Home ຂ່າວຕ່າງປະເທດ 4 ປະເທດ ຈະປຶກສາຫາລື ກ່ຽວກັບອູແກຣນ-ພາກພື້ນ ອາຊີຕາເວັນອອກ

4 ປະເທດ ຈະປຶກສາຫາລື ກ່ຽວກັບອູແກຣນ-ພາກພື້ນ ອາຊີຕາເວັນອອກ

0

ຕາມຂ່າວຈາກວິທະຍຸສາກົນຫວຽດນາມ,ຍີ່ປຸ່ນ,ສ.ອາ​ເມ​ລິ​ກາ,ອົດ​ສະຕຣາລີ ​ແລະ ​ດິນ​ເດຍ ຈະປຶກສາຫາລື ກ່ຽວກັບ ສະພາບການຢູ່ ອູ​ແກຣນ ແລະ ພາກພື້ນ ອາຊີ ຕາເວັນອອກ ໂດຍອີງໃສ່ ໝາກຜົນ ຂອງກອງປະຊຸມ ສຸດຍອດ G7. ບັນຫາ ກ່ຽວກັບ ການຮ່ວມມື ດ້ານເສດຖະກິດ, ຄວາມ ໝັ້ນຄົງ ແລະ ການປ່ຽນແປງ ຂອງດິນຟ້າ ອາກາດ ແມ່ນອາດ ຈະນຳມາ ປຶກສາຫາລື, ໂດຍສະເພາະ ແມ່ນກ່ຽວກັບ ການຮ່ວມມື ເພື່ອປະຕິບັດ ວິໄສທັດ ມະຫາສະໝຸດ ອິນເດຍ-ປາຊີຟິກ ເສລີ ແລະ ເປີດກວ້າງ ໃຫ້ ປະກົດຜົນ ເປັນຈິງ.​ຫລັງ​ຈາກ ​ເຈົ້າໜ້າ​ທີ່ ​ທາງ​ການ ​ຍີ່ປຸ່ນ ພວມ​ກະກຽມໃຫ້ ທ່ານ ຄີ​ຊີ​ດາ ຟູ​ມິ​ໂອ (Kishida Fumio), ນາຍົກ ລັດຖະມົນຕີ ຍີ່ປຸ່ນ ​ຈະ​ເ​ດີ​ນທາງ ໄປຢ້ຽມ ຢາມ ອົດສະຕຣາລີ ໃນທ້າຍ ເດືອນພຶດສະພານີ້ ເພື່ອໂອ້ລົມ ເຈລະຈາກັບ ການນຳ ສ.ອາເມລິກາ, ອົດສະຕຣາລີ ແລະ ອິນເດຍ. ກອງ ປະຊຸມ ຄັ້ງນີ້ ຈະໄດ້ດຳເນີນ ພາຍຫລັງ ກອງປະຊຸມ ສຸດຍອດ ຄັ້ງທີ 49 ຂອງ G7, ຢູ່ນະຄອນ ຮິ​ໂຣຊິ​ມາ(Hiroshima) ແຕ່ວັນທີ 19-21 ພຶດສະພາ, ເຊິ່ງຈະ ແມ່ນ ກອງປະຊຸມ ສຸດຍອດ ຂອງກຸ່ມ 4 ປະເທດ (Quad) ຮອບທຳອິດ ນັບແຕ່ ເດືອນພຶດສະພາ ປີ 2022.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version