Home ຂ່າວພາຍໃນ ມອບ – ຮັບ ໂຄງການກໍ່ສ້າງ ຫ້ອງການກອງພັນປ້ອງກັນເຄື່ອນທີ່

ມອບ – ຮັບ ໂຄງການກໍ່ສ້າງ ຫ້ອງການກອງພັນປ້ອງກັນເຄື່ອນທີ່

0

ພິທີ ມອບ- ຮັບ ໂຄງການກໍ່ສ້າງ ຫ້ອງການກອງພັນປ້ອງກັນເຄື່ອນທີ່ ແລະ ຫ້ອງກັກຂັງຊົ່ວຄາວ ຢູ່ແຂວງບໍ່ແກ້ວ ໄດ້ຈັດຂຶ້ນໃນວັນທີ 26 ເມສາ 2023 ໂດຍມີ ທ່ານ ບົວຄົງ ນາມມະວົງ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງບໍ່ແກ້ວ, ທ່ານ ພົທ ຢວນຢ້າພິງ ຫົວໜ້າກອງບັນຊາການ ຕໍາຫຼວດລາດຕະເວນທາງນ້ຳ ແຂວງຢູນນານ ສປ ຈີນ ພ້ອມຄະນະ, ທ່ານ ພົວ ບຸນມີ ຜາມີໄຊ ຄະນະປະຈຳພັກແຂວງ ຫົວໜ້າການເມືອງກອງບັນຊາການທະຫານແຂວງບໍ່ແກ້ວ. ມິບັນດາຄະນະພັກ ຄະນະບັນຊາ ປກສ ແຂວງ, ແຂກຮັບເຊີນ ເຂົ້າຮ່ວມ.

