ວັນທີ 20 ກັນຍາ 2025 ນີ້, ທີ່ສະໜາມຫັດແອບວິທະຍາຄານ ນາຍທະຫານບົກ ກົມມະດໍາ ໄດ້ມີການປະສານສຽງແຕກຍິງທົດລອງ ຄັ້ງທີ I ການຊ້ອມຮົບຮ່ວມ ລາວ-ຣັດເຊຍ “ລາໂຣສ-2025” ພາຍໃຕ້ຄໍາຂວັນ: “ຄຽງບ່າຄຽງໄຫລ່ ຕໍ່ສູ້ເພື່ອສັນຕິພາບ ແລະ ຄວາມໝັ້ນຄົງ” ໂດຍມີ ສະຫາຍ ພົນຕີ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນລາວ, ຫົວໜ້າຄະນະຊີ້ນໍາລວມການຊ້ອມຮົບຮ່ວມ ລາວ-ຣັດເຊຍ “ລາໂຣສ-2025″, ມີ ສະຫາຍ ພັນເອກ ອີວານ ຕາຣາເຢັບ ຮັກສາການຮອງຜູ້ບັນຊາການທະຫານເຂດຕາເວັນອອກ ສ ຣັດເຊຍ, ຫົວໜ້າຄະນະຊີ້ນໍາການຊ້ອມຮົບຮ່ວມລາວ-ຣັດເຊຍ”ລາໂຣສ-2025”, ມີຄະນະຊີ້ນໍາຝ່າຍລາວ-ຣັດເຊຍ, ພ້ອມດ້ວຍນາຍ ແລະ ພົນທະຫານທັງຝ່າຍ ລາວ-ຣັດເຊຍ ເຂົ້າຮ່ວມ.

ພາຍຫລັງທີ່ໄດ້ປະສານງານ ວາງແຜນຮ່ວມກັນ ແລະ ກະກຽມຄວາມພ້ອມຮອບດ້ານໃຫ້ແກ່ ພາກປະຕິບັດຕົວຈິງການປະສານກັນຢ່າງກົມກຽວ ເຊິ່ງກັນ ແລະ ກັນ, ນໍ້າໃຈມິດຕະພາບ ແລະ ສາມັກຄີຖານເພື່ອນສະຫາຍທີ່ດີ, ສອງກໍາລັງ ລາວ-ຣັດເຊຍ ໄດ້ເນີນໄປຕາມແຜນການຊ້ອມຮົບຮ່ວມລາວ-ຣັດເຊຍ “ລາໂຣສ-2025”, ໃນຫົວຂໍ້: “ຈັດຕັ້ງກະກຽມ ແລະ ປະຕິບັດຊ້ອມຮົບຮ່ວມຕີດັບສູນກຸ່ມຕິດອາວຸດຜິດກົດໝາຍ” ໂດຍນໍາໃຊ້ບົດຮຽນທີ່ໄດ້ມາຈາກການປະຕິບັດການຕໍ່ຕ້ານການກໍ່ການຮ້າຍສະໄໝໃໝ່ ພາຍໃຕ້ຄໍາຂວັນ: “ຄຽງບ່າຄຽງໄຫລ່ ຕໍ່ສູ້ເພື່ອສັນຕິພາບ ແລະ ຄວາມໝັ້ນຄົງ”.
ການຈັດການປະສານສຽງແຕກ ຄັ້ງທີ I ເປັນການປະສານຍິງທົດລອງ ເຊິ່ງມີຈຸດປະສົງເພື່ອເພີ່ມທະວີຄວາມສາມາດໃນການຊີ້ນໍາບັນຊາ ແລະ ການປະສານສູ້ຮົບຮ່ວມພະນັກງານ-ນັກຮົບ ຂອງບັນດາເຫລົ່າຮົບທີ່ເຂົ້າຮ່ວມຊ້ອມຮົບລາວ-ຣັດເຊຍ ທີ່ກອງທັບປະຊາຊົນລາວ ເປັນເຈົ້າພາບ ແນໃສ່ຮັບປະກັນແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ໃນສະພາບຫັດແອບຕົວຈິງ, ບົນພື້ນຖານແນໃສ່ເຮັດໃຫ້ການຈັດຕັ້ງປະຕິບັດຕາມແຜນການຊ້ອມຮົບຮ່ວມ ລາວ-ຣັດເຊຍ ສໍາເລັດຕາມແຜນການທີ່ກໍານົດໄວ້.
ຂ່າວ: ບຸນຊ້ອຍ ວິໄລພອນ