Home ຂ່າວໜ້າໜຶ່ງ ຫສປທ ສະຫຼຸບການຈັດຕັ້ງປະຕິບັດວຽກງານປະຈຳປີ 2022

ຫສປທ ສະຫຼຸບການຈັດຕັ້ງປະຕິບັດວຽກງານປະຈຳປີ 2022

0

ຫ້ອງວ່າການສຳນັກງານ ປະທານປະເທດ (ຫສປທ) ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານ ປະຈຳປີ 2022 ແລະ ທິດທາງແຜນການ ປີ 2023 ຂຶ້ນໃນວັນທີ 26 ເມສາ ນີ້ ທີ່ ຫສປທ ໂດຍໃຫ້ກຽດເຂົ້າຮ່ວມ ຂອງ ທ່ານ ນາງ ປານີ ຢາທໍ່ຕູ້ ກຳມະການກົມການເມືອງສູນກາງພັກ ຮອງປະທານປະເທດ, ມີ ທ່ານ ນາງ ເຂັມມະນີ ພົນເສນາ ກຳມະການສູນກາງພັກ ຫົວໜ້າຫ້ອງວ່າການສຳນັກງານປະທານປະເທດ, ມີບັນດາຄະນະພັກ, ຄະນະນຳ ແລະ ພະນັກງານເຂົ້າຮ່ວມ. ກອງປະຊຸມຄັ້ງນີ້ ໄດ້ສະຫຼຸບການຈັດຕັ້ງເຄື່ອນໄຫວວຽກງານ ປະຈຳປີ 2022 ຂອງຫ້ອງວ່າການສຳນັກງານປະທານປະເທດ, ສັງເກດຕີລາຄາຈຸດດີ, ຈຸດອ່ອນ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້, ພ້ອມທັງວາງທິດທາງແຜນການ ປີ 2023.

ໂອກາດດັ່ງກ່າວ ທ່ານ ນາງ ປານີ ຢາທໍ່ຕູ້ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍທີ່ຫ້ອງວ່າການສຳນັກງານປະທານປະເທດຍາດຜົນງານມາໄດ້ໃນໄລຍະ 1 ປີທີ່ຜ່ານມາ ແລະ ເນັ້ນໃຫ້ສືບຕໍ່ພັດທະນາກົງຈັກການຈັດຕັ້ງໃຫ້ມີຄວາມເຂັ້ມແຂງ, ກະທັດຮັດ, ຮັບປະກັນການປະຕິບັດໜ້າທີ່ການເມືອງໃຫ້ມີຜົນສໍາເລັດ ແລະ ເຄື່ອນໄຫວມີປະສິດທິພາບ, ສ້າງກົມເປັນຫົວໜ່ວຍຍຸດທະສາດ, ສ້າງພະແນກໃຫ້ມີຄວາມເຂັ້ມແຂງທາງດ້ານວິຊາການ ແລະ ສ້າງພັກ-ພະນັກງານໃຫ້ມີຄວາມປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ, ສືບຕໍ່ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ I ຂອງອົງຄະນະພັກ ຫສປທ ລວມທັງສອງວາລະແຫ່ງຊາດ ທີ່ຢູ່ໃນໄລຍະການສະຫຼຸບກາງສະໄໝ, ສືບຕໍ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ, ອຸ່ນອ່ຽນທຸ່ນທ່ຽງ ຫ້າວຫັນຕໍ່ໜ້າທີ່ວຽກງານ, ມີຄວາມເສຍສະລະ, ອົດທົນຜ່ານຜ່າຄວາມຫຍຸ້ງຍາກນາໆປະການ, ໂດຍສະເພາະຄວາມຫຍຸ້ງຍາກທາງດ້ານເສດຖະກິດ, ເອົາໃຈໃສຍູ້ແຮງຂະບວນການຂອງອົງການຈັດຕັ້ງມະຫາຊົນ ດ້ວຍການສ້າງຂະບວນການ ເພື່ອສ້າງຄວາມສາມັກຄີພາຍໃນ ແລະ ແຂ່ງຂັນກັນຍົກສູງຄຸນນະພາບວຽກງານທາງດ້ານວິຊາສະເພາະ ໃນແຕ່ລະຂົງເຂດວຽກງານ, ສືບຕໍ່ຍົກສູງຄຸນນະພາບການເປັນເສນາທິການໃຫ້ມີຄວາມໜັກແໜ້ນຂຶ້ນຕື່ມ, ຫັນເຂົ້າສູ່ຄວາມເປັນມືອາຊີບຕາມທິດຫັນເປັນວິຊາການ, ຫັນເປັນຜູ້ຊໍານານງານ, ຜູ້ຊ່ຽວຊານ ແລະ ຫັນເປັນຜູ້ບໍລິຫານທີ່ມີຄວາມຮູ້ຄວາມສາມາດ ເຮັດຫຼ້ອນໜ້າທີ່ການເມືອງ ທີ່ໄດ້ຮັບມອບໝາຍນັບມື້ນັບຫຼາຍຂຶ້ນ.

ການປະຕິບັດວຽກງານຕ້ອງໃຫ້ໄດ້ຕາມ 4 ຄາດໝາຍຄື: ໃຫ້ໄວ, ໃຫ້ດີ, ໃຫ້ຫຼາຍ ແລະ ໃຫ້ຖືກກົດໝາຍ, ສືບຕໍ່ພັດທະນາ, ປົກປັກຮັກສາ ແລະ ນໍາໃຊ້ພື້ນຖານວັດຖຸເຕັກນິກທີ່ມີຢູ່ຂອງ ຫສປທ ໃຫ້ເກີດປະໂຫຍດສູງສຸດ ແລະ ຮັບປະກັນຄວາມຮຽບຮ້ອຍ ແລະ ຄວາມສະຫງົບປອດໄພຢູ່ພາຍໃນ, ສ້າງສະພາບແວດລ້ອມເອື້ອອໍານວຍເພື່ອຫັນວຽກງານຂອງ ຫສປທ ສູ່ທັນສະໄໝເທື່ອລະກ້າວ, ສືບຕໍ່ຄົ້ນຄວ້າ, ປັບປຸງ ແລະ ສ້າງນິຕິກໍາ ກ່ຽວກັບການຈັດຕັ້ງ ແລະ ການເຄື່ອນໄຫວຂອງ ບັນດາກົມ ເພື່ອໃຫ້ສອດຄ່ອງກັບ ພາລະບົດບາດສະບັບປັບປຸງໃໝ່ ຂອງ ຫສປທ ໂດຍເນັ້ນໃຫ້ມີຄວາມກະທັດຮັດ ແລະ ມີປະສິດທິຜົນ ລວມທັງກົນໄກປະຕິບັດວຽກງານແຕ່ລະຂົງເຂດວຽກງານຢູ່ພາຍໃນ ຫສປທ ແລະ ກົນໄກປະສານງານກັບກະຊວງ-ອົງການທີ່ກ່ຽວຂ້ອງ. ຕໍ່ພາລະບົດບາດຂອງກົມທີ່ລາຍງາຍໃຫ້ຊາບນັ້ນ, ຍົກສູງພາລະບົດບາດການເປັນເສນາທິການຄົ້ນຄວ້າບັນດາເອກະສານສໍາຄັນ ເຊັ່ນ: ການຄົ້ນຄວ້າ ແລະ ກວດກາຄວາມຖືກຕ້ອງ ທັງສອດຄ່ອງກັບບັນດາກົດໝາຍ, ລັດຖະບັນຍັດ, ວຽກງານອະໄພຍະໂທດ ແລະ ຫຼຸດຜ່ອນໂທດໃຫ້ແກ່ນັກໂທດ, ເພີ່ມທະວີການຊີ້ນໍາຂອງຄະນະພັກ ຕໍ່ການສ້ອມແປງໃຫຍ່ອາຄານຫໍຄໍາ ໃຫ້ສໍາເລັດຕາມຄາດໝາຍທີ່ວາງໄວ້ ແລະ ເອົາໃຈໃສ່ປົກປັກຮັກສາອາຄານ ແລະ ສະຖານທີ່ ທໍານຽບປະທານປະເທດໃຫ້ມີຄວາມປອດໄພ, ສະອາດ, ຮຽບຮ້ອຍ ແລະ ສວຍງາມ ແລະ ອື່ນໆ.

(ຂ່າວ-ພາບ: ສຳນານ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version