Home ຂ່າວພາຍໃນ ກົມພັດທະນາແມ່ຍິງລາວເຄື່ອນໄຫວຕິດຕາມແຜນງານກິດຈະກຳຮັກລູກໃຫ້ໃສ່ໃຈ ຢູ່ທີ່ເມືອງ ອາດສະພອນ

ກົມພັດທະນາແມ່ຍິງລາວເຄື່ອນໄຫວຕິດຕາມແຜນງານກິດຈະກຳຮັກລູກໃຫ້ໃສ່ໃຈ ຢູ່ທີ່ເມືອງ ອາດສະພອນ

0

ໃນວັນທີ 24 ເມສາ 2023 ຢູ່ທີ່ສະໂມສອນ ເມືອງອາດສະພອນ ແຂວງສະຫວັນນະເຂດ ໄດ້ຈັດກອງປະຊຸມຖອດຖອນບົດຮຽນແຜນງານຮັກລູກໃຫ້ໃສ່ໃຈ ໂດຍການເຂົ້າຮ່ວມຂອງ ທ່ານນາງ ພອນທະວີ ລາດບໍວອນ ຮອງເຈົ້າເມືອງ, ທ່ານ ນາງ ວັນມະນີ ດິດຕະພົງ ຮອງຫົວຫນ້າກົມພັດທະນາແມ່ຍິງລາວ, ທ່ານ ນາງສົມຫວັງ ລໍາພູວົງ ຮອງປະທານສະຫະພັນແມ່ຍິງ ແຂວງສະຫວັນນະເຂດ, ມີບັນດາທ່ານຄະນະສະຫະພັນ ແມ່ຍິງເມືອງອາດສະພອນ, ຕາງໜ້າຢູນິເຊບປະຈຳລາວ ແລະບັນດາທີມງານຄູຝຶກກິດຈະກຳແຜນງານຮັກລູກໃຫ້ໃສ່ໃຈ ຈາກຂັ້ນສູນກາງ, ຂັ້ນແຂວງ ແລະ ຂັ້ນເມືອງເຂົ້າຮ່ວມທັງໝົດ 28 ທ່ານ ຍິງ 22 ທ່ານ.

ທ່ານ ນາງພອນທະວີ ລາດບໍວອນ ກຳມະການພັກເມືອງ ຮອງເຈົ້າເມືອງໄດ້ໃຫ້ກຽດກ່າວເປີດກອງປະຊຸມຢ່າງເປັນທາງການ,ກອງປະຊຸມຍັງໄດ້ຮັບຟັງການລາຍງານຄວາມຄືບໜ້າຂອງການ ຈັດຕັ້ງປະຕິບັດກິດຈະກຳ ແຜນງານຮັກລູກໃຫ້ໃສ່ໃຈ ໃນເດືອນ ກຸມພາ ຫາ ເດືອນ ມິຖຸນາ ການລາຍງານຜົນໄດ້ຮັບດ້ານດີ ແລະ ສິ່ງທີ່ທ້າທາຍຂອງການຈັດຕັ້ງປະຕິບັດກິດຈະກຳຂອງເດືອນ ກຸມພາ ຫາ ເດືອນ ມິຖຸນາ ໃນຫົວຂໍ້ກິດຈະກຳຊຸມຊົນ, ກິດຈະກຳໂຮງໝໍນ້ອຍ, ກິດຈະກຳໂຮງຮຽນ ແລະ ກິດຈະກຳລົງຢຽມຢາຄົວເຮືອນ. ໃນການຈັດຕັ້ງປະຕິບັດແຜນວຽກຮັກລູກໃຫ້ໃສ່ໃຈຂອງເມືອງແມ່ນປະຕິບັດໄດ້ 16 ຈຸດ ມີຈຸດ ບ້ານນາເລົ່າ, ກຸດຊຸງ, ໂພໄຊ, ສິງສະຫວ່າງ, ວຽງໄຊ, ນາປອດ, ກຸດຫີນ, ນາແຄ, ດົງຄຳກວານ, ໂຄກກະຕ່າຍ, ແກ້ງໝົ້ມ, ນາເດື່ຶອ, ກະທິງໃຫຍ່, ຜັກຂະຫຍ່າ, ໜອງເດີ່ນ ແລະດົງທະດາ ເຊິ່ງມີຜູ້ເຂົ້າຮ່ວມໃນຂັ້ນບ້ານຈຳນວນ 9,683 ເທື່ອຄົນ, ຍິງ 8,577 ເທື່ອຄົນ, ຂັ້ນຄົວເຮືອນນຳນວນ 5,579ຄົນ, ຂັ້ນໂຮງຮຽນມີຈຳນວນ 795 ເທື່ອຄົນ, ຍິງ 643 ເທື່ອຄົນ, ຂັ້ນໂຮງໝໍນ້ອຍມີຈຳນວນ 609 ເທືອ່ຄົນ, ຍິງ 591 ເທື່ອຄົນ, ບັນດາຜົນໄດ້ຮັບດ້ານດີ, ສິ່ງທ້າທາຍໃນການຈັດຕັ້ງປະຕິບັດກິດຈະກຳໃນເດືອນ ກຸມພາ ຫາ ເດືອນ ມິຖຸນາ ປີ 2023ແມ່ນໄດ້ບັນລຸ 20ຕົວຊີ້ວັດຖ້າທຽບໃສ່ຄາດໝາຍແມ່ນ: ການຖືພາແບບປອດໄພປະຕິບັດໄດ້ 77,11%, ໂພສະນາການທີ່ດີສຳລັບແມ່ປະຕິບັດໄດ້ 66,68%, ການເກີດລູກແບບປອດໄພປະຕິບັດໄດ້ 66,68%, ການລ້ຽງລູກດ້ວຍນົມແມ່ພຽງຢ່າງດຽວຈົນເຖິງ 6ເດືອນປະຕິບັດໄດ້66,67%, ການລ້ຽງລູກດ້ວຍນົມແມ່ ແລະອາຫານເສີມຈາກ 6 ເດືອນ ເຖິງ 24 ເດືອນປະຕິບັດໄດ້ 75%, ການເກີດ ປະຕິບັດ 75%, ການເກີດລູກຫ່າງປະຕິບັດໄດ້ 66,67%, ການລົງທະບຽນການເກີດປະຕິບັດໄດ້ 66,67%, ຮ້ອງເພງ, ເວົ້າລົມ ແລະຫຼິ້ນທຸກມື້ຕັ້ງແຕ່ເກີດປະຕິບັດໄດ້50,01%, ຕິດຕາມພັດທະນາການຂອງເດັກ-ການຍິ້ມຫົວ-ການກິ້ງໄປມາ-ການນັ່ງ-ການຍ່າງ-ການເວົ້າ ປະຕິບັດໄດ້ 100%, ໄດ້ຮັບວັກຊິນກັນພະຍາດທັງໝົດຈົນເຖິງມື້ນີ້ປະຕິບັດໄດ້ 66,67%, ການລ້າງມື ປະຕິບັດໄດ້ 67%, ສຸຂະພິບານທີ່ດີ ປະຕິບັດໄດ້ 66,67%, ການດູແລເດັກເຈັບປ່ວຍຢ່າງໄວວາປະຕິບັດໄດ້ 100%, ຄວາມສະເໝີພາບສຳລັບເດັກທຸກຄົນໃນທຸກຄວາມສາມາດ ແລະທຸກເພດ ປະຕິບັດໄດ້ 100%, ປົກປ້ອງເດັກທຸກຄົນຈາກຄວາມຮຸນແຮງ ປະຕິບັດໄດ້ 50,01%, ເດັກທຸກຄົນອາຍຸ 3ປີຂຶ້ນໄປເຂົ້າໂຮງຮຽນກຽມປະຖົມ ປະຕິບັດໄດ້ 50,01%, ເດັກເກນອາຍຸຊັ້ນປະຖົມທັງໝົດເຂົ້າໂຮງຮຽນ ປະຕິບັດໄດ້ 50,01%, ປະຕິບັດລະບຽບວິໄນທາງບວກຢູ່ສະເໝີ ປະຕິບັດໄດ້ 50,01%, ທ້ອນເງິນໄວ້ຍາມສຸກເສີນ ປະຕບັດໄດ້ 50,01%, ການເບິ່ງແຍງດູແລເດັກ ປະຕິບັດໄດ້ 50,01%, ພ້ອມດຽວກັນບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມຍັງໄດ້ພ້ອມກັນປະກອບຄຳຄິດຄຳເຫັນປຶກສາຫາລືເຖິງບັນດາຜົນງານ,ຜົນໄດ້ຮັບໄດ້ຮັບທັງດ້ານດີ, ຂໍ້ຫຍຸ້ງຍາາກ ແລະສິ່ງທ້າທາຍຕ່າງໆໃນການຈັດຕັ້ງປະຕິບັດກິດຈະກຳແຜນງານຮັກລູກໃຫ້ໃສ່ໃຈ ເພື່ອເປັນແຜນງານທີ່ຕ້ອງໄດ້ຈັດຕັ້ງປະຕິບັດໃນຕໍ່ໜ້າໃຫ້ໄດ້ຮັບໝາກຜົນ ແລະມີປະສິດທິພາບ ແລະປະສິດທິຜົນສູງກວ່າເກົ່າ.

ຂ່າວ, ຫ້ອງການ ຖວທ ເມືອງອາດສະພອນ.

#savannakhet#medialaos

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version