Home ຂ່າວພາຍໃນ ແຂວງອັດຕະປື ສຸມໃສ່ແກ້ໄຂບັນຫາຢາເສບຕິດ 3 ເດືອນຕົ້ນປີ ທັບມ້າງຄະດີໄດ້ 28 ເລື່ອງ

ແຂວງອັດຕະປື ສຸມໃສ່ແກ້ໄຂບັນຫາຢາເສບຕິດ 3 ເດືອນຕົ້ນປີ ທັບມ້າງຄະດີໄດ້ 28 ເລື່ອງ

0

ອີງຕາມການລາຍງານຂອງ ພົນຈັດຕະວາ ສີເວີນ ແກ້ວ ສີວົງສາ ກໍາມະການພັກແຂວງ ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບ ແຂວງອັດຕະປື ຕໍ່ກອງປະຊຸມຄົບຄະນະບໍລິຫານງານພັກແຂວງ ຄັ້ງທີ 8 ສະໄໝທີ XI ເມື່ອວັນທີ 24ເມສາ 2023 ໃຫ້ຮູ້ວ່າ: ເພື່ອຈັດຕັ້ງປະຕິບັດວາລະແຫ່ງຊາດຕາມວຽກຈຸດສຸມ,ຜ່ານການເຄື່ອນໄຫວຕົວຈິງ ໄລຍະ 3 ເດືອນຕົ້ນປີ 2023 ນີ້ ໄດ້ທັບມ້າງລາຍຄະດີຢາເສບ ຕິດໄດ້ທັງໝົດ 28 ເລື່ອງ, ຈັບຜູ້ຖືກຫາໄດ້ 45 ຄົນ,ຍິງ 9 ຄົນ,ຢຶດຂອງກາຢາບ້າໄດ້ 12.645 ເມັດ,ເງີນກີບ 6 ລ້ານກວ່າກີບ, ໂທລະສັບ 25 ໜ່ວຍ, ລົດຈັກ 7 ຄັນ,ລົດໃຫຍ່ 1 ຄັນ ແລະ ອື່ນໆ,ໃນຄະນະດຽວ ກັນໄລຍະທີ່ຜ່ານມາ ໄດ້ຂື້ນບັນຊີ້ເປົ້າ ໝາຍຄ້າຂາຍຢາເສບຕິດ ໃນທົ່ວແຂວງໄດ້ທັງໝົດ 666 ຄົນ,ຍິງ 93 ຄົນ,ທັບມ້າງໄດ້ 252 ຄົນ,ຍິງ 50 ຄົນ, ເປົ້າໝາຍເອົາຕົວລົບໜີອອກຈາກພື້ນທີ່ 26 ຄົນ,ຍິງ 1 ຄົນ,ຍັງເຫຼືອຕົວຈິງ 388 ຄົນ,ຍິງ 42 ຄົນ,ສ່ວນບັນຊີເປົ້າໝາຍການເສບຢາ ໃນທົ່ວແຂວງ ມີທັງໝົດ 1.329 ຄົນ,ຍິງ 73 ຄົນ,ໄດ້ສຶກສາອົບຮົມແລ້ວ 295 ຄົນ,ຍິງ 22 ຄົນ,ເອົາໄປບໍາບັດປິ່ນປົວ 61 ຄົນ,ຍັງຄ້າງ 973 ຄົນ,ຍິງ 51 ຄົນ.

ພົນຈັດຕະວາ ສີເວີນ ແກ້ວ ສີວົງສາ ກໍາມະການພັກແຂວງ ຫົວໜ້າກອງບັນ ຊາການປ້ອງກັນຄວາມສະຫງົບ ແຂວງອັດຕະປື ໄດ້ລາຍງານໃຫ້ຮູ້ຕື່ມວ່າ: ໄລຍະ 3 ເດືອນຜ່ານມາ ທາງກອງບັນຊາການປ້ອງກັນຄວາມສະຫງົບ ຂອງແຂວງ ຍັງໄດ້ຖືເອົາວຽກງານໂຄສະນາເຜີຍແຜ່ລະ ບຽບກົດໝາຍ ແລະ ຜົນຮ້າຍຂອງຢາເສບຕິດ ເປັນວຽກສໍາຄັນ,ໂດຍໄດ້ສົມທົບກັບພາກສ່ວນກ່ຽວຂ້ອງລົງໂຄສະນາເຜີຍແຜ່ລະບຽບກົດໝາຍ ແລະ ຜົນຮ້າຍຈາກຢາເສບຕິດຢູ່ບັນດາສະຖາບັນການສຶກສາ,ກຸ່ມບ້ານ ລວມ 20 ຄັ້ງ,ມີຜູ້ເຂົ້າ ຮ່ວມຮັບຟັງທັງໝົດ 2.904 ຄົນ,ຍິງ 1.496 ຄົນ,ໄດ້ສ້າງແຜນເຄື່ອນໄຫວລົງຊຸກຍູ້,ເຊື່ອມຊຶມວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດໃຫ້ຄະນະ ພັກ-ຄະນະນໍາ ບັນດາພະແນກການອ້ອມຂ້າງ ແຂວງ,ເມືອງ,ບ້ານ,ບັນດາພະແນກການ,ຫ້ອງການທີ່ກ່ຽວຂ້ອງ,ເພື່ອເຮັດໜ້າທີ່ພາລະບົດບາດ ຈັດຕັ້ງປະຕິບັດໄປຕາມການແບ່ງປັນຄວາມຮັບຜິດຊອບທີ່ໄດ້ກໍານົດໃນວາລະແຫ່ງຊາດ.

ຂ່າວ: ນັກຂ່າວແຂວງອັດຕະປື

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version