Home ຂ່າວຕ່າງປະເທດ ອາເມຣິກາ ແລະ ເອີຣົບ ປັບຂຶ້ນອັດຕາດອກເບ້ຍຢ່າງຕໍ່ເນື່ອງ

ອາເມຣິກາ ແລະ ເອີຣົບ ປັບຂຶ້ນອັດຕາດອກເບ້ຍຢ່າງຕໍ່ເນື່ອງ

0

ຂ່າວສານຊີອາໄອລາຍງານ ຫວ່າງມໍ່ໆມານີ້, ທ່ານ ໄອອຽນ ເບກ ສາສະດາຈານສະຖາບັນຄົ້ນຄວ້າເອີຣົບ ວິທະຍາໄລເສດຖະກິດການເມືອງ ນະຄອນຫຼວງລອນດອນ ຂອງອັງກິດກ່າວວ່າ: ອາເມຣິກາ ແລະ ເອີຣົບ ປັບຂຶ້ນອັດຕາດອກເບ້ຍຢ່າງຕໍ່ເນື່ອງໃນຮອບໜຶ່ງປີກວ່າຜ່ານມາ ແມ່ນສາເຫດຕົ້ນຕໍທີ່ເຮັດໃຫ້ຂະແໜງການທະນາຄານເອີຣົບເກີດຄວາມປັ່ນປ່ວນ. ທ່ານ ໄອອຽນ ເບກ ກ່າວຕື່ມວ່າ: ຖ້າອັດຕາດອກເບ້ຍສູງຂຶ້ນ, ລາຄາພັນທະບັດຈະຕົກຕ່ຳລົງ, ອາເມຣິກາ ແລະ ເອີຣົບ ປັບຂຶ້ນອັດຕາດອກເບ້ຍຢ່າງຕໍ່ເນື່ອງເຮັດໃຫ້ທະນາຄານທີ່ມີພັນທະບັດກວມອັດຕາອ່າວສູງນັ້ນຕົກເຂົ້າໃນສະພາບຄວາມຫຍຸ້ງຍາກ. ຂະແໜງການທະນາຄານເອີຣົບເກີດຄວາມປັ່ນປ່ວນຄັ້ງນີ້, ເຮັດໃຫ້ທະນາຄານຂະໜາດໃຫຍ່ຕ່າງໆເຊັ່ນ: ທະນາຄານສິນເຊື່ອສະວິດ ແລະ ທະນາຄານດູດເຊີ ຂອງເຢຍລະມັນ ລ້ວນແຕ່ໄດ້ຮັບຜົນກະທົບ. ທ່ານ ໄອອຽນ ເບກ ຍັງກ່າວຕື່ມວ່າ: ປັດຈຸບັນ, ບັນຫາຂອງທະນາຄານເຫຼົ່ານີ້ບໍ່ໄດ້ກະທົບ ກະເທືອນເຖິງທະນາຄານແຫ່ງອື່ນໆ ແລະ ຍັງບໍ່ທັນຂະຫຍາຍເປັນວິກິດການທະນາຄານ. ຖ້າອັດຕາດອກເບ້ຍສືບຕໍ່ເພີ່ມຂຶ້ນ, ອາດຈະເຮັດໃຫ້ຄວາມອ່ອນແອຂອງທະນາຄານປະກົດຕົວອອກມາຕື່ມອີກ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version