Home ທຸລະກິດ ສະຖານີຂົນສົ່ງໂດຍສານສາຍໃຕ້ ກຽມພ້ອມເພີ່ມຖ້ຽວລົດຮອງຮັບຜູ້ໂດຍສານໃນໄລຍະປີໃໝ່ລາວ

ສະຖານີຂົນສົ່ງໂດຍສານສາຍໃຕ້ ກຽມພ້ອມເພີ່ມຖ້ຽວລົດຮອງຮັບຜູ້ໂດຍສານໃນໄລຍະປີໃໝ່ລາວ

0

ເພື່ອຮອງຮັບການເດີນທາງກັບຄືນສູ່ພູມລໍາເນົາຂອງປະຊາຊົນ ເພື່ອໄປສະເຫຼີມສະຫຼອງປີໃໝ່ກັບຍາດຕິພີ່ນ້ອງ ກັບຄອບຄົວຢູ່ບັນດາແຂວງພາກໃຕ້ໃນໂອກາດປີໃໝ່ລາວ ພ.ສ 2566 ນີ້, ສະຖານີຂົນສົ່ງໂດຍສານທາງໄກສາຍໃຕ້-ສາຍຕ່າງປະເທດນະຄອນຫຼວງວຽງຈັນ ມີຄວາມພ້ອມຮອບດ້ານໃນການສະໜອງລົດໂດຍສານ, ດ້ານເຕັກນິກຄວາມປອດໄພ ເພື່ອຮອງຮັບຜູ້ໂດຍສານທີ່ຈະມາໃຊ້ບໍລິການໃນໄລຍະສົ່ງທ້າຍປີເກົ່າ ພ.ສ 2565 ແລະ ຕ້ອນຮັບປີໃໝ່ ພ.ສ 2566 ທັງຮັບປະກັນບໍ່ໃຫ້ມີຜູ້ຕົກຫຼົ່ນໃຫ້ໄດ້ກັບຄືນສູ່ຖິ່ນຖານບ້ານເກີດ ເມືອງນອນດ້ວຍຄວາມສະຫວັດດີພາບ.

ທ່ານ ສຸກສະຫວາດ ສີສຸກ ຜູ້ຈັດການທົ່ວໄປ ສະຖານີຂົນສົ່ງໂດຍສານທາງໄກສາຍໃຕ້-ສາຍຕ່າງປະເທດ ນະຄອນຫຼວງວຽງຈັນ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນໃນວັນທີ 11 ເມສາ ຜ່ານມານີ້ວ່າ: ທາງສະຖານີຂົນສົ່ງໂດຍສານມີຄວາມພ້ອມຮອບດ້ານທີ່ຈະຂົນສົ່ງຜູ້ໂດຍສານຈາກນະຄອນຫຼວງວຽງຈັນໄປຍັງບັນດາແຂວງພາກໃຕ້ຂອງ ສປປ ລາວ ໃນໄລຍະສະເຫຼີມສະຫຼອງປີໃໝ່ລາວ ໂດຍຈະເພີ່ມຖ້ຽວລົດຈາກມື້ປົກກະຕິ 64 ຖ້ຽວຕໍ່ມື້, ເປັນ 80 ຖ້ຽວຕໍ່ມື້. ພ້ອມຮັບປະກັນດ້ານເຕັກນິກຄວາມປອດໄພໃນການເດີນທາງຂອງຜູ້ໂດຍສານ ຊຶ່ງທາງສະຖານີຂົນສົ່ງໂດຍສານທາງໄກສາຍໃຕ້-ສາຍຕ່າງປະເທດ ໄດ້ຮ່ວມກັບພະແນກໂຍທາທິການ ແລະ ຂົນສົ່ງ (ຍທຂ) ນະຄອນຫຼວງວຽງຈັນ ໂດຍຈັດຄະນະກວດກາເຕັກນິກລົດໂດຍສານທຸກຄັນກ່ອນຈະອອກລົດຖ້າຄັນໃດບໍ່ຜ່ານເຕັກນິກແມ່ນຈະບໍ່ໃຫ້ແລ່ນໂດຍສານຢ່າງເດັດຂາດ.

ສຳລັບລາຄາແມ່ນປະຕິບັນຕາມກະຊວງ ຍທຂ ວາງອອກ, ຈະບໍ່ມີການຂຶ້ນລາຄາໂດຍສານແຕ່ຢ່າງໃດເປັນຕົ້ນ ລາຄາລົດເມທຳມະດາວຽງຈັນ-ປາກຊັນ ລາຄາ 80 ພັນກີບ, ວຽງຈັນ-ຫຼັກ 20 ລາຄາ 150.000 ກີບ, ວຽງຈັນ-ເຊໂປນ 240.000 ກີບ (ລົດດ່ວນ 1 ລາຄາ 300.000 ກີບ, ລົດດ່ວນ 2 ລາຄາ 280.000 ກີບ), ວຽງຈັນ-ເມືອງໄຊຈຳພອນ 210.000 ກີບ, ວຽງຈັນ-ນ້ຳທອນ 95 ພັນກີບ, ວຽງຈັນ-ວຽງທອງ 160.000 ກີບ, ວຽງຈັນ-ກອງລໍ 140.000 ກີບ, ວຽງຈັນ-ທ່າແຂກ 120.000 ກີບ (ລົດດ່ວນ 1 ລາຄາ 150.000 ກີບ, ລົດດ່ວນ 2 ລາຄາ 130.000 ກີບ), ວຽງຈັນ-ນາກາຍ 150.000 ກີບ, ວຽງຈັນ-ສະຫວັນ 170.000 ກີບ (ລົດດ່ວນ 1 ລາຄາ 220.000 ກີບ, ລົດດ່ວນ 2 ລາຄາ 200.000 ກີບ), ວຽງຈັນ-ປາກເຊ 240.000 ກີບ (ລົດດ່ວນ 1 ລາຄາ 290.000 ກີບ, ລົດດ່ວນ 2 ລາຄາ 280.000 ກີບ), ວຽງຈັນ-ສາລະວັນ 230.000 ກີບ (ລົດດ່ວນ 1 ລາຄາ 300.000 ກີບ, ລົດດ່ວນ 2 ລາຄາ 280.000 ກີບ), ວຽງຈັນ-ເຊກອງ 260.000 ກີບ (ລົດດ່ວນ 1 ລາຄາ 320.000 ກີບ, ລົດດ່ວນ 2 ລາຄາ 300.000 ກີບ), ວຽງຈັນ-ອັດຕະປື 300.000 ກີບ (ລົດດ່ວນ 1 ລາຄາ 400.000 ກີບ, ລົດດ່ວນ 2 ລາຄາ 350.000 ກີບ), ວຽງຈັນ-ດອນຕະລາດ 280.000 ກີບ, ວຽງຈັນ-ດອນໂຂງ 315.000 ກີບ, ວຽງຈັນ-ເວີນຄາມ 310.000 ກີບ, ວຽງຈັນ-ຊຽງຂວາງ 180.000 ກີບ (ລົດດ່ວນ 1 ລາຄາ 220.000 ກີບ, ລົດດ່ວນ 2 ລາຄາ 200.000 ກີບ).

ທ່ານ ສຸກສະຫວາດ ສີສຸກ ໄດ້ຮຽກຮ້ອງເຖິງຜູ້ໂດຍສານທີ່ມາໃຊ້ບໍລິການຢູ່ສະຖານີ ບັນຫາສຳຄັນຕ້ອງມາໄວເພື່ອເວລາໃນການເດີນທາງ, ຊື້ປີ້ລົດຄັນໃດໃຫ້ຂຶ້ນລົດຄັນນັ້ນ, ຊື້ແລ້ວບໍ່ເຫັນລົດໃຫ້ກັບມາຖາມຫ້ອງຂາຍປີ້ຄືນລົດຈອດຢູ່ໃສ, ຢາກໃຫ້ຜູ້ໂດຍສານເບິ່ງໃຫ້ລະອຽດຕື່ມເລື່ອງທະບຽນລົດ, ເວລາອອກລົດ, ສ່ວນຜູ້ໂດຍສານທີ່ລັດຂຶ້ນລົດຕາມສາຍທາງອາດຈະລຳບາກ ເພາະລົດທີ່ອອກຈາກສະຖານີສ່ວນໃຫຍ່ມີຄົນໂດຍສານເຕັມລົດໄປແຕ່ສະຖານີແລ້ວ, ທຸກ 10 ນາທີທາງສະຖານີຈະປ່ອຍລົດອອກເທື່ອໜຶ່ງ ເພາະໄລຍະເທດສະການຈະມີປະຊາຊົນມາໃຊ້ບໍລິການຫຼາຍກວ່າໄລຍະປົກກະຕິ.

ຂ່າວ-ພາບ: ພູວັນ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version