Home ຂ່າວພາຍໃນ ປະກາດເມືອງລະມາມ ເປັນເມືອງສາທາລະນະສຸກແບບຢ່າງ

ປະກາດເມືອງລະມາມ ເປັນເມືອງສາທາລະນະສຸກແບບຢ່າງ

0

ວັນທີ 11 ເມສາ ຜ່ານມານີ້ ເມືອງລະມາມ ໄດ້ຈັດພິທີປະກາດເປັນເມືອງສາທາລະນະສຸກແບບຢ່າງ (ມສບ) ແລະ ເມືອງຊຸມຊົນເປັນເຈົ້າການດ້ານສຸຂະອະນາໄມ (ຊຈສ), ເປັນເມືອງທີ 2 ຂອງແຂວງເຊກອງ ແລະ ເປັນເມືອງທີ 53 ຂອງທົ່ວປະເທດ, ໂດຍການເປັນປະທານຂອງ ທ່ານ ຄຳສອນ ກອນເຍີ ຮອງເຈົ້າແຂວງເຊກອງ ຜູ້ຊີ້ນຳວຽກງານຂົງເຂດວັດທະນະທຳ-ສັງຄົມ, ມີທ່ານ ວົງເດືອນ ຈັນທະບຸດຊຽງ ເຈົ້າເມືອງໆລະມາມ, ພ້ອມດ້ວຍຄະນະນໍາຂັ້ນແຂວງ ແລະ 4 ເມືອງ, ອໍານາດການປົກຄອງ 6 ເຂດພັດທະນາ 43 ບ້ານ, ກ້ອນກຳລັງຕ່າງໆ, ຂະແໜງການກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.

