Home ຂ່າວຕ່າງປະເທດ ສສ ຫວຽດນາມ ໄຂກອງປະຊຸມສະໄໝສາມັນເທື່ອທີ 5 ສະພາແຫ່ງຊາດ ຊຸດທີ XV

ສສ ຫວຽດນາມ ໄຂກອງປະຊຸມສະໄໝສາມັນເທື່ອທີ 5 ສະພາແຫ່ງຊາດ ຊຸດທີ XV

0

ຕາມຂ່າວຈາກວິທະຍຸສາກົນຫວຽດນາມ, ກອງປະຊຸມສະໄໝສາມັນ ເທື່ອທີ 5, ສະພາແຫ່ງຊາດຫວຽດນາມ ຊຸດທີ XV ຈັດຂຶ້ນຢູ່ຮ່າໂນ້ຍ ດຳເນີນເປັນ 2 ຄັ້ງ, ຄັ້ງທີ 1 ແຕ່ວັນທີ 22 ພຶດສະພາ ຮອດວັນທີ 10 ມິຖຸນາ ແລະ ຄັ້ງທີ 2 ແຕ່ວັນທີ 19 ມິຖຸນາ ຫາວັນທີ 23 ມິຖຸນາ. ປະຊຸມຄັ້ງນີ້, ສະພາແຫ່ງຊາດ ຈະພິຈາລະນາ, ຮັບ ຮອງເອົາກົດໝາຍ 8 ສະບັບ, ໃນນັ້ນມີ: ກົດໝາຍວ່າດ້ວຍການປົກປ້ອງຜູ້ບໍລິໂພກ (ສະບັບປັບປຸງ); ກົດໝາຍວ່າດ້ວຍການປະມູນ (ສະປັບປັບປຸງ); ກົດໝາຍວ່າ ດ້ວຍການແລກປ່ຽນຊື້ຂາຍທາງເອເລັກໂຕຣນິກ (ສະບັບປັບປຸງ); ກົດໝາຍວ່າດ້ວຍສະຫະກອນ (ສະປັບປັບປຸງ); ກົດໝາຍວ່າດ້ວຍການປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍການເຂົ້າ-ອອກເມືອງ ຂອງພົນລະເມືອງ ຫວຽດນາມ; ກົດໝາຍ ວ່າດ້ວຍ ການເຂົ້າ, ອອກເມືອງ, ຜ່ານແດນ, ຢູ່ອາໄສຂອງຊາວ ຕ່າງປະເທດ ຢູ່ ຫວຽດນາມ. ມະຕິ 2 ສະບັບ ຈະໃຫ້ສະພາແຫ່ງຊາດພິຈາລະນາຮັບຮອງເອົາແມ່ນມະຕິ ກ່ຽວກັບໂຄງການສ້າງກົດໝາຍ, ລັດຖະດຳລັດ ປີ 2024, ດັດປັບ ໂຄງການສ້າງກົດໝາຍ, ລັດຖະດຳລັດ ປີ 2023 ແລະ ມະຕິວ່າດ້ວຍການປັບປຸງ, ເພີ່ມເຕີມມະຕິເລກທີ 85 ກ່ຽວກັບການຮັບເອົາບັດໄວ້ວາງໃຈ, ປ່ອນບັດໄວ້ວາງໃຈສຳລັບຕຳແໜ່ງໂດຍສະພາແຫ່ງຊາດ, ສະພາປະຊາຊົນເລືອກຕັ້ງ ຫລື ໃຫ້ສັດຕະຍາບັນ. ສະພາແຫ່ງຊາດ ກໍ່ຈະປະກອບຄຳເຫັນໃສ່ 8 ໂຄງການ ກົດໝາຍ, ໃນນັ້ນພິເສດແມ່ນ: ກົດໝາຍວ່າດ້ວຍ ທີ່ດິນ (ສະປັບປັບປຸງ); ກົດໝາຍວ່າດ້ວຍການດຳເນີນທຸລະກິດອາສັງຫາລິມະຊັບ (ສະປັບ ປັບປຸງ); ກົດໝາຍວ່າດ້ວຍເຮືອນຢູ່ອາໄສ (ສະປັບປັບປຸງ).

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version