ໂຄງການກໍ່ສ້າງ ຫ້ອງການກອງພັນປ້ອງກັນເຄື່ອນທີ່ ແລະ ຫ້ອງກັກຂັງຊົ່ວຄາວ, ກອງບັນຊາການ ປກສ ແຂວງບໍ່ແກ້ວ ແມ່ນໂຄງການທີ່ໄດ້ຮັບທຶນຊ່ວຍເຫຼືອກໍ່ສ້າງ ຈາກກອງບັນຊາການຕຳຫຼວດລາດຕະເວນທາງນ້ຳແຂວງຢູນນານ ສປ ຈີນ ປະກອບມີ 2 ໂຄງການ ຄື: ໂຄງການກໍ່ສ້າງຫ້ອງກັກຂັງຊົ່ວຄາວ ກອງບັນຊາການ ປກສ ແຂວງບໍ່ແກ້ວ ເປັນອາຄານ ຊັ້ນດຽວຂະໜາດ 6ມ x 12ມ, ມີ 2 ຫ້ອງຂັງ, 2 ຫ້ອງນໍ້າຢູ່ໃນຫ້ອງຂັງ ແລະ ມີ 1 ຫ້ອງການ ໂຄງສ້າງເບຕົງເສີມເຫຼັກ ຝາກໍ່ດ້ວຍດິນຈີ່ ຫຼັງຄາມຸງດ້ວຍກະເບື້ອງ, ມີລະບົບໄຟຟ້າ ແລະ ນໍ້າປະປາຄົບຊຸດ ຊຶ່ງມີບັນດາວຽກທີ່ໄດ້ປະຕິບັດ ຄືດັ່ງນີ້: ວຽກບຸກເບີກ ແລະ ປັບເດິນ ສະຖານທີ່ກໍ່ສ້າງ, ວຽກດິນ, ວຽກເບຕົງ, ວຽກກໍ່ ແລະ ໂບກ. ວຽກຕິດຕັ້ງປະຕູ, ປ່ອງຢ້ຽມ, ວຽກຫຼັງຄາ, ເພດານ, ວຽກສີ, ວຽກໄຟຟ້າ, ນໍ້າປະປາ. ວຽກເຟີນີເຈີ ແລະ ໂຄງການກໍ່ສ້າງຫ້ອງການ ກອງພັນປ້ອງກັນເຄື່ອນທີ່ ປກສ ແຂວງບໍ່ແກ້ວ ເປັນອາຄານ 2 ຊັ້ນ, ມີຂະໜາດ 12,5ມ x 20, ໂຄງສ້າງເບຕົງເສີມເຫຼັກ, ຝາກໍ່ດ້ວຍດິນຈີ່, ຫຼັງຄາມຸງດ້ວຍຊີແພັກ, ມີຫ້ອງການເຮັດວຽກ 12 ຫ້ອງ, ຫ້ອງປະຊຸມ 1 ຫ້ອງ, ມີຫ້ອງນ້ຳ 6 ຫ້ອງ, ມີລະບົບໄຟຟ້າ ແລະ ນ້ຳປະປາຄົບຊຸດ ຊຶ່ງມີບັນດາໜ້າວຽກທີ່ໄດ້ປະຕິບັດຄື ດັ່ງນີ້: ວຽກບຸກເບີກ ແລະ ປັບເດີ່ນ ສະຖານທີ່ກໍ່ສ້າງ, ວຽກດິນ, ວຽກເບຕົງ, ວຽກກໍ່ ແລະ ໂບກ. ວຽກຕິດຕັ້ງປະຕູ, ປ່ອງຢ້ຽມ, ວຽກຫຼັງຄາ, ເພດານ, ວຽກສີ, ວຽກໄຟຟ້າ, ນໍ້າປະປາ, ວຽກສຸຂະພັນ ແລະ ວຽກເຟີນີເຈີ ລວມມູນຄ່າການຊ່ວຍເຫຼືອຂອງສອງໂຄງການລວມມູນຄ່າ ທັງໝົດ 2.220.000 ຢວນ (ສະກຸນເງິນຈີນ) ເທົ່າກັບ 555 ລ້ານກີບ. ໂຄງການກໍ່ສ້າງ ຫ້ອງກັກຂັງຊົ່ວຄາວ ແມ່ນເລີ່ມກໍ່ສ້າງແຕ່ວັນທີ 27 ທັນວາ 2021 ຮອດວັນທີ 1 ມີນາ 2022 ການກໍ່ສ້າງແມ່ນສໍາເລັດ 100%, ໂຄງການກໍ່ສ້າງຫ້ອງການ ກອງພັນປ້ອງກັນເຄື່ອນທີ່ ແມ່ນເລີ່ມກໍ່ສ້າງແຕ່ວັນທີ 9 ສິງຫາ 2022 ຮອດວັນທີ 23 ກຸມພາ 2023 ການກໍ່ສ້າງແມ່ນສຳເລັດ 100%, ຫຼັງຈາກວຽກສຳເລັດແລ້ວທາງຄະນະຮັບຜິດຊອບໂຄງການກໍໄດ້ສົມທົບກັບບໍລິສັດຜູ້ຮັບເໝົາກໍ່ສ້າງພ້ອມກັນລົງກວດກາຄວາມສຳເລັດຂອງວຽກກໍ່ສ້າງທັງໝົດເຫັນວ່າວຽກໄດ້ສຳເລັດ 100%.

ພິທີໄດ້ລົງນາມ ເຊັ່ນ ບົດບັນທຶກມອບ-ຮັບຢ່າງເປັນທາງການ ລະຫວ່າງ ທ່ານ ພັອ ຈັນພອນເພັດ ຄຳສີ ຫົວໜ້າກອງບັນຊາການ ປກສ ແຂວງບໍ່ແກ້ວ ແລະ ທ່ານ ພົທ ຢວນຢ້າພິງ ຫົວໜ້າກອງບັນຊາການຕໍາຫຼວດລາດຕະເວນທາງນ້ຳ ແຂວງຢູນນານ ສປ ຈີນ ໂດຍຊ້ອງໜ້າການນຳຂັ້ນແຂວງ, ພາກສ່ວນທີ່ກ່ຽວຂ້ອງ.

(ຂ່າວ-ພາບ: ຄຳພັນ ແກ້ວມະນີ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version