລະບຽບກົດໝາຍ ຕາມນິຕິກໍາ ທີ່ຂັ້ນເທິງວາງອອກ ເພື່ອຊຸກຍູ້ ຂຸດຄົ້ນ ເກັບລາຍຮັບຂອງເມືອງ ໃຫ້ໄດ້ຖຕາມແຜນທີ່ວາງໄວ້./

ຂ່າວ, ຫ້ອງການ ຖວທ ເມືອງ ອາດສະພອນ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version