Home ຂ່າວໜ້າໜຶ່ງ ພົບປະສອງຝ່າຍ ລະຫວ່າງ ຄະນະຜູ້ແທນຂັ້ນສູງ ສູນກາງແນວລາວສ້າງຊາດລາວ ແລະສູນກາງແນວໂຮມປະເທດຊາດຫວຽດນາມ

ພົບປະສອງຝ່າຍ ລະຫວ່າງ ຄະນະຜູ້ແທນຂັ້ນສູງ ສູນກາງແນວລາວສ້າງຊາດລາວ ແລະສູນກາງແນວໂຮມປະເທດຊາດຫວຽດນາມ

0

ພິທີພົບປະສອງຝ່າຍ ລະຫວ່າງ ຄະນະກຳມະການສູນກາງແນວລາວສ້າງຊາດ ນຳໂດຍ ທ່ານ ສິນລະວົງ ຄຸດໄພທູນ, ກຳມະການກົມການເມືອງສູນກາງພັກປະຊາຊົນປະຕິວັດລາວ, ປະທານຄະນະກຳມະການສູນກາງແນວລາວສ້າງຊາດ ພ້ອມດ້ວຍຄະນະ ໄດ້ພົບປະກັບຄະນະກຳມະການສູນກາງແນວໂຮມປະເທດ ຊາດຫວຽດນາມ ນໍາໂດຍ ທ່ານ ໂດ ວັນ ຈຽນ, ເລຂາທິການສູນກາງພັກກອມ ມູນິດຫວຽດນາມ, ປະທານຄະນະກຳມະ ການສູນກາງແນວໂຮມປະເທດຊາດຫວຽດນາມ ພ້ອມດ້ວຍຄະນະທັງສອງຝ່າຍເຂົ້າຮ່ວມ ທີ່ໂຮງແຮມ Melia ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ ວັນທີ 25 ເມສາ 2023.

ການພົບປະຄັ້ງນີ້, ທັງສອງຝ່າຍໄດ້ແລກ ປ່ຽນບົດຮຽນເຊິ່ງກັນ ແລະກັນ ຢ່າງສະໜິດສະໜົມ, ຕີລາຄາສູງຕໍ່ຜົນຂອງການພົວພັນຮ່ວມມື ໄລຍະຜ່ານມາໂດຍສະເພາະແມ່ນການຈັດຕັ້ງປະຕິບັດ ແລະຜັນຂະຫຍາຍບົດບັນທຶກການຮ່ວມມືຂອງສອງອົງການ ທີ່ໄດ້ລົງນາມຮ່ວມກັນ ໃນວັນທີ 26 ກໍລະກົດ 2022 ທີ່ນະ ຄອນຫຼວງວຽງຈັນ ເຊິ່ງມີເນື້ອໃນສຳຄັນທີ່ຈະພ້ອມກັນປະຕິບັດ 10 ຂໍ້ ທີ່ຕ້ອງເຮັດຮ່ວມກັນ ໃນໄລຍະປີ 2022-2027; ໃນໄລຍະ 09 ເດືອນຜ່ານມາ ສອງອົງການແນວໂຮມສາມາດປະຕິບັດໄດ້ 04 ຂໍ້ແລ້ວ, ຖືວ່າໄດ້ຜັນຂະຫຍາຍໄວສົມຄວນ ແລະຂໍ້ທີ່ປະຕິບັດໄດ້ດີກວ່າໝູ່ແມ່ນການແລກ ປ່ຽນຄະນະຜູ້ແທນຂັ້ນສູງ ລະ ຫວ່າງ ສອງອົງການ ແລະສະໜັບສະໜູນໃຫ້ບັນດາກົມ, ວິຊາການຂອງສອງຝ່າຍ ໄດ້ແລກປ່ຽນ ແລະແບ່ງປັນບົດຮຽນນໍາກັນ, ການຈັດພິທີຍ້ອງຍໍ ແລະມອບຫຼຽນໄຊ ຂອງ ພັກ-ລັດຖະບານ ສສ ຫວຽດນາມ ໃຫ້ແກ່ກໍາມະການ ແລະພະນັກງານສູນກາງແນວລາວສ້າງຊາດ ເນື່ອງໃນໂອກາດສະເຫຼີມສະ ຫຼອງປີສາມັກຄີພິເສດ ລາວ-ຫວຽດນາມ ຢ່າງສົມກຽດ, ສຳເລັດການຈັດກອງປະຊຸມເສີມສ້າງຊາຍແດນມິດຕະພາບ ຢູ່ແຂວງສະຫວັນນະເຂດ ແລະ ເຄື່ອນໄຫວກິດຈະກໍາຢູ່ແຂວງຄໍາມ່ວນ ແລະຜົນສຳເລັດອື່ນໆ ອີກຈຳນວນໜຶ່ງ; ພ້ອມນີ້, ທັງສອງຝ່າຍ ໄດ້ພ້ອມກັນວາງແຜນວຽກຈຸດສຸມຂອງການຮ່ວມມືຂອງສອງອົງການ ໃນປີ 2023; ນອກຈາກນີ້, ໄດ້ແລກປ່ຽນບົດຮຽນ ທີ່ຄະນະຜູ້ແທນຝ່າຍລາວມີຄວາມສົນໃຈເປັນຕົ້ນແມ່ນ ວຽກງານຕິດຕາມ, ກວດກາຂອງອົງການແນວໂຮມ, ບົດຮຽນ ແລະ ປະສົບການໃໝ່ຂອງອົງການແນວໂຮມປະເທດຊາດຫວຽດນາມ ໃນວຽກງານຂົນຂວາຍພີ່ ນ້ອງເຊື້ອຊາດຫວຽດນາມຢູ່ຕ່າງປະເທດ ແລະ ການປຸກລະດົມໃຫ້ຊາວກະສິກອນປະຕິບັດແນວທາງຂອງພັກ ໃນການສ້າງສະຕິເປັນເຈົ້າຕົນເອງ ແລະສ້າງຄວາມເຂັ້ມແຂງດ້ວຍຕົນເອງ.

ໂອກາດນີ້, ທ່ານປະທານສູນກາງແນວລາວສ້າງຊາດ ໄດ້ຕາງໜ້າຄະນະຜູ້ແທນ ກ່າວອວຍພອນໃຫ້ສາຍພົວພັນມິດຕະ ພາບອັນຍິ່ງໃຫຍ່ທີ່ເປັນມູນເຊື້ອ, ຄວາມສາມັກຄີພິເສດທີ່ຫາຍາກ ແລະການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ-ສອງລັດ ແລະປະຊາຊົນສອງຊາດ ລາວ-ຫວຽດນາມ ເວົ້າລວມ, ເວົ້າສະເພາະ ແມ່ນສອງອົງການແນວໂຮມພວກເຮົາ ໃຫ້ນັບມື້ຂະຫຍາຍຕົວເຂົ້າສູ່ລວງເລິກ ແລະສວຍສົດງົດງາມຕະຫຼອດໄປ.

ພາບ ແລະຂ່າວໂດຍ: ຈິດຕະພົງ ໂພທິລັກ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version