Home ຂ່າວຕ່າງປະເທດ ກຳປູເຈຍ ສ້າງລາຍໄດ້ຈາກພາສີ ອີຄອມເມີສ ຫຼາຍກວ່າ 20 ລ້ານໂດລາ

ກຳປູເຈຍ ສ້າງລາຍໄດ້ຈາກພາສີ ອີຄອມເມີສ ຫຼາຍກວ່າ 20 ລ້ານໂດລາ

0

ຂ່າວຕ່າງປະເທດລາຍງານ ເມື່ອວັນທີ 25 ເມສາ ຜ່ານມາ, ກົມພາສີອາກອນຂອງກຳປູເຈຍໄດ້ເປີດເຜີຍບົດລາຍງານການສ້າງລາຍໄດ້ຈາກພາສີມູນຄ່າເພີ່ມ ອີຄອມເມີສ (Ecommerce) ຈາກການດຳເນີນງານສິນຄ້າ ແລະ ບໍລິການອີເລັກໂຕຣນິກ ໃນໄລຍະໄຕມາດທຳອິດຂອງປີນີ້ສູງເຖິງ 20,9 ລ້ານໂດລາ.

ກຳປູເຈຍເລີ່ມເກັບພາສີມູນຄ່າເພີ່ມ 10% ສຳລັບການເຮັດທຸລະກຳ Ecommerce ຈາກບໍລິສັດຕ່າງໆເຊັ່ນ ກູເກິນ (Google), ເມຕາ (Meta), ອາເມຊອນ (Amazon), ໄມໂຄຣຊອບ (Microsoft), ຢູທູບ (Youtube), ຕິກຕັອກ (Tiktok), ເນັດຟຣິກ (Netflix) ແລະ ອື່ນໆ ນັບຕັ້ງແຕ່ວັນທີ 1 ເມສາ 2022 ເປັນຕົ້ນມາ. ກົມພາສີອາກອນຂອງກຳປູເຈຍ ສາມາດສ້າງລາຍໄດ້ຈາກພາສີການເຮັດທຸລະກຳ ອີຄອມເມີສ ເກືອບ 44 ລ້ານໂດລາ ນັບຕັ້ງແຕ່ເດືອນເມສາເຖິງເດືອນທັນວາ 2022. ທ່ານ ກົງ ວິບູນ ອະທິບໍດີກົມພາສີອາກອນກ່າວວ່າ ພາສີມູນຄ່າເພີ່ມຈາກການເຮັດທຸລະກຳ ອີຄອມເມີສ ຖືວ່າເປັນແຫຼ່ງລາຍໄດ້ທີ່ມີສັກກະຍະພາບຂອງກຳປູເຈຍ ແລະ ມີສັກກະຍະພາບໃນການເພີ່ມລາຍໄດ້ງົບປະມານແຜ່ນດິນໃນໄລຍະຍາວ.

ອີກຢ່າງໜຶ່ງ, ກົມພາສີອາກອນກຳປູເຈຍເປັນອົງກອນຂອງລັດຖະບານທີ່ຮັບຜິດຊອບການຈັດເກັບພາສີພາຍໃນປະເທດເຊັ່ນ ພາສີເງິນເດືອນ, ພາສີມູນຄ່າເພີ່ມລວມເຖິງພາສີໂຮງເຮືອນ ແລະ ທີ່ດິນ. ບົດລາຍງານລະບຸວ່າ ກົມພາສີອາກອນກຳປູເຈຍສາມາດສ້າງລາຍໄດ້ຈາກພາສີທັງໝົດ 1,34 ພັນລ້ານໂດລາໃນລະຫວ່າງເດືອນມັງກອນເຖິງເດືອນມີນາ 2023 ເພີ່ມຂຶ້ນ 6,3% ຈາກໄລຍະເວລາດຽວກັນຂອງປີທີ່ຜ່ານມາ ຊຶ່ງຢູ່ທີ່ 1,26 ພັນລ້ານໂດລາ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version