Home ຂ່າວຕ່າງປະເທດ ໄຂກອງປະຊຸມທົ່ວໂລກ ລະບົບທັນຍາຫານ-ອາຫານ ແບບຍືນຍົງ

ໄຂກອງປະຊຸມທົ່ວໂລກ ລະບົບທັນຍາຫານ-ອາຫານ ແບບຍືນຍົງ

0

ຕາມຂ່າວຈາກ ວິທະຍຸ ສາກົນ ຫວຽດນາມ, ກະຊວງກະສິກຳ ແລະ ພັດທະນາ ຊົນນະບົດ ສົມທົບກັບ ຄະນະເລຂາ ໂຄງການ ທັນຍາຫານ, ອາຫານ ແບບ ຍືນຍົງຂອງ ສະຫະ​ ປະຊາ​ຊາດ (ສປຊ) ໄດ້ໄຂກອງປະຊຸມ ທົ່ວໂລກ ຄັ້ງທີ 4 ກ່ຽວ​ກັບ ລະບົບ ທັນຍາຫານ, ອາຫານ-ເຄືອຂ່າຍ ຈັກກະ ວານດຽວ.ຈະຈັດຂຶ້ນ ແຕ່ວັນທີ 24–27 ເມສານີ້, ກອງປະຊຸມ ມີຫົວຂໍ້ວ່າ “ຫັນປ່ຽນ ລະບົບ ທັນຍາຫານ, ອາຫານ ໃຫ້ໝັ້ນຄົງ, ເຂັ້ມແຂງ, ປັບຕົວ ເຂົ້າກັບ ການປ່ຽນແປງ ຂອງດິນຟ້າ ອາກາດ ໃນສະພາບ ວິກິດການ ໃໝ່”. ບັນຫາ ຮັບປະກັນ ຄວາມໝັ້ນຄົງ ດ້ານສະບຽງ ອາຫານຂອງ ສສ ຫວຽດ ນາມ ແລະ ຄວາມໝັ້ນຄົງ ດ້ານສະບຽງ ອາຫານ ໃນໂລກ ໂດຍໄດ້ບັນດາ ຜູ້ ແທນ ສຸມໃສ່ ປືກ ສາຫາລື ທີ່ກອງປະຊຸມ ​ໂດຍ​ມີ9 ວາລະປະຊຸມ ເປັນທາງ ການ ແລະ 10 ວາລະປະຊຸມ ດ້ານເຕັກນິກ ທີ່ກ່ຽວຂ້ອງ, ກອງປະ ຊຸມຈະພິ ຈາລະນາ ບັນດາ ຮົ້ວກີດຂວາງ, ຄວາມ ຫຍຸ້ງຍາກ, ສິ່ງທ້າທາຍ ທີ່ກ່ຽວຂ້ອງ ເຖິງ ການຫັນປ່ຽນ ລະບົບ ທັນຍາຫານ, ອາຫານ ແລະ ສະເໜີ ບັນດາ ມາດຕະການ ແກ້ໄຂ ອື່ນໆ​ອີກ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version