Home ຂ່າວຕ່າງປະເທດ ປີຜ່ານມາຈຳນວນການຂາຍລົດໄຟຟ້າທົ່ວໂລກເພີ່ມຂຶ້ນ 66%

ປີຜ່ານມາຈຳນວນການຂາຍລົດໄຟຟ້າທົ່ວໂລກເພີ່ມຂຶ້ນ 66%

0

ຂ່າວຕ່າງປະເທດລາຍງານ ເມື່ອວັນທີ 10 ເມສາຜ່ານມາ, ບໍລິສັດມາກລາຍ (Mark Line) ຂອງຍີ່ປຸ່ນໄດ້ເປີດເຜີຍບົດລາຍງານໂດຍລະບຸວ່າ ຈຳນວນການຂາຍລົດໄຟຟ້າທົ່ວໂລກໃນປີ 2022 ຢູ່ທີ່7,26 ລ້ານຄັນ ເພີ່ມຂຶ້ນເຖິງ 66,6% ຈາກລະດັບປີ 2021 ສະທ້ອນໃຫ້ເຫັນເຖິງການປ່ຽນແປງຢ່າງວ່ອງໄວໃນອຸດສາຫະກຳຍານພາຫະນະ.

ໂດຍອີງຕາມຂໍ້ມູນຈາກບໍລິສັດ Mark Line ລະບຸວ່າ ຈໍານວນການຂາຍລົດໄຟຟ້າທົ່ວໂລກເພີ່ມຂຶ້ນເຖິງ 66,6% ໃນປີ 2022 ຈາກລະດັບປີ 2021 ຢູ່ທີ່ 7,26 ລ້ານຄັນ ຊຶ່ງສະທ້ອນໃຫ້ເຫັນເຖິງການປ່ຽນແປງຢ່າງວ່ອງໄວໃນອຸດສາຫະກຳທີ່ຕ້ອງການຍານພາຫະນະທີ່ປ່ອຍມົນລະພິດເປັນສູນ ເພື່ອຕອບສະໜອງກົດເກນການຄວບຄຸມການປ່ອຍມົນລະພິດທີ່ເຂັ້ມງວດຫຼາຍຍິ່ງຂຶ້ນ. ຈຳນວນການຂາຍລົດໄຟຟ້າທົ່ວໂລກໃນປີຜ່ານມາ ຄິດເປັນອັດຕາສ່ວນ 9,5% ຂອງຈຳນວນຍອດການຂາຍລົດທັງໝົດ 76,21 ລ້ານຄັນ ຊຶ່ງຂະຫຍາຍຕົວຂຶ້ນຈາກລະດັບ 5,5% ໃນປີ 2021. ຄ້າຍລົດໃນເອີຣົບ ແລະ ຈີນ ຕ່າງກໍຮີບເລັ່ງຈຳນວນການຂາຍລົດໄຟຟ້າ ຂະນະທີ່ຄ້າຍລົດໃນຍີ່ປຸ່ນກໍພະຍາຍາມໃນການຜະລິດລົດໄຟຟ້າ ໂດຍບໍລິສັດຮອນດາມໍເຕີໄດ້ຮ່ວມມືກັບໂຊນີ່ກຣຸບຄອບ ເພື່ອຈັດຕັ້ງບໍລິສັດຮ່ວມທຶນໃນອັດຕາສ່ວນ 50-50 ເພື່ອຜະລິດລົດໄຟຟ້າລຸ້ນໃໝ່ ໂດຍບໍລິສັດໂຕໂຢຕ້າມໍເຕີຄອບ ໄດ້ວາງແຜນທີ່ຈະຂະຫຍາຍການຜະລິດລົດໄຟຟ້າທັງໝົດ ແລະ ກະຕຸ້ນຈຳນວນການຂາຍລົດໄຟຟ້າໃຫ້ໄດ້ເຖິງ 1,5 ລ້ານຄັນຕໍ່ປີພາຍໃນປີ 2026. ເມື່ອທຽບເປັນລາຍຕະຫຼາດແລ້ວ ຈີນມີຈຳນວນການຂາຍລົດໄຟຟ້າເພີ່ມສູງຂຶ້ນປະມານ 80% ຢູ່ທີ່ 4,53 ລ້ານຄັນ ສ່ວນເອີຣົບຕາເວັນຕົກ ຊຶ່ງລວມເຖິງເຢຍລະມັນ ແລະ ອັງກິດມີຈຳນວນການຂາຍເພີ່ມສູງຂຶ້ນປະມານ 30% ຢູ່ທີ່ 1,53 ລ້ານຄັນ ສ່ວນຈຳນວນການຂາຍລົດໄຟຟ້າໃນອາເມຣິກາຢູ່ທີ່ 8 ແສນຄັນ ແລະ ຍີ່ປຸ່ນຢູ່ທີ່ 5 ໝື່ນຄັນໃນປີ 2022.

ໃນບັນດາຕະຫຼາດລົດໄຟຟ້ານັ້ນ ລົດຍີ່ຫໍ້ເທສລາໄດ້ກະຕຸ້ນຍອດຂາຍໄດ້ 1,27 ລ້ານຄັນໃນປີຜ່ານມາຈາກປະມານ 880.000 ຄັນໃນປີ 2021 ສ່ວນຍີ່ຫໍ້ບີວາຍດີ ຄ້າຍລົດໄຟຟ້າລາຍໃຫຍ່ຂອງຈີນສາມາດເຮັດຍອດການຂາຍໄປໄດ້ປະມານ 870.000 ຄັນໃນປີຜ່ານມາ ເມື່ອທຽບກັບຈຳນວນການຂາຍໃນປີ 2021 ຢູ່ທີ່ 320.000 ຄັນ ສ່ວນຍີ່ຫໍ້ນິສັນມໍເຕີ ແລະ ຫຸ້ນສ່ວນຢ່າງເຣໂນນ ແລະ ມິດຊູບິຊິມໍເຕີຄອບ ກວມອັນດັບທີ 7 ດ້ວຍຈຳນວນການຂາຍລົດໄຟຟ້າ 280.000 ຄັນ ຂະນະທີ່ຍີ່ຫໍ້ໂຕໂຢຕ້າ ຈຳນວນການຂາຍລົດໄຟຟ້າປີຜ່ານມາຢູ່ທີ່ 24.000 ຄັນ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version