ທ່ານ ສີທົນ ສາຍວິໄລສັກ ຫົວໜ້າຫ້ອງການສາທາລະນະສຸກເມືອງລະມາມ ໄດ້ຂຶ້ນລາຍງານຜົນສຳເລັດໃນການຈັດຕັ້ງປະຕິບັດວຽກງານສ້າງບ້ານສາທາສາລະນະສຸກແບບຢ່າງ ແລະ ບ້ານຊຸມຊົນເປັນເຈົ້າການດ້ານສຸຂະອະນາໄມ ຊຶ່ງສົກປີ 2023 ວ່າ: ເມືອງລະມາມ ລວມມີ 45 ບ້ານ ແລະ ໄດ້ປະກາດເປັນບ້ານສາທາລະນະສຸກແບບຢ່າງ ແລະ ບ້ານຊຸມຊົນ ເປັນເຈົ້າການດ້ານສຸຂະອະໄມ ກວມເອົາ 100%, ມີລະບົບນໍ້າແຈກຢາຍທໍ່ໃນຊຸມຊົນ 112 ຄຸ້ມບ້ານ, ມີລະບົບນໍ້າປະປາຕົວເມືອງ 14 ບ້ານ, ມີນໍ້າສະອາດໃຊ້ພຽງພໍ 45 ບ້ານ ມີນໍ້າລິນທັງໝົດ 24 ແຫ່ງ, 371 ກ໊ອກ, ນໍ້າລິນ ເປ່ເພ 12 ແຫ່ງ, ນໍ້າບາດານ 315 ແຫ່ງ, ເປ່ເພ 85 ແຫ່ງ, ສະເລ່ຍອັດຕາການຊົມໃຊ້ນໍ້າສະອາດທົ່ວເມືອງມີຜູ້ຊົມໃຊ້ນໍ້າ ສະອາດ 7.247 ຄົນ ເທົ່າກັບ 96% ສະເລ່ຍອັດຕາການຊົມໃຊ້ວິດຖ່າຍໃນທົ່ວເມືອງມີ 7.479 ຄອບຄົວ ເທົ່າກັບ 100%, ຜ່ານການຈັດຕັ້ງວຽກງານສາທາລະນາສຸກ ຂອງພະນັກງານວິຊາການຫ້ອງການສາທາລະນະສຸກເມືອງ ຮ່ວມກັບອໍານາດການປົກຄອງບ້ານ ແລະ ປະຊາຊົນສາມາດສະຫຼຸບຕີລາຄາປະເມີນຜົນການຈັດຕັ້ງປະຕິບັດໄດ້ໃນ 10 ມາດຖານຂອງຄອບຄົວ ແລະ ບ້ານຄື: ບ້ານມີຂະບວນການໂຄສະນາສຸຂະສຶກສາທຸກດ້ານ ບັນລຸໄດ້ 100%, ບ້ານມີການນໍາໃຊ້ວິດແຫ້ງ, ວິດຊຶມ ປອດການຖ່າຍຊະຊາຍໃນແຕ່ລະຄອບຄົວ ແລະ ມີການປົກປັກຮັກສາແຫຼ່ງນໍ້າທີ່ສະອາດຢ່າງພຽງພໍຕະຫຼອດລະດູການເທົ່າກັບ 100%, ບ້ານມີການອະນາໄມສິ່ງແວດລ້ອມ 3 ສະອາດພາຍໃນຢ່າງຮອບດ້ານເປັນປົກກະຕິ 1 ຄັ້ງ/ເດືອນ ເທົ່າກັບ 100%, ບ້ານເຂົ້າເຖິງການບໍລິການສົ່ງເສີມສຸຂະພາບ, ປ້ອງກັນ ແລະ ແກ້ໄຂພະຍາດພື້ນຖານ ເທົ່າກັບ 100%, ບ້ານມີການປະກອບສ່ວນຊຸກຍູ້ວຽກງານສັກຢາ, ຢອດຢາໃຫ້ເດັກ ແລະ ແມ່ຍິງເກນອາຍຸ 15–49 ປີປະຕິບັດໄດ້ 90% ຂຶ້ນໄປ, ບ້ານມີຂະບວນການເພື່ອຄວາມປອດໄພຂອງການຖືພາ ແລະ ເກີດລູກໃຫ້ແມ່ມານໄປຝາກທ້ອງຢ່າງໜ້ອຍ 4 ຄັ້ງ/ຄົນ ຂຶ້ນໄປເກີດຢູ່ສະຖານທີ່ບໍລິການສາທາລະນາສຸກ ແລະ ມີຜູ້ຊຳນານຊ່ວຍເກີດ ເທົ່າກັບ 90%, ບ້ານເປັນເຈົ້າການນໍາເອົາເດັກແຕ່ມື້ເກີດຮອດ 23 ເດືອນ ໄປຮັບວັກຊິນ ແລະ ຢາກັນພະຍາດ ໃຫ້ຕາມເກນອາຍຸ ໄດ້ 95%, ບ້ານມີການປະຕິບັດໂຄງການເຊື່ອມສານປິ່ນປົວພະຍາດເດັກ ແລະ ໂພຊະນາການ ບັນລຸໄດ້ 80%, ບ້ານເຂົ້າເຖິງການນໍາສົ່ງຄົນເຈັບກະທັນຫັນໄປຫາສຸກສາລາ ຫຼື ໂຮງໝໍບ່ອນມີເງື່ອນໄຂ ເທົ່າກັບ 100%, ບ້ານມີຄະນະກຳມະການສົ່ງເສີມສຸຂະພາບ ແລະ ຕ້ານພະຍາດຂັ້ນບ້ານ, ມີການບັນທຶກ ແລະ ການລາຍງານທຸກໆກໍລະນີທີ່ເກີດ ແລະ ເສຍຊີວິດໃນບ້ານບັນລຸ 100%, ຫ້ອງການສາທາລະນະສຸກເມືອງໄດ້ສົມທົບກັບບັນດາພາກສ່ວນທີ່ກ່ຽວຂ້ອງຈັດຕັ້ງປະຕິບັດຕາມ 5 ບາດກ້າວຂອງການສ້າງຄອບຄົວເປັນບ້ານສາທາລະນະສຸກແບບຢ່າງ ແລະ ບ້ານຊຸມຊົນເປັນເຈົ້າການໃນວຽກງານສຸຂະອະນາໄມ (ຊຈສ) ຄື: ເກັບເງິນສົມທົບໃນການກໍ່ສ້າງລະບົບນ້ຳບ້ານໂພນໃຜ່, ໄກເງງ, ຕະອຸນ, ສະໜັກ, ນາເວີ, ປາໄລ, ບ້ານອູງ, ປາກະຢ໋ອງ. ໂອກາດນີ້ ຄະນະປະທານ ໄດ້ຕັດແຖບຜ້າເປີດປ້າຍ ແລະ ລັ່ນຄ້ອງ 9 ບາດຢ່າງເປັນທາງການ.

ຂ່າວ-ພາບ: ດາວສະຫວັນ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version