Home ຂ່າວໜ້າໜຶ່ງ ລົງນາມອອກແບບສະໜາມກັອຟ ມາດຕະຖານລະດັບໂລກ ຢູ່ບຶງທາດຫຼວງ

ລົງນາມອອກແບບສະໜາມກັອຟ ມາດຕະຖານລະດັບໂລກ ຢູ່ບຶງທາດຫຼວງ

0

ບໍລິສັດ ລາວທາດຫຼວງລົງທຶນ ພັດທະນາ ຈຳກັດ ແລະ ບໍລິສັດ ຟໍໂດ້ ດີຊາຍ ລົງນາມໃນສັນຍາຮ່ວມມືກັນ ອອກແບບສະນາມກັອຟ 18 ຂຸມ ໃນເຂດ ເສດຖະກິດ ພິເສດບຶງທາດຫຼວງ ເພື່ອພັດທະນາ ແລະ ດຶງດູດການທ່ອງທ່ຽວ ລວມໄປ ເຖິງການດຶງດູດການລົງທຶນເຂົ້າມາໃນ ສປປ ລາວ.

ພິທີລົງນາມໃນສັນຍາການອອກແບບໂຄງການດັ່ງກ່າວ ຈັດຂຶ້ນໃນວັນທີ 25 ເມສາ ຜ່ານມາ ທີ່ໂຮງແຮມໂປລີ ເຂດເສດຖະກິດພິເສດບຶງທາດຫຼວງ ນະຄອນຫຼວງວຽງຈັນ ໂດຍການລົງນາມລະຫວ່າງ ທ່ານ ນາງ ຫວງ ສຽວ ເຫີວນ Huang Xiuwen ຮອງປະທານບໍລິສັດ ທາດຫຼວງລົງທຶນ ພັດທະນາ ຈຳກັດ ເຂດເສດຖະກິດພິເສດ ບຶງທາດຫຼວງ ແລະ ທ່ານ ນິກ ພໍໂດ້ ປະທານ ບໍລິສັດ ພໍໂດ້ ດີຊາຍ ເປັນກຽດ ເຂົ້າຮ່ວມໂດຍ ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ, ທ່ານ ຄິມ ຮາຢອນຊັອກ ປະທານ ບໍລິສັດ ຢູອຶນນາຍ ຈຳກັດຜູ້ດຽວ, ທ່ານ ພູຈ້ຽນ ຮອງອຳນວຍການ ບໍລິສັດ ທາດຫຼວງ ລົງທຶນ ພັດທະນາ ຈຳກັດ ເຂດເສດຖະກິດພິເສດບຶງທາດຫຼວງ ພ້ອມດ້ວຍ ຮອງລັດຖະມົນຕີ ຫົວໜ້າພະແນກ ຫ້ອງການເຂົ້າຮ່ວມເປັນສັກຂີພິຍານ.

ທ່ານ ນາງ ຫວງ ສຽວເຫວິນ ຮອງປະທານ ບໍລິສັດ ລາວທາດຫຼວງລົງທຶນ ຈຳກັດໄດ້ ກ່າວວ່າ: ເຂດເສດຖະກິດພິເສດບຶງທາດຫຼວງ ກໍາລັງຈະສ້າງສະໜາມກັອຟ ທີ່ໄດ້ມາດຕະຖານລະດັບໂລກທີ່ອອກແບບໂດຍນັກອອກແບບ ລະດັບສາກົນ ຊຶ່ງ ສະໜາມກັອຟ ທີ່ອອກແບບນັ້ນຈະເຮັດໃຫ້ເຂດເສດຖະກິດພິເສດບຶງມາດຫຼວງ ເປັນບ່ອນທີ່ດຶງດູດ ບໍລິສັດຕ່າງປະເທດ ໃຫ້ເຂົ້າມາລົງ ທຶນຢູ່ ສປປ ລາວ.

ຂ່າວ: ສົມສະຫວັນ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version