Home ຂ່າວໜ້າໜຶ່ງ ສະຫຼຸບວຽກງານອະໄພຍະໂທດທົ່ວປະເທດ

ສະຫຼຸບວຽກງານອະໄພຍະໂທດທົ່ວປະເທດ

0

ອົງການໄອຍະການປະຊາຊົນສູງສຸດ (ອອປສ) ໄດ້ຈັດກອງປະຊຸມສະຫຼຸບວຽກງານອະໄພຍະໂທດປະຈຳປີ 2022 ແລະ ທິດທາງແຜນການປະຈຳປີ 2023 ຂຶ້ນໃນວັນທີ 26 ເມສາ ນີ້ ທີ່ອົງການດັ່ງກ່າວ ໃນຮູບແບບເຊິ່ງໜ້າ ແລະ ທາງໄກ ໂດຍໃຫ້ກຽດເປັນປະທານຂອງທ່ານ ພົນເອກ ວິໄລ ຫຼ້າຄຳຟອງ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ປະທານຄະນະກໍາມະການອະໄພຍະໂທດລະດັບຊາດ, ມີທ່ານ ໄຊຊະນະ ໂຄດພູທອນ ກຳມະການສູນກາງພັກ ຫົວໜ້າ ອອປສ ຮອງປະທານຄະນະກໍາມະການອະໄພຍະໂທດລະດັບຊາດ (ຜູ້ປະຈໍາການ), ມີບັນດາຄະນະກໍາມະການອະໄພຍະໂທດລະດັບຊາດ, ແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງຈາກສູນກາງ ແລະ ທ້ອງຖິ່ນເຂົ້າຮ່ວມ.

ໃນກອງປະຊຸມ, ທ່ານ ໄຊຊະນະ ໂຄດພູທອນ ໄດ້ຜ່ານບົດສະຫຼຸບລາຍງານວຽກງານອະໄພຍະໂທດປະຈໍາປີ 2022 ແລະ ທິດທາງວຽກງານຈຸດສຸມປະຈຳປີ 2023 ໂດຍໄດ້ຍົກໃຫ້ເຫັນດ້ານດີ, ຜົນສໍາເລັດ ແລະ ດ້ານອ່ອນ ຂໍ້ຄົງຄ້າງ ທີ່ຄະນະກໍາມະການອະໄພຍະໂທດແຕ່ລະຂັ້ນໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານອະໄພຍະໂທດໃຫ້ມີຜົນສໍາເລັດ, ຮັບປະກັນໄດ້ຄວາມຖືກຕ້ອງ, ສອດຄ່ອງຕາມລັດຖະບັນຍັດຂອງປະທານປະເທດວ່າດ້ວຍການໃຫ້ອະໄພຍະໂທດ ຊຶ່ງສະແດງອອກຄື ນັກໂທດທີ່ໄດ້ຮັບການໃຫ້ອະໄພຍະໂທດຕາມລັດຖະດຳລັດຂອງປະທານປະເທດປະຈໍາປີ 2022 ມີຈຳນວນທັງໝົດ 1.881 ຄົນ ຍິງ 264 ຄົນ, ຕ່າງປະເທດ 23 ຄົນ ຍິງ 6 ຄົນ. ພ້ອມນັ້ນ, ຄະນະກໍາມະການອະໄພຍະໂທດແຕ່ລະຂັ້ນຍັງໄດ້ຊຸກຍູ້ໃຫ້ກັບພະແນກຍຸຕິທຳໃນຂອບເຂດທົ່ວປະເທດໃນການເກັບຄ່າປັບໃໝ ແລະ ຄ່າເສຍຫາຍທາງແພ່ງທີ່ນັກໂທດຊຳລະໃນບັ້ນຄົ້ນຄວ້າສະເໜີໃຫ້ອະໄພຍະໂທດປະຈຳປີ 2022 ມີຄ່າເສຍຫາຍທາງແພ່ງ 472.673.333 ກີບ ແລະ ສະກຸນເງິນຕາຕ່າງປະເທດຈໍານວນໜຶ່ງ.

ກອງປະຊຸມຄັ້ງນີ້, ຜູ້ເຂົ້າຮ່ວມໄດ້ພ້ອມກັນຄົ້ນຄວ້າ ແລະ ປະກອບຄຳຄິດເຫັນຢ່າງກົງໄປກົງມາດ້ວຍຄວາມຮັບຜິດຊອບສູງເພື່ອເຮັດໃຫ້ການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານໃຫ້ອະໄພຍະໂທດມີປະສິດທິພາບ, ຮັບປະກັນນະໂຍບາຍມະນຸດສະທຳ, ສຶກສາອົບຮົມນັກໂທດໃຫ້ເຫັນໄດ້ແນວທາງນະໂຍບາຍອັນຖືກຕ້ອງເປັນທໍາຂອງລັດແຫ່ງ ສປປ ລາວ, ກໍ່ສ້າງຕົນເອງໃຫ້ກາຍເປັນພົນລະເມືອງດີຂອງຊາດສ້າງເງື່ອນໄຂໃຫ້ມີການປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ.

ໃນໂອກາດດັ່ງກ່າວ, ທ່ານ ພົນເອກ ວິໄລ ຫຼ້າຄໍາຟອງ ໄດ້ເນັ້ນໜັກໃຫ້ຄະນະກຳມະການອະໄພຍະໂທດແຕ່ລະຂັ້ນຕ້ອງໄດ້ເພີ່ມທະວີຄວາມຮັບຜິດຊອບໃນການປະຕິບັດໜ້າທີ່ວຽກງານຂອງຕົນໃຫ້ທັນຕາມກໍານົດເວລາ, ເຫັນໄດ້ເຖິງຄວາມສໍາຄັນຂອງການປະຕິບັດນະໂຍບາຍອະໄພຍະໂທດໃຫ້ແກ່ນັກໂທດ; ເອົາໃຈໃສ່ຄົ້ນຄວ້າກໍາແໜ້ນເນື້ອໃນຂອງກົດໝາຍ, ລັດຖະບັນຍັດວ່າດ້ວຍການໃຫ້ອະໄພຍະໂທດ ແລະ ນິຕິກໍາຕ່າງໆທີ່ກ່ຽວຂ້ອງກັບວຽກງານອະໄພຍະໂທດໃຫ້ເລິກຊຶ່ງ, ຈັດຕັ້ງປະຕິບັດໃຫ້ຖືກຕ້ອງ ແລະ ຄົບຖ້ວນ; ຍົກສູງຄວາມຮັບຜິດຊອບໃນການຄົ້ນຄວ້າພິຈາລະນານັກໂທດຜູ້ທີ່ມີເງື່ອນໄຂສະເໜີໃຫ້ອະໄພຍະໂທດຕ້ອງຮັບປະກັນຄວາມຖືກຕ້ອງ, ໂປ່ງໃສ, ຍຸຕິທໍາ, ຄັດເລືອກເອົານັກໂທດຜູ້ທີ່ປະພຶດດີ ແລະ ຮູ້ສຶກກິນແໜງຕໍ່ການກະທໍາຜິດຂອງຕົນແທ້ ເພື່ອສະເໜີຂໍອະໄພຍະໂທດຈາກປະທານປະເທດ.

(ຂ່າວ: ຈະເລີນສິນ, ພາບ: ວັນເພັງ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version