Home ຂ່າວໜ້າໜຶ່ງ ຍີ່ປຸ່ນ ຊ່ວຍເຫຼືອ 800 ລ້ານເຢນ ແກ້ໄຂລະເບີດບໍ່ທັນແຕກ ຢູ່ 3 ແຂວງພາກໃຕ້

ຍີ່ປຸ່ນ ຊ່ວຍເຫຼືອ 800 ລ້ານເຢນ ແກ້ໄຂລະເບີດບໍ່ທັນແຕກ ຢູ່ 3 ແຂວງພາກໃຕ້

0

ພິທີລົງນາມເອກະສານແລກປ່ຽນ ຮັບເອົາການຊ່ວຍເຫຼືອຈາກລັດຖະບານ ຍີ່ປຸ່ນ ສໍາລັບ ໂຄງການພັດທະນາທ້ອງຖິ່ນ ຜ່ານການເລັ່ງລັດວຽກງານແກ້ໄຂບັນຫາລະເບີດບໍ່ທັນແຕກ ຢູ່ເຂດພາກໃຕ້ຂອງ ສປປ ລາວ ມູນຄ່າ 800 ລ້ານເຢນ ໄດ້ຈັດຂຶ້ນໃນວັນທີ 27 ເມສາ ນີ້ ທີ່ ກະຊວງການຕ່າງປະເທດ ຊຶ່ງຕາງໜ້າລັດຖະບານ ສປປ ລາວ ແມ່ນ ທ່ານ ໂພໄຊ ໄຂຄໍາພິທູນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ຕາງໜ້າລັດຖະບານ ຍີ່ປຸ່ນ ແມ່ນ ທ່ານ ໂຄບະຢະຊິ ເຄນອິຈິ (Mr. KOBAYASHI Kenichi) ເອກອັກຄະຣາຊະທູດ ແຫ່ງ ຍີ່ປຸ່ນ ປະຈໍາ ສປປ ລາວ ເປັນຜູ້ລົງນາມ ໂດຍມີຜູ້ຕາງໜ້າຈາກກະຊວງ ແລະ ຂະແໜງການທີ່ກ່ຽວຂ້ອງຂອງທັງສອງຝ່າຍ ເຂົ້າຮ່ວມເປັນສັກຂີພິຍານ.

ໂຄງການຊ່ວຍເຫຼືອຂອງຍີ່ປຸ່ນຄັ້ງນີ້ ແມ່ນເພື່ອຊ່ວຍເພີ່ມທະວີຄວາມສາມາດໃນການຈັດຕັ້ງປະຕິບັດການເກັບກູ້ລະເບີດບໍ່ທັນແຕກ ຢູ່ 3 ແຂວງພາກໃຕ້ຂອງ ສປປ ລາວ ຄື: ແຂວງເຊກອງ, ສາລະວັນ ແລະ ຈໍາປາສັກ ເພື່ອການພັດທະນາທ້ອງຖິ່ນ ແລະ ຫຼຸດຜ່ອນຄວາມທຸກຍາກຢູ່ ສປປ ລາວ, ພ້ອມທັງເປັນການສະແດງໃຫ້ເຫັນເຖິງຄໍາໝາຍໝັ້ນຢ່າງຕັ້ງໜ້າຂອງລັດຖະບານຍີ່ປຸ່ນ ໃນການຍົກລະດັບຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນລາວ ໃຫ້ມີຄວາມປອດໄພຈາກລະເບີດຕົກຄ້າງບໍ່ທັນແຕກ ໃນຕໍ່ໜ້າ ເວົ້າສະເພາະ, ເວົ້າລວມ ກໍເປັນການສືບຕໍ່ປະກອບສ່ວນສະໜັບສະໜູນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ຂອງ ສປປ ລາວ ໃຫ້ເປັນຮູບປະທໍາເທື່ອລະກ້າວ. ນັບແຕ່ປີ 1996 ເປັນຕົ້ນມາ, ປະເທດຍີ່ປຸ່ນ ໄດ້ໃຫ້ການຊ່ວຍເຫຼືອ ສປປ ລາວ ໃນການຊຸກຍູ້ວຽກງານເກັບກູ້ລະເບີດບໍ່ທັນແຕກຢ່າງຕໍ່ເນື່ອງ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ຊຶ່ງໃນນັ້ນປະກອບມີການຊ່ວຍເຫຼືອວຽກງານດ້ານເຕັກນິກ, ການສະໜອງອຸປະກອນເຄື່ອງມື ແລະ ການພັດທະນາບຸກຄະລາກອນ ກໍຄື ການສ້າງຂີດຄວາມສາມາດໃຫ້ແກ່ ພະນັກງານໃນຂົງເຂດວຽກງານເກັບກູ້ລະເບີດບໍ່ທັນແຕກ.

ທ່ານຮອງລັດຖະມົນຕີ ໄດ້ຍົກໃຫ້ເຫັນເຖິງຜົນກະທົບໃນຫຼາຍດ້ານ ຈາກລະເບີດຕົກຄ້າງບໍ່ທັນແຕກ ເປັນຕົ້ນແມ່ນ ພື້ນທີ່ທໍາການຜະລິດ ເພື່ອການທໍາມາຫາກິນ, ການສ້າງບ່ອນຢູ່ອາໄສຂອງປະຊາຊົນ ທີ່ມີຄວາມສ່ຽງ ແລະ ຫຍຸ້ງຍາກ, ກ້າວໄປເຖິງການໄດ້ຮັບບາດເຈັບ ຫຼື ເສຍຊີວິດຂອງປະຊາຊົນ. ນັບແຕ່ສະໄໝສົງຄາມອິນດູຈີນ ໃນປີ 1964-1973, ປະເທດລາວ ເປັນປະເທດທີ່ຖືກຖິ້ມລະເບີດຢ່າງໜັກໜ່ວງທີ່ສຸດໃນໂລກ, ມີລະເບີດຫຼາຍກວ່າ 2 ລ້ານໂຕນ ຫຼື ຫຼາຍກວ່າ 270 ລ້ານ ໜ່ວຍ ຖືກຖິ້ມລົງໃນດິນແດນຂອງ ສປປ ລາວ; ໃນນັ້ນ, ມີຈໍານວນ 80 ລ້ານໜ່ວຍ ຍັງບໍ່ທັນແຕກພາຍຫຼັງຖືກຖິ້ມລົງ ແລະ ຍັງຕົກຄ້າງ ຝັງຢູ່ໃນຫຼາຍພື້ນທີ່ກວມເຖິງ 18 ແຂວງ ທົ່ວປະເທດ, ຜ່ານມາມີຜູ້ໄດ້ຮັບຜົນກະທົບແລ້ວຫຼາຍກວ່າ 22.000 ຄົນ. ມາຮອດປັດຈຸບັນ, ການເກັບກູ້ລະເບີດບໍ່ທັນແຕກຢູ່ ສປປ ລາວ ສາມາດປະຕິບັດໄດ້ ຍັງບໍ່ເຖິງ 10% ຂອງພື້ນທີ່ທີ່ມີລະເບີດຕົກຄ້າງທັງໝົດ.

ໃນໂອກາດນີ້, ທ່ານ ໂພໄຊ ໄຂຄໍາພິທູນ ຍັງໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈມາຍັງ ລັດຖະບານ ກໍຄື ປະຊາຊົນຍີ່ປຸ່ນ ທີ່ໃຫ້ການສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ຕະຫຼອດໄລຍະຜ່ານມາ, ພ້ອມທັງໃຫ້ຄໍາໝັ້ນສັນຍາວ່າ ຈະນໍາໃຊ້ໂຄງການຊ່ວຍເຫຼືອຄັ້ງນີ້ ຢ່າງມີປະສິດທິພາບ ແລະ ເກີດຜົນປະໂຫຍດສູງສຸດ.

ໃນຂະນະດຽວກັນ, ທ່ານເອກອັກຄະລັດຖະທູດ ກໍໄດ້ສະແດງຄວາມໝາຍໝັ້ນວ່າ ຈະສືບຕໍ່ເຮັດວຽກຮ່ວມກັບຝ່າຍລາວຢ່າງໃກ້ຊິດ ເພື່ອສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ກໍຄື ການເປັນຄູ່ຮ່ວມຍຸດທະສາດຂອງສອງປະເທດ ລາວ ແລະ ຍີ່ປຸ່ນ ໃຫ້ໄດ້ຮັບການພັດທະນາຂຶ້ນໄປເລື້ອຍໆ.

(ຂ່າວ-ພາບ: ກະຊວງການຕ່າງປະເທດ